ວ້າວ!!! ນັກສຶກສາຈາກ ມຊ ຄວ້າລາງວັນ HONDA-YES Award 2019

188

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຮ່ວມກັບອົງການໄຈກາ ປະຈຳລາວ ແລະມູນນິທິຮອນດາ ໄດ້ຈັດພິທີມອບ-ຮັບ ລາງວັນຮອນດາສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ (HONDA YES Award) ປະຈຳປີ 2019, ໂດຍໄດ້ມອບລາງວັນໃຫ້ແກ່ທ້າວ ກີສັ້ນ ຈັນທີ ນັກສຶກສາປີທີ 3 ຈາກພາກວິຊາວິສະວະກຳໂຍທາ ຄະນະວິສະວະກຳສາດ ແລະທ້າວ ກົ້ງ ເຮີ່ ນັກສຶກສາປີທີ 4 ຈາກພາກວິຊາຟີຊິກສາດ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ.

ພິທີມອບ-ຮັບ ໄດ້ຈັດຂຶ້ນ ໃນວັນທີ 23 ຕຸລາ 2019 ຜ່ານມານີ້, ທີ່ຫ້ອງປະຊຸມຂອງສະຖາບັນ, ໂດຍການເປັນປະທານຂອງ ທ່ານ ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ເກອິໂຊະ ທາເກວະກະ (KeizoTAKEWAKA) ເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ, ມູນນິທິຮອນດາ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ສຳລັບນັກສຶກສາທັງ 2 ນ້ອງ ແມ່ນຜູ້ທີ່ຜ່ານການຄັດເລືອກໃນແຕ່ລະຂັ້ນຕອນຈົນໄດ້ຮັບລາງວັນ; ພ້ອມທັງໄດ້ຮັບຫຼຽນລາງວັນ, 2 ໃບຢັ້ງຢືນ ແລະ ທຶນການສຶກສາ ຈໍານວນເງິນຜູ້ລະ 3.000 ໂດລາສະຫະລັດ ເຊິ່ງມອບໂດຍ ທ່ານ ດຣ. ມິດຊູໂນບຸ ກາໂນະ (Mitsunobu KANO) ຜູ້ອຳນວຍການຝ່າຍຈັດການມູນນິທິຮອນດາ.

ໂຄງການລາງວັນຮອນດາ ເປັນໜຶ່ງໂຄງການທີ່ໄດ້ເປີດໂອກາດໃຫ້ແກ່ນັກສຶກສາທີ່ກຳລັງສຶກສາຢູ່ໃນ ມະຫາວິທະຍາໄລແຫ່ງຊາດ ໄດ້ມີເວທີສະແດງຄວາມຮູ້, ຄວາມສາມາດ ແລະ ແນວຄວາມຄິດຂອງຕົນໃນການພັດທະນາສ້າງປະເທດຊາດ ໂດຍທາງມູນນິທິໄດ້ມີການປະກາດຮັບສະໝັກເອົານັກສຶກສາຜູ້ທີ່ມີຄວາມສົນໃຈ ແລ້ວດຳເນີນການຄັດເລືອກຕາມຂັ້ນຕອນໂດຍມີຄະນະກຳມະການຄັດເລືອກສະເພາະ.


ເຊິ່ງໃນປີນີ້ມີນັກສຶກສາສະໝັກເຂົ້າຮ່ວມທັງໝົດ 167 ຄົນ, ຍິງ 54 ຄົນ ໃນ 3 ຄະນະວິຊາຄື: ຄະນະວິສະວະກຳສາດ, ຄະນະວິທະຍາສາດທຳມະຊາດ ແລະ ຄະນະຊັບພະຍາກອນນໍ້າ.
ສຳລັບ ສປປ ລາວ ແມ່ນໄດ້ລິເລີ່ມໂຄງການມາແຕ່ປີ 2008 ພ້ອມໆກັບປະເທດກໍາປູເຈຍ ແລະປະເທດມຽນມາ ໂດຍມີນັກສຶກສາທີ່ເຄີຍໄດ້ຮັບລາງວັນມາແລ້ວທັງໝົດ 10 ຄົນ ຍິງ 7 ຄົນ.

ທີ່ມາ: http://nuol.edu.la