ວິທີຮຽນພາສາອັງກິດໃຫ້ເກັ່ງ

176

ການຮຽນພາສາອັງກິດໃຫ້ໄດ້ໄວທັນໃຈ ເຊິ່ງມີຫຼາຍຄົນອາດຈະຄິດວ່າມັນຍາກ ແລະ ບໍ່ສາມາດຮຽນໄດ້ ແຕ່ຄວາມຈິງແລ້ວ ພຽງແຕ່ເຮົາມີວິທີການຮຽນ ແລະ ສະກົດຄຳໃຫ້ຖືກຕ້ອງກໍສາມາດຮຽນໄດ້ແນ່ນອນ. ສະນັ້ນ. ມື້ນີ້ຜູ້ຂຽນໄດ້ສັງລວມເອົາ 10 ວິທີ ຮຽນພາສາອັງກິດໃຫ້ໄດ້ໄວຂຶ້ນຕັ້ງແຕ່ເລີ່ມຕົ້ນມາຝາກນ້ອງໆນັກຮຽນ – ນັກສຶກສາ ທີ່ກຳລັງຊອກຫາວິທີຮຽນພາສາອັງກິດຢູ່ຕອນນີ້ ດ້ວຍວິທີງ່າຍດັ່ງນີ້:

ອ່ານທຸກຢ່າງທີ່ເຮົາອ່ານໄດ້: ບົດນິທານ, ບົດເລື່ອງ, ໜັງສືພິມ, ວາລະສານ, ເວັບໄຊ, ອີເມລ, ໂຊຊຽວມີເດຍ ແລະ ອື່ນໆ ຖ້າມີພາສາອັງກິດໃຫ້ທົດລອງອ່ານເບິ່ງ ເຊິ່ງມັນຈະມີທັງຄຳສັບໃໝ່ ແລະ ຄຳສັບເກົ່າ ຈະຊ່ວຍໃຫ້ເຮົາອ່ານໄດ້ໄວຂຶ້ນ, ການທີ່ເຮົາເຫັນຄຳສັບຈຳພວກນີ້ຜ່ານຕາຕະຫຼອດ ເຮັດໃຫ້ເຮົາຈື່ຄຳສັບນີ້ຂຶ້ນໃຈ ທັງຍັງຮຽນຮູ້ຄຳສັບ ແລະ ສຳນວນໃໝ່ໆ.

ຈົດຄຳສັບໃໝ່ໆຢູ່ສະເໝີ: ເມື່ອກຳລັງຮຽນພາສາເຮົາມັກຈະຮຽນຄຳສັບ ຫຼື ສຳນວນໃໝ່ໆຈົນເພິີນແລ້ວຄິດວ່າເຮົາຈະຈື່ບໍ່ລືມ ແຕ່ຄວາມຈິງແລ້ວຄົນເຮົາບໍ່ສາມາດຈື່ຄຳສັບໄດ້ໝົດໃນຄັ້ງດຽວ. ສະນັ້ນ, ເຮົາລອງຖືປຶ້ມຕິດຕົວຕະຫຼອດໃຫ້ເປັນນິດໄສ ຫຼື ລອງໃຊ້ແອັບ Evernote ເມື່ອເຮົາໄດ້ອ່ານ ຫຼື ໄດ້ເຫັນຄຳສັບ ແລະ ຄຳສຳນວນໃໝ່ໆ ໃຫ້ຈົດລົງໄວ້ໃນປຶ້ມພ້ອມທັງອະທິບາຍຄວາມໝາຍຄຳນັ້ນໃຫ້ລະອຽດ ເວລາກັບມາອ່ານທວນຄືນຈະໄດ້ເຂົ້າໃຈງ່າຍຂຶ້ນ.

ສົນທະນາໃຫ້ຫຼາຍຂຶ້ນ: ພາສາຈະມີໄວ້ເຮັດຫຍັງຖ້າເຮົາບໍ່ໃຊ້ສື່ສານກັບຄົນອື່ນ ເພາະການສົນທະນາ ຫຼື ການເວົ້າກັບຄົນອື່ນ ຈະເຮັດໃຫ້ເຮົາຈື່ໄດ້ດີ ກວ່າການຂຽນ ເພາະມີບາງຄົນທີ່ບອກກັບຕົວເອງວ່າ “ ເຂົ້າໃຈພາສາອັງກິດແຕ່ເວົ້າບໍ່ໄດ້ ” ແລະ ມີຫຼາຍຄົນທີ່ມີແວວຈະເວົ້າພາສາອັງກິດໄດ້. ສະນັ້ນ, ຈຶ່ງເຮັດໃຫ້ການເວົ້າກາຍເປັນກຳແພງກັ້ນທີ່ບໍ່ສາມາດຂ້າມຜ່ານໄດ້ ແລະ ຫ້າມຄິດແບບນັ້ນເດັດຂາດ ຖ້າເຮົາລອງຫາເຈົ້າຂອງພາສາເພື່ອແລກປ່ຽນບົດຮຽນ ແບບສະໝັກຮຽນ ຫຼື ຮຽນອອນລາຍກໍໄດ້.

ຕິດຕາມເວັບໄຊ ແລະ ຢູທູບ: ບໍ່ວ່າຈະມັກເລື່ອງຕະຫຼົກເຮຮາ, ເລື່ອງການເມືອງ, ການເຮັດອາຫານ ຫຼື ອື່ນໆ ຈະມີເວັບໄຊ ແລະ ຢູທູບ ເປັນພາສາອັງກິດແນ່ນອນ ລອງຕິດຕາມຈັກສອງສາມຢ່າງ ແລ້ວຟັງລະ ຫວ່າງຂັບລົດ ຫຼື ເບິ່ງລະຫວ່າງທາງໄປໂຮງຮຽນ ແລະ ເບິ່ງຢາມໄປເຮັດວຽກກໍໄດ້.

ໄປຮຽນຕໍ່ຕ່າງປະເທດ: ຖ້າມີວິທີໃດດີກວ່າການຮຽນພາສາອັງກິດດ້ວຍການຝັງຕົວເອງຢູ່ໃນປະເທດທີ່ໃຊ້ພາສາອັງກິດ ເຮົາກໍຢາກຮູ້ຄືກັນວ່າ ພາສາອັງກິດນັ້ນບໍ່ແມ່ນຄວາມລັບແຕ່ເປັນພາສາທີ່ຄົນນິຍົມໃຊ້ຫຼາຍທີ່ສຸດໃນໂລກ. ສະນັ້ນ, ຈຶ່ງມີປະເທດໃຫ້ເລືອກຮຽນຫຼາກຫຼາຍ ເຊິ່ງເຮົາສາມາດເລືອກບັນຍາກາດການຮຽນຕາມຄວາມຝັນໄດ້ຈາກສະຖານທີ່, ອາກາດ ຫຼື ເມື່ອງທີ່ເຮົາມັກ ເຊັ່ນ: ນູແວນເຊລັງ, ອັງກິດ, ອາເມຣິກາ, ການາດາ ແລະ ປະເທດອື່ນໆ.

ຮຽນຜ່ານໝູ່ເພື່ອນ: ເມື່ອມີເພື່ອນທີ່ໂພສພາສາອັງກິດຜ່ານສື່ອອນລາຍ ເຮົາລອງມາເບິ່ງວ່າພວກເຂົາໄດ້ແບ່ງເປັນ ( ແຊຣ໌ )ຫຍັງແດ່, ຂຽນຫຍັງແດ່ລົງທາງອອນລາຍ ແລ້ວເຮົາພະຍາຍາມອ່ານເບິ່ງມື້ລະເລື່ອງສອງເລື່ອງອາດຈະເປັນຂ່າວ, ບົດຄວາມ, ວິດີໂອ, ບົດສົນທະນາ, ເພງ ຫຼື ອື່ນໆກໍໄດ້ ຖ້າມັນເປັນພາສາອັງກິດ ເຊິ່ງມັນອາດຈະເປັນທາງເລືອກທີ່ດີ ແລະ ສາມາດຊ່ວຍເຮົາໄດ້ແນ່ນອນ.

ຖາມໃຫ້ຫຼາຍໆ: ສຳລັບຄົນທີ່ກຳລັງຮຽນພາສານັ້ນຍິ່ງຖາມຫຼາຍກໍຍິ່ງເກັ່ງໄວຂຶ້ນ ເມື່ອເຮົາຮຽນພາສາອັງກິດ ຈະມີຄຳຖາມທີ່ຫຼາກຫຼາຍ ຢ່າມົວແຕ່ນັ່ງຊຶງ, ຄວນເຮັດຕົວຢາກຮູ້ຢາກເຫັນແລ້ວຫາທາງຕອບຄຳຖາມເຫຼົ່ານັ້ນ, ຖ້າເຮົາຢູ່ໃນຊັ້ນຮຽນພາສາໃຫ້ຖາມຄູ – ອາຈານເພາະມັນເປັນໜ້າທີ່ຂອງຄູຢູ່ແລ້ວທີ່ຈະຕ້ອງຕອບນັກຮຽນ, ຖ້າເຮົາຮຽນດ້ວຍຕົນເອງ ເຮົາສາມາດຫາຄຳຕອບຈາກປຶ້ມ ຫຼື ເວັບໄຊ ກ່ຽວກັບພາສາອັງກິດ ແລະ ຖາມຄົນອື່ນໆ ຫຼື ຄົ້ນຫາຈາກເວັບອື່ນໆ ຮັບຮອງວ່າບໍ່ເສຍເວລາແນ່ນອນ.

ນຳຕາມຮອຍນັກສະແດງ: ລອງປ່ຽນວິິທີການຮຽນດ້ວຍການເລືອກນັກສະແດງ, ນັກຮ້ອງ ທີ່ເວົ້າພາສາອັງກິດທີ່ເຮົາມັກ ແລ້ວຄົ້ນຫາບົດສຳພາດທີ່ພວກເຂົາໃຫ້ໄວ້ມາອ່ານໃຫ້ເຂົ້າໃຈ ແລ້ວມາຈົດຄຳສັບ ແລະ ສຳນວນທີ່ໜ້າສົນໃຈທີ່ຕົນໄດ້ຍິນ ເຊັ່ນ: ການເລົ່າເລື່ອງ, ມຸກຕະຫຼົກ ຫຼື ຄັງຄວາມຮູ້ຂອງຄົນໆນັ້ນ ເຊິ່ງມັນຈະເປັນບົດຮຽນທີ່ດີ ເພື່ອນຳມາເປັນແບບຢ່າງໃຫ້ແກ່ຕົນເອງ.

ເລີ່ມຈາກເລື່ອງທີ່ຈຳເປັນ: ການຮຽນພາສາອັງກິດຈະໄປໄດ້ໄວກວ່າຖ້າໝັ່ນເຕືອນຕົວເອງສະເໝີວ່າເຮົາຮຽນເພື່ອຫຍັງ ຖ້າເຮົາກຳລັງຈະໄປແລກປ່ຽນບົດຮຽນກັບໝູ່ກໍຕ້ອງເນັ້ນຄຳສັບກ່ຽວກັບການຮຽນ, ຖ້າຈະໄປງານສົນທະນາຕ່າງປະເທດກໍເນັ້ນເລື່ອງການສົນທະນາໄວ້ລົມກັບເພື່ອນຮ່ວມງານ ແລະ ຖ້າຈະໄປທ່ຽວໄລຍະພັກແລ້ງ ກໍເນັ້ນຄຳສັບກ່ຽວກັບການທ່ອງທ່ຽວໃຫ້ຫຼາຍໆ.

ຫ້າມນ້ອຍໃຈຕົວເອງເວລາທີ່ເຮົາເຮັດຜິດ: ເມື່ອຮູ້ວ່າຮຽນແລ້ວບໍ່ໄດ້ຫຍັງ ເຊິ່ງເປັນເກືອບທຸກຄົນ ຫ້າມເວົ້າວ່າຕົນເອງເວົ້າພາສາອັງກິດບໍ່ໄດ້ ຫຼື ຕົນເອງບໍ່ມີວັນເຂົ້າໃຈ ແຕ່ ຄວາມຈິງແລ້ວມັນມີແຕ່ຈະເຮັດໃຫ້ສະໝອງບໍ່ເຫັນວ່າຕົວເອງພັດທະນາໄປໄດ້ສໍ່າໃດແລ້ວ ແຖມຍັງເຮັດໃຫ້ເຮົາເຊື່ອວ່າ ຄວາມຝັນທີ່ຈະເວົ້າພາສາອັງກິດໄດ້ບໍ່ມີວັນເປັນຈິງ. ລອງປ່ຽນຈາກວິທີດັ່ງກ່າວມາເວົ້າກັບຕົວເອງວ່າເຮົາກຳລັງຮຽນພາສາອັງກິດ ແລະ ພັດທະນາດີຂຶ້ນທຸກວັນ, ການຮຽນຂອງເຮົາດີຂຶ້ນຫຼາຍຖ້າທຽບໃສ່ 6 ເດືອນຜ່ານມາ ແລະ ປະໂຫຍກອື່ນໆເພື່ອເຕືອນຕົວເອງໃຫ້ສະໝອງເຫັນພາບລວມ.

( ໂດຍ: ແກ້ວ: ຮຽບຮຽງຈາກ: newcambridge.net )