ອັດຕະປື ອະນຸມັດທີ່ດິນ 50 ເຮັກຕາ ໃຫ້ເອກະຊົນສຳປະທານ ເພື່ອການກະສິກຳ

241

ສປປ ລາວ ຍັງມີທ່າແຮງໃນການຜະລິດກະສິກຳເປັນສິນຄ້າ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ເຊິ່ງປັດຈຸບັນລັດກຳລັງສົ່ງເສີມໃຫ້ຫັນປ່ຽນການຜະລິດຈາກທີ່ເຮົາເຮັດພໍກຸ້ມກິນ ມາເປັນຜະລິດໃຫ້ຫຼາຍກາຍເປັນສິນຄ້າ ທັງນີ້, ກໍ່ເພື່ອເຮັດໃຫ້ປະຊາຊົນມີລາຍຮັບມີຖານະຄວາມເປັນຢູ່ດີຂຶ້ນ.


ຫຼ້າສຸດນີ້, ແຂວງອັດຕະປື ໄດ້ອະນຸມັດເນື້ອທີ່ດິນ 50 ເຮັກຕາ ຢູ່ເຂດບ້ານ ສົມບູນ ເມືອງ ພູວົງ ໃຫ້ບໍລິສັກບໍລິສັດ ແກ້ວມະນີ ພັດທະນາກະສິກຳ ການຄ້າຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ສຳປະທານເຊົ່າ ເພື່ອການລົງທຶນລ້ຽງສັດປະເພດຄວາຍ, ງົວ, ແບ້, ໄກ່ດໍາ ແລະ ປາສະຫວາຍ ເປັນສິນຄ້າຂາຍພາຍໃນ ແລະ ສົ່ງອອກຕ່າງປະເທດ. ເຊິ່ງໂຄງການດັ່ງກ່າວ ມີໄລຍະສໍາປະທານ 25 ປີ, ມີມູນຄ່າການລົງທຶນທັງໝົດ 16 ຕື້ກວ່າກີບ.


ການເຊັນສັນຍາສຳປະທານຕອນດິນໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2019 ຜ່ານມາ ຢູ່ທີ່ພະແນກແຜນການ-ການລົງທຶນແຂວງອັດຕະປື ລະຫວ່າງ ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າພະແນກການ-ການລົງທຶນແຂວງອັດຕະປື ກັບ ທ່ານ ວັນຈ້ອງຕຸ້ຍ ຜູ້ອໍານວຍການ ບໍລິສັດ ແກ້ວມະນີ ພັດທະນາກະສິກຳ ການຄ້າຂາເຂົ້າ-ຂາອອກຈໍາກັດຜູ້ດຽວ, ເປັນກຽດເຂົ້າຮ່ວມເປັນສັນຂີພິຍານໃນຄັ້ງນີ້ ມີ ທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງໆອັດຕະປື ມີບັນດາຄະນະນໍາຂອງແຂວງ, ເມືອງພູວົງ, ບໍລິສັດສໍາປະທານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທີ່ມາ: Attapeu Media