ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ ຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 3 ເອກະສານສໍາຄັນ

301

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2019 ໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 25 ຕຸລາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ ໂດຍໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 3 ເອກະສານສໍາຄັນ ຄື:

  1. ກອງປະຊຸມໄດ້ຮັບຮອງດ້ານຫຼັກການ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020, ພ້ອມນີ້ ໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ປະສານສົມທົບກັບກະຊວງການເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງບົດລາຍງານດັ່ງກ່າວ ຕາມການປະກອບຄໍາເຫັນຂອງກອງປະຊຸມ, ພ້ອມທັງ ກະກຽມລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນເດືອນພະຈິກ 2019 ເພື່ອພິຈາລະນາ ແລະ ອອກມະຕິຮັບຮອງ.

2.ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນຂອງການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາ, ສຳຫຼວດຄວາມເປັນໄປໄດ້ ແລະ ອອກແບບພັດທະນາ ໂຄງການພັດທະນາຕົວເມືອງທັນສະໄໝ AMATA Smart and Eco City ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ. ກອງປະຊຸມ ເຫັນວ່າ ໂຄງການດັ່ງກ່າວ ເປັນໂຄງການທີ່ມີການວິເຄາະວິໄຈເສດຖະກິດດີສົມຄວນ ທັງສອດຄ່ອງກັບທິດທາງຂອງລັດຖະບານ ໃນການສົ່ງເສີມການລົງທຶນ, ການຜະລິດພາຍໃນ ແລະ ການພັດທະນາ ຕາມແລວທາງລົດໄຟ ລາວ-ຈີນ. ພ້ອມກັນນັ້ນ ກໍ່ເຫັນວ່າ ຜູ້ລົງທຶນ ມີບົດຮຽນ, ມີທຶນຮອນ, ມີຊື່ສຽງ ແລະ ມີປະສົບການ ຈາກການລົງທຶນຂະໜາດໃຫຍ່ ຢູ່ຫຼາຍປະເທດມາແລ້ວ ເປັນຕົ້ນ ຫວຽດນາມ, ມຽນມາ ແລະ ໄທ, ທັງມີຄວາມຕັ້ງໃຈ ແລະ ພະຍາຍາມສູງ ເຖິງແມ່ນວ່າພື້ນທີ່ດັ່ງກ່າວ ຈະມີຄວາມຫຍຸ້ງຍາກ, ເປັນພູຜາ, ຍັງບໍ່ທັນມີພື້ນຖານໂຄງລ່າງ ແລະ ການລົງທຶນ ກໍ່ຈະມີມູນຄ່າສູງ. ດັ່ງນັ້ນ, ຖ້າໂຄງການນີ້ ໄດ້ຮັບການຈັດຕັ້ງປະຕິບັດ ກໍ່ຈະເປັນການສະໜັບສະໜູນ ການນຳໃຊ້ໂຄງການທາງລົດໄຟ ລາວ-ຈີນ ແລະ ຈະປະກອບສ່ວນສໍາຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.

ແຕ່ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກໂຄງການດັ່ງກ່າວ ຕິດພັນກັບການສະເໜີຂໍນະໂຍບາຍສົ່ງເສີມການລົງທຶນ ແລະ ການຊົດເຊີຍ ໃຫ້ແກ່ຜູ້ໄດ້ຮັບຜົນກະທົບ, ກອງປະຊຸມ ຈຶ່ງມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການ ສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງ ຄົ້ນຄວ້າບັນດາຂໍ້ສະເໜີ ແລະ ເຈລະຈາກັບບໍລິສັດ ເພື່ອຮັບປະກັນຜົນປະໂຫຍດ ຂອງປະເທດຊາດ ແລະ ປະຊາຊົນ, ຫຼີກລ່ຽງຜົນກະທົບຕ່າງໆທີ່ຈະເກີດຂຶ້ນ ໂດຍສະເພາະ ຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງ ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຫຼັງຈາກນັ້ນ ໃຫ້ມາລາຍງານຜົນການເຈລະຈາ ເພື່ອໃຫ້ລັດຖະບານພິຈາລະນາ ຕໍ່ໄປ.

3.ກອງປະຊຸມ ໄດ້ຮັບຟັງລາຍງານ ຄວາມຄືບໜ້າ ແລະ ທິດທາງຊຸກຍູ້ການຈັດຕັ້ງປະຕິບັດວຽກຮ່ວມມືສອງຝ່າຍ ລາວ-ຫວຽດນາມ, ລາວ-ຈີນ ແລະ ລາວ-ກຳປູເຈຍ ແລະ ໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ແກ້ໄຂບັນດາຂອດຄົງຄ້າງຕ່າງໆ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເນື້ອໃນເອກະສານ, ໂຄງການ ແລະ ກິດຈະກຳການຮ່ວມມື ທີ່ໄດ້ຕົກລົງກັນ ໃຫ້ມີປະສິດທິຜົນ.

ເພື່ອຈັດຕັ້ງປະຕິບັດທິດຊີ້ນຳ ຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2019 ໃຫ້ມີປະສິດທິຜົນ, ກອງປະຊຸມມອບໃຫ້ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜັນຂະຫຍາຍຜົນກອງປະຊຸມລັດຖະບານໃນຄັ້ງນີ້ ເປັນມະຕິ ແລະ ແຈ້ງການເປັນອັນລະອຽດຕື່ມ ເພື່ອມອບຄວາມຮັບຜິດຊອບ ໃຫ້ບັນດາຄະນະກຳມະການ,ຂະແໜງການ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງ ນໍາໄປຈັດຕັ້ງປະຕິບັດ; ມອບໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ນຳພາຊີ້ນໍາການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈໍາເດືອນພະຈິກ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນ, ພ້ອມທັງ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພາຍໃນວັນທີ 15 ພະຈິກ 2019.

ພາບ ແລະ ຂ່າວ: ຫສນຍ