ບຸນທາດຫຼວງປີນີ້ ຈະເນັ້ນຮັກສາວັດທະນະທໍາພ້ອມຍົກສູງສິນຄ້າທີ່ຜະລິດພາຍໃນ

117

ອີກບໍ່ພໍເທົ່າໃດວັນກໍຈະແມ່ນບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງປີນີ້ຈັດຂຶ້ນໃນລະຫວ່າງວັນທີ 5 – 11 ພະຈິກ 2019 ພາຍໃນງານ ພາກລັດ ແລະ ຜູ້ປະກອບການກະກຽມຫ້ອງວາງສະແດງ – ຂາຍສິນຄ້າຫຼາຍກວ່າ 1 ພັນຫ້ອງ ອັນທີ່ເດັ່ນແມ່ນສິນຄ້າທີ່ຜະລິດພາຍໃນ ແລະ ສິນຄ້າປະເພນີມີເຖິງ 349 ຫ້ອງ.

ພິທີຖະແຫຼງຂ່າວການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ( ນວ ) ແລະ ງານວາງສະແດງສິນຄ້າ ປະຈຳປີ 2019 ຈັດຂຶ້ນທີ່ເດີ່ນພະທາດຫຼວງວຽງຈັນ ວັນທີ 29 ຕຸລາ 2019 ໂດຍມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍາຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີຫຸນ ສິດທິລືໄຊ ກ່າວວ່າ: ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງບຸນນະມັດສະການພະທາດຫຼວງຂອງຊາດລາວ ກໍຄືຊາວນະຄອນຫຼວງວຽງຈັນ  ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ. ພ້ອມນັ້ນ, ເປັນການສ້າງໂອກາດຊຸກຍູ້ສົ່ງເສີມທ່ອງທ່ຽວການຄ້າ “ ໜຶ່ງເມືອງໜຶ່ງຜະລິດຕະພັນ ” ສິນຄ້າຄອບຄົວຕົວແບບ ທີ່ຈະກ້າວເປັນສິນຄ້າໂອດ໊ອບ ທີ່ກາຍເປັນກາໝາຍແຫ່ງຊາດ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ – ກາງ ໄດ້ມາວາງສະແດງຈຳໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ.

ງານບຸນນະມັດສະການພະທາດຫຼວງ ຈະຈັດຂຶ້ນໃນລະຫວ່າງວັນທີ 5 – 11 ພະຈິກ 2019 ຄື:

ວັນທີ 5 ພະຈິກ ເວລາ 17:00 ໂມງ ພິທີເປີດງານວາງສະແດງສິນຄ້າ ແລະ ສະຫຼຸບການປະຕິສັງຂອນພະທາດຫຼວງວຽງຈັນ ຄັ້ງທີ IV;

ວັນທີ 9 ພະຈິກ ເວລາ 16:00 ໂມງ ພິທີສູດປະລິຕະມຸງຄຸນທີ່ພະທາດຫຼວງ;

ວັນທີ 10 ພະຈິກ ເວລາ 13:30 ໂມງ ພິທີແຫ່ຜາສາດເຜິ້ງ;

ວັນທີ 11 ພະຈິກ ເວລາ 7:00 ໂມງ ພິທີໃສ່ບາດຖວາຍສັງຄະທານ ເວລາ 13:00 ໂມງ ພິທີແຫ່ລູກຄີ ແລະ ການແຂ່ງຂັນກີລາພື້ນບ້ານຕີຄີ ເວລາ 19:00 ໂມງ ພິທີວຽນທຽນ ແລະ ຈູດທູບທຽນ ບັ້ງໄຟສັກກາລະບູຊາອົງພະທາດ; ສ່ວນງານວາງສະແດງສິນຄ້າຢູ່ສູນການຄ້າ ລາວ – ໄອເຕັກ ຈັດຂຶ້ນວັນທີ 6 – 17 ພະຈິກ 2019.

ສຳລັບການວາງສະແດງສິນຄ້າທີ່ເດີ່ນພະທາດຫຼວງ ສະໜາມຫຼວງ ປະກອບມີ: ສິນຄ້າໂອດ໊ອບ, ສິນຄ້າຄອບຄົວຕົວແບບ, ສິນຄ້າຜະລິດຕະພັນພາຍໃນ ແລະ ວາງສະແດງສິນຄ້າປະເພດທ່ອງທ່ຽວ 215 ຫ້ອງ, ສິນຄ້າປະເພດບໍລິສັດ ຂາເຂົ້າ – ຂາອອກ, ເສື້ອຜ້າ, ສິນຄ້າທົ່ວໄປ ແລະ ເຄື່ອງຫຼິ້ນ 669 ຫ້ອງ, ປະເພດອາຫານ, ເຄື່ອງດື່ມ, ເຂົ້າຫຼາມປີ້ງໄກ່ ຢູ່ຂອບເຂດຮອບນອກ 134 ຫ້ອງ ລວມທັງໝົດປະມານ 1.018 ຫ້ອງ; ສ່ວນຢູ່ສູນການຄ້າ ລາວ – ໄອເຕັກ ມີຫ້ອງໄວ້ຮອງຮັບ 488 ຫ້ອງ.

ຂ່າວ: ພຸດຕີ້; ຂໍ້ມູນ: ວຽງຈັນໃໝ່