ການຄ້າຂາຍທາງອອນລາຍມາແຮງໃນຮົງກົງ

67

ການຄ້າຂາຍທາງອອນລາຍໃນຮົງກົງ ກໍາລັງເຕີບໃຫຍ່ ຂະຫຍາຍຕົວຂຶ້ນຢ່າງໄວວາ ຫຼັງເຫດການໂຮມຊຸມນຸມຕໍ່ຕ້ານກົດໝາຍສົ່ງຜູ້ຮ້າຍຂ້າມແດນໃນ ຮົງກົງ ທີ່ຍືດເຍື້ອຍາວນານ ຈາກທີ່ເມື່ອກ່ອນການເດີນທາງໄປຊື້ເຄື່ອງຈາກຮ້ານທົ່ວໄປງ່າຍໆ ແຕ່ປັດຈຸບັນມີຄວາມຫຍຸ້ງຍາກ.

ຈາກການລາຍງານການຈ່າຍເງິນຂອງຮ້ານຄ້າທົ່ວໂລກ ປະຈໍາປີ 2019 ໂດຍ ເວິນເພ ໃຫ້ຮູ້ວ່າ: ການຄ້າຂາຍອອນລາຍມັກຂະຫຍາຍຕົວໄດ້ຊ້າໃນ ຮົງກົງ ເຊິ່ງຮ້ານຄ້າ ແລະ ຮ້ານອາຫານຢູ່ບໍ່ໄກຈາກຜູ້ບໍລິໂພກ ໂດຍໃນປີ 2018 ມີພຽງ 4% ຈາກການຊື້ສິນຄ້າຍ່ອຍຜ່ານຊ່ອງທາງອອນລາຍ.

ທ່ານ ຊຸນເອງ ຜູ້ອໍານວຍການບໍລິສັດເຄື່ອງໃຊ້ໃນຄົວເຮືອນ ກ່າວວ່າ: ໃນໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາໄດ້ເຊົາໄປຊື້ເຄື່ອງຕາມຮ້ານທົ່ວໄປ ແລະ ຫັນໄປສັ່ງຊື້ສິນຄ້າຜ່ານທາງອອນລາຍແທນ.

ສໍານັກຂ່າວ ເຊົາໄຊນາ ມໍນິງ ໂພດລາຍງານວ່າ: ການດໍາລົງຊີວິດປະຈໍາວັນຂອງຄົນຮົງກົງ ປ່ຽນແປງໄປຈາກການໂຮມຊຸມນຸມເນື່ອງຈາກເຂດການຄ້າສໍາຄັນຕ່າງຕົກເປັນຈຸດໝາຍການປະທະໃນການໂຮມຊຸມນຸມລະຫວ່າງເຈົ້າໜ້າທີ່ ແລະ ກຸ່ມຜູ້ໂຮມຊຸມນຸມ.