ແມ່ຍິງໄວໝົດປະຈຳເດືອນຄວນມີການເບິ່ງແຍງຕົນເອງແນວໃດ?

65

ເມື່ອແມ່ຍິງມີອາຍຸທີ່ຫຼາຍຂຶ້ນ ເລື່ອງສຸຂະພາບກໍຕ້ອງມີການເບິ່ງແຍງໃຫ້ຫຼາຍຂຶ້ນເຊັ່ນດຽວກັນ ເພາະການຮັກສາຮ່າງກາຍໃຫ້ແຂງແຮງຢູ່ສະເໝີນັ້ນເປັນເລື່ອງທີ່ເຮັດໄດ້ຍາກໃນຜູ້ທີ່ມີອາຍຸສູງ ແຕ່ບໍ່ຄວນປະປ່ອຍໃຫ້ຕົນເອງຊຸດໂຊມໄປຕາມການເວລາເຊັ່ນກັນ. ດັ່ງນັ້ນ, ມາຮູ້ຈັກການເບິ່ງແຍງສຸຂະພາບໃນແມ່ຍິງໄວໝົດປະເດືອນວ່າຄວນປະຕິບັດຕົວແນວໃດ ເພື່ອໃຫ້ມີສຸຂະພາບທີ່ແຂງແຮງປາສະຈາກຄວາມເຈັບໄຂ້.

ອາຫານ: ຄວນກິນອາຫານໃຫ້ຄົບ 5 ໝູ່ ໃນສັດສ່ວນທີ່ເໝາະສົມ ແລະ ຫຼາກຫຼາຍ ເພື່ອໃຫ້ຮ່າງກາຍໄດ້ຮັບສານອາຫານຕ່າງໆຢ່າງພຽງພໍ ໂດຍຈະເນັ້ນອາຫານທີ່ມີແຄລຊຽມສູງ ເຊັ່ນ: ນົມສົດ, ເຕົ້າຮູ້, ປານ້ອຍ, ຜັກໃບຂຽວ, ທັນຍາພືດ, ງາດຳ ແລະ ກິນອາຫານທີ່ເປັນໄຂມັນດີ ເປັນຕົ້ນແມ່ນປາທະເລ ຫຼື ພືດຕະກູນຖົ່ວຕ່າງໆ.

ອອກກຳລັງກາຍຢ່າງສະໝໍ່າສະເໝີ ໄດ້ແກ່: ການຍ່າງ, ການແລ່ນ ຫຼື ການຫຼິ້ນໂຢຄະ.

ເບິ່ງແຍງນ້ຳໜັກບໍ່ໃຫ້ຕຸ້ຍເກີນໄປ: ເພື່ອຫຼຸດຜ່ອນພາວະແຊກຊ້ອນຕ່າງໆ ເຊັ່ນ: ພະຍາດເບົາຫວານ, ໄຂມັນໃນເລືອດສູງ, ຄວາມດັນເລືອດສູງ ແລະ ພະຍາດຫົວເຂົ່າເສື່ອມເປັນຕົ້ນ.

ເຮັດຈິດໃຈໃຫ້ແຈ່ມໃສຢູ່ສະເໝີ: ໂດຍການຝຶກຕົນເອງໃຫ້ຄິດບວກ, ສູດມົນ ຫຼື ນັ່ງສະມາທິກໍໄດ້ເຊັ່ນກັນ.

ກວດສຸຂະພາບຢ່າງສະໝໍ່າສະເໝີ: ໂດຍກວດຢ່າງໜ້ອຍ ປີລະ 1 ເທື່ອ ເພື່ອກວດຄວາມດັນເລືອດ, ກວດຫາລະດັບໄຂມັນໃນເລືອດ, ກວດພາຍໃນເຊັກເບິ່ງເຊື້ອມະເຮັງປາກມົດລູກ, ກວດຫາມະເຮັງເຕົ້ານົມ ( Mammography ), ກວດຫາຄວາມໜາແໜ້ນຂອງກະດູກ ( Bone mineral density ) ແລະ ການກວດສຸຂະພາບອື່ນໆ.

ນອກຈາກນີ້, ໃນປັດຈຸບັນກໍມີວິຕາມິນ ແລະ ອາຫານເສີມໃຫ້ເລືອກຫຼາກຫຼາຍ ແຕ່ທັງນີ້ກໍຕ້ອງເລືອກໃຫ້ເໝາະສົມກັບຮ່າງກາຍນໍາ ໂດຍແນະນຳໃຫ້ປຶກສາແພດກ່ອນຮັບປະທານ ເພື່ອກວດເບິ່ງກ່ອນວ່າມີໂອກາດສ່ຽງທີ່ຈະເກີດພະຍາດແຊກຊ້ອນ ຫຼື ບໍ່ ໂດຍເບິ່ງຜົນຈາກການກວດສຸຂະພາບ, ການປະຕິບັດຕົວ ແລະ ປະຫວັດໃນຄອບຄົວຮ່ວມນໍາ.

ຂໍ້ມູນຈາກ: health.kapook.com

ຮຽບຮຽງ: ນຸ້ມນິ້ມ