ມາຕິດໆ ພາຍຸໝັດໂມ ຫົວທີ 22 ຈະພັດຜ່ານພາກກາງ-ໃຕ້ຂອງລາວ 31 ຕຸລານີ້

105

ຫາກໍ່ແຈ້ງເຕືອນກັນໄປວານນີ້ ເລື່ອງພາຍຸດີເປຼຊັນ ຕາມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການເຖິງປະຊາຊົນ ທີ່ອາໄສຢູ່ບັນດາແຂວງທີ່ມີຄວາມສ່ຽງຕາມຂ່າວຈະເຄື່ອນຕົວເຂົ້າພາກໃຕ້ຂອງ ສສ ຫວຽດນາມ ໃນຄໍ່າຄືນຂອງວັນທີ 29 ຕຸລາ ແລະ ຈະສົ່ງອິດທິພົນເຖິງປະເທດລາວ ໃນວັນທີ 30-31 ຕຸລາ 2019 ນີ້ ແລະກໍ່ກັບກາຍເປັນພາຍຸຫົວໃໝ່ ໝັດໂມ ບອກຮອດລາວມື້ອື່ນນີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ໄດ້ອອກແຈ້ງການເຕືອນໄພ ສະບັບທີ 2 ເລກທີ 1526/ກອຕທ ລົງວັນທີ 30 ຕຸລາ 2019 ໂດຍລະບຸວ່າ: ເນື່ອງຈາກວ່າ ພາຍຸດີເປຼ່ຊັນໄດ້ເພີ່ມກໍາລັງແຮງຂຶ້ນ ກາຍເປັນພາໝຸນເຂດຮ້ອນ ໝັດໂມ (MATMO) ຫົວທີ 22 ປະຈໍາປີ 2019 ເຊິ່ງເວລາ 5 ໂມງເຊົ້າ ຂອງວັນທີ 30 ຕຸລາ 2019 ມີຈຸດສູນກາງຢູ່ເສັ້ນຂະໜານທີ 13.3 ອົງສາເໜືອ ແລະ ເສັ້ນແວງທີ 12.0 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເຄື່ອນຂຶ້ນຝັ່ງທາງພາກໃຕ້ຂອງປະເທດ ສສ ຫວຽດນາມ ໃນຕອນຄໍ່າຂອງມື້ນີ້.

ພ້ອມທັງສືບຕໍ່ເຄື່ອນທີ່ຜ່ານພາກໃຕ້ຂອງ ປະເທດລາວ ແລະ ຈະອ່ອນກໍາລັງລົງເປັນພາຍຸດີເປຼຊັ່ນ ຈາກນັ້ນກາຍເປັນຍ່ອມຄວາມກົດດັນອາກາດຕໍ່າ ໃນໄລຍະວັນທີ 31 ຕຸລາ ຫາ 7 ພະຈິກ 2019. ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກໃຕ້ ຫາ ພາກກາງ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ຄວນມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ, ດິນເຈື່ອນ ແລະ ຕົ້ນໄມ້ຫັກລົ້ມ ເກີດຂຶ້ນໄດ້ໃນໄລຍະ 1 ຫາ 3 ວັນຕໍ່ ໜ້ານີ້.