ສ.ເກົາຫຼີ ຕັດສິນໃຈຍົກເລີກສະຖານະພິເສດທາງການຄ້າ

127

ສ.ເກົາຫຼີ ຕັດສິນໃຈຍົກເລີກສະຖານະປະເທດກໍາລັງພັດທະນາຂອງອົງການການຄ້າໂລກ ທ່າມກາງຄວາມກັງວົນຂອງກະສິກອນທີ່ອາດຈະສູນເສຍສິດທິພິເສດທາງການຄ້າ.

ລັດຖະບານ ສ.ເກົາຫຼີ ປະກາດຈະຍົກເລີກສະຖານະຂອງປະເທດໃນຖານະປະເທດກໍາລັງພັດທະນາ ໃນການເປັນສະມາຊິກອົງການການຄ້າໂລກ ຫຼັງເມື່ອເດືອນກໍລະກົດທີ່ຜ່ານມາ ອາເມຣິກາ ປະກາດວ່າປະເທດກໍາລັງພັດທະນາຕ່າງໆຈະບໍ່ໄດ້ຮັບປະໂຫຍດ ແລະ ສິດທິພິເສດຕ່າງໆທີ່ມາພ້ອມກັບສະຖານະປະເທດກໍາລັງພັດທະນາອີກຕໍ່ໄປ.

ທ່ານ ຮອງ ນໍາກິ ລັດຖະມົນຕີກະຊວງການເງິນ ສ.ເກົາຫຼີ ກ່າວວ່າ: ສ.ເກົາຫຼີ ຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກທີ່ຈະຈັດປະເທດຢູ່ໃນຖານະປະເທດກໍາລັງພັດທະນາ. ສະນັ້ນ, ລັດຖະບານຈຶ່ງຕັດສິນໃຈທີ່ຈະບໍ່ໃຊ້ສິດທິພິເສດໃນຖານະປະເທດກໍາລັງພັດທະນາອີກຕໍ່ໄປ ໃນການເຈລະຈາຂອງອົງການການຄ້າໂລກໃນອະນາຄົດ.

ສ.ເກົາຫຼີ ປະກາດເປັນປະເທດກໍາລັງພັດທະນາມາໂດຍຕະຫຼອດ ນັບຕັ້ງແຕ່ປີ 1995 ເພື່ອປົກປ້ອງອຸດສາຫະກໍາກະສິກໍາຂອງປະເທດທີ່ມີຄວາມອ່ອນໄຫວຕໍ່ການຄ້າລະຫວ່າງປະເທດ.