ຮອງປະທານ ສຕລ ເນັ້ນໜັກໃຫ້ ຢູ 19 ລາວ ມີລະບຽບ-ຄວາມສາມັກຄີ ຫຼິ້ນສຸດຄວາມສາມາດ

153

ທ່ານ ຄໍາໄຜ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ໂອລົມຄະນະຄູຝຶກ ແລະ ນັກກິລາ ທີ່ຈະເຂົ້າຮ່ວມການ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ຫລື AFC U-19 CHAMPIONSHIP 2020, Qualifiers ທີ່ ໄຕ້ຫວັນ, ເຊິ່ງການໂອລົມຈັດຂຶ້ນໃນຕອນບ່າຍ ວັນພຸດ 30 ຕຸລາ 2019 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ

ໂດຍ ທ່ານ ຄຳໄຜ່ ປຣະເສີດ ຮອງປະທານ ສຕລ ໄດ້ເນັ້ນຫນັກໃຫ້ທາງ ຄະນະຄູຝຶກ ແລະ ນັກກິລານັບຖືກົດລະບຽບວິໄນຢ່າງເຂັ້ມງວດ, ມີຄວາມສາມັກຄີກັນ ແລະ ຫລີກລ້ຽງທີ່ສຸດ ເລື່ອງການລົ້ມບານ , ຫລິ້ນໃຫ້ສຸດຄວາມສາມາດ ໃຫ້ນຳ ໄຊຊະນະກັບຄືນສູ່ ສປປ ລາວ ກ່ອນກຳນົດການເດີນທາງ ທີມຊາດລາວ ຢູ19 ຈະອອກເດີນທາງໃນຕອນເຊົ້າ ວັນເສົາ 2 ພະຈິກ 2019.

ສຳລັບລາຍຊື່ ຄະນະນຳ, ຄະນະຄູຝຶກ 8 ຄົນປະກອບມີ:
1 ທ່ານ ປະສິດ ສຸພາບ ຮອງປະທານ ສຕລ ຄະນະນຳ
2 ທ່ານ SUNDRAM MOORTHY ຫົວຫນ້າຄູຝຶກ ຊາວສິງກະໂປ
3 ທ່ານ ຈັນທະວົງ ສິລິມະໂນທຳ ຜູ້ຈັດການທີມ
4 ທ່ານ ວົງມີໄຊ ສຸບົວຄຳ ຜູ້ຊ່ວຍຄູຝຶກ

5 ທ່ານ NEO CHEE SEONG ຜູ້ຊ່ວຍຄູຝຶກ ຊາວສິງກະໂປ
6 ທ່ານ ແສງເພັດ ວົງໄຊຍະລາດ ຄູຝຶກຜູ້ຮັກສາປະຕູ
7 ທ່ານ ແສງຈັນ ສີບຸນເຮືອງ ແພດປະຈຳທີມ
8 ທ່ານ ສຸດໃຈ ສຸກແພງສີ ອຸປະກອນ

ລາຍຊື່ນັກກິລາ 23 ຄົນປະກອບມີ:
ຜູ້ຮັກສາປະຕູ
1 ພາລະດອນ ມະນີຄຳ ຈາກ ສະໂມສອນ ນະຄອນຫລວງວຽງຈັນ ເອັຟຊີ
2 ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນ ເອສະຣາ ເອັຟຊີ
3 ສໍລະສັກ ທີລະວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

ກອງຫລັງ
4 ສົງການ ສີຈັນທະວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
5 ອານຸລັກ ວັນນະລາດ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
6 ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ
7 ນາລົງສິດ ຈັນທະລັງສີ ຈາກ ສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ

 

8 ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ ເອັຟຊີ
9 ສະເຫຼີມໄຊ ພົມມາວົງ ຈາກ ສະໂມສອນ ເອສະຣາ ເອັຟຊີ
10 ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ ເອັຟຊີ
11 ຊີດີ ພົມສະຫວັນ ຈາກ ສະໂມສອນ ເອສະຣາ ເອັຟຊີ

ກອງກາງ
12 ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ວຽງຈັນ ເອັຟທີ
13 ບຸນມີ ປິ່ນແກ້ວ ຈາກ ສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ
14 ພູວຽງ ພູມສະຫວັດ ຈາກ ສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ
15 ອາລຸນໄນ ລຸນລາສີ ຈາກ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ

16 ກ້ວຍເຈັງ ໜູພັກດີ ຈາກ ກອງພົນທະຫານຮາບທີ 5 ແຂວງຈຳປາສັກ
17 ພຸດທະລັກ ທອງສະໜິດ ຈາກ ສະໂມສອນ ເອສະຣາ ເອັຟຊີ
18 ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ ເອັຟຊີ
19 ເລັກໂຕ ຫຼວງອາໄພ ຈາກ ສະໂມສອນ ອີໂວ ຢູໄນເຕັດ

ກອງຫນ້າ
20 ໂຈນີ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ ເອັຟຊີ
21 ສຸພັນ ຄໍາໃບອອ່ນ ຈາກ ສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ
22 ຕີ ສີຫາລາດ ຈາກ ສະໂມສອນ ກອງທັບ ເອັຟຊີ
23 ທຽນທັນວາ ສີຈຳປາ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ຫລື AFC U-19 CHAMPIONSHIP 2020, Qualifiers ຈັດຂຶ້ນຢູ່ທີ່ ໄຕ້ຫວັນ ໃນລະຫວ່າງວັນທີ 06-10 ພະຈິກ 2019 ເຊິ່ງທີມຊາດລາວ ຖືກຈັດຢູ່ຮ່ວມ ກ່ມ H ປະກອບມີ: ອົສຕຣາລີ, ໄຕ້ຫວັນ ( ເຈົ້າພາບ ), ມາເກົາ ແລະ ລາວ .
ສໍາລັບ ຕາຕະລາງການແຂ່ງຂັນ ທີມຊາດລາວ ຢູ 19 ມີດັ່ງນີ້:
– ວັນທີ 06 ພະຈິກ 2019 ເວລາ 16:00 ທີມຊາດອົສຕຣາລີ ພົບ ທີມຊາດລາວ ແຂ່ງຂັນຢູ່ທີ່ສະຫນາມ National Stadium (Kaohsiung City), CHINESE TAIPEI.
– ວັນທີ 08 ພະຈິກ 2019 ເວລາ 19:00 ລາວ ພົບ ໄຕ້ຫວັນ ແຂ່ງຂັນຢູ່ທີ່ສະຫນາມ National Stadium (Kaohsiung City), CHINESE TAIPEI.
– ວັນທີ 10 ພະຈິກ 2019 ເວລາ 16:00 ມາເກົາ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ National Stadium (Kaohsiung City), CHINESE TAIPEI.
ຂໍມູນຈາກ:​ ສະຫະພັນບານເຕະແຫ່ງຊາດລາວ Lao Football Federation