ສື່ມວນຊົນລາວຮ່ວມເກັບກຳຂໍ້ມູນແຫຼ່ງທ່ອງທ່ຽວ 4 ແຂວງທີ່ ສປ ຈີນ

59

ໃນລະຫວ່າງວັນທີ 14 ຫາ 23 ຕຸລາ 2019 ນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ຮ່ວມກັບ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ແລະ ບໍລິສັດ ທ່ອງທ່ຽວໂຢເຄີ້ ( YUEKE Tourism ) ໄດ້ຈັດກິດຈະກຳເຊີນສື່ມວນຊົນລາວໄປທັດສະນະສຶກສາເກັບກຳຂໍ້ມູນແຫຼ່ງທ່ອງທ່ຽວ 4 ແຂວງທີ່ ສປ ຈີນ ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ແກ່ການໂຄສະນາປີທ່ອງທ່ຽວລາວ – ຈີນ 2019.

ໃນລະຫວ່າງວັນທີ 14 ຫາ ຕອນເຊົ້າວັນທີ 17 ຕຸລາ ແມ່ນໄດ້ໄປຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງນະຄອນຊຽງໄຮ້ ( Shanghai ) ຄື: ເມືອງເກົ່າ ຍຸ້ຍຢວນ.

ຕາມການໃຫ້ຂໍ້ມູນຂອງ ທ່ານ ນາງ ລີຊາ ພະນັກງານນຳທ່ຽວ ໃຫ້ຮູ້ວ່າ: ເມືອງເກົ່ານີ້ມີອາຍຸຫຼາຍກວ່າ 500 ປີ ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ແວ່ເຂົ້າທ່ຽວຊົມຕະຫຼອດປີ ໂດຍຄິດໄລ່ສະເລ່ຍວັນໜຶ່ງປະມານ 8 ແສນເທື່ອຄົນ ຖ້າເປັນວັນພັກເສົາ ແລະ ອາທິດ ແມ່ນມີຫຼາຍກວ່າ 1 ລ້ານເທື່ອຄົນ.

ທ່ຽວຊົມຖະໜົນໜານຈິ່ງ ເປັນເຂດຖະໜົນຄົນຍ່າງ ເປັນເຂດສູນການຄ້າ, ຫ້າງຮ້ານຂາຍສິນຄ້າຍີ່ຫໍ້ທີ່ມີຊື່ສຽງລະດັບໂລກ ເຊັ່ນ: adidas, Nike, Gucci ແລະ ອື່ນໆ; ລ່ອງເຮືອກຳປັ່ນທີ່ແມ່ນໍ້າຫວງພູ ຊົມ ຄວາມຈະເລີນຮຸ່ງເຮືອງຂອງນະຄອນຊຽງໄຮ້ ໃນຍາມຄ່ຳຄືນ; ຂຶ້ນຊົມວິວຂອງນະຄອນຊຽງໄຮ້ ທີ່ຕຶກຊ່າງໄຮທຣາວເວີ ເຊິ່ງເປັນຕຶກທີ່ສູງເປັນອັນດັບ 2 ຂອງໂລກ; ຊົມຫໍພິພິທະພັນເຄື່ອງປັ້ນດິນເຜົາ ແລະ ເຄື່ອງໃຊ້ຊອຍທີ່ເກີດຂຶ້ນໃນລາດຊະວົງຕ່າງໆຂອງປະຫວັດສາດຈີນ; ເຂົ້າຊົມສວນສະໜຸກ ດິສນີແລນ; ພ້ອມໄດ້ລ່ອງເຮືອທີ່ຄອງແມ່ນ້ຳປ່ຽງຊານ ແຫຼ່ງທ່ອງທ່ຽວເມືອງເກົ່າຈູເຈ້ຍເຈວ ທີ່ເມືອງຊີງພຸ ຊົມວິຖີຊີວິດຂອງປະຊາຊົນຂອງຊາວເມືອງດັ່ງກ່າວ.

ໃນຕອນແລງຂອງວັນທີ 17 ຕຸລາ ໄດ້ເຂົ້າຊົມສວນຈົ່ວເຈີ້ນຢວນ ເຊິ່ງເປັນສວນທີ່ໄດ້ຮັບຮອງເປັນມໍລະດົກໂລກ ມີອາຍຸ ກວ່າ 500 ປີ ແລະ ເຂົ້າຊົມເນີນພູຫູຊີວ ເປັນທີ່ຕັ້ງຂອງເຈົ້າຄອງເມືອງໃນສະໄໝກ່ອນ  ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງເມືອງຊູໂຈວ ແຂວງຈຽງຊູ.

ໃນວັນທີ 18 ຫາ 20 ຕຸລາ ໄດ້ເດີນທາງເຖິງເມືອງຫາງໂຈວ ແຂວງເຈື້ອຈຽງ ທ່ຽວຊົມ ແລະ ລ່ອງເຮືອທີ່ທະເລສາບຊີຫູ ເບິ່ງທຳມະຊາດທີ່ສວຍສົດງົດງາມ, ເຂົ້າຊົມສະຖານທີ່ທ່ອງທ່ຽວວັດຫຼິງອິງ ອາຍຸປະມານ 1.700 ປີ ເຊິ່ງມີຮ່ອງຮອຍປະຫວັດສາດພຸດທະສາສະໜາ ເຊັ່ນ: ເລື່ອງລາວຂອງພະຖັງສຳຈັງ ທີ່ເດີນທາງໄປຕາມຫາພະໄຕປີດົກ, ຮູບສະຫຼັກເຈົ້າແມ່ກວນອິມໃນຫີນ ແລະ ການກຳເນີດຮູບປັ້ນພະອື່ນໆ. ພ້ອມນີ້, ຍັງໄດ້ເຂົ້າຢ້ຽມຊົມພິພິທະພັນຊາ ແລະ ສວນຊາອູຫຼົງ.

ວັນທີ 21 ຫາ 23 ຕຸລາ ເດີນທາງເຖິງເມືອງຫ່ວງຊານ ( Huangshan ) ແຂວງອ່ານຮຸ້ຍ ( Anhui ) ທ່ຽວຊົມຖະໜົນເລົ່າເຈ ( laojre ) ເຊິ່ງເປັນຖະໜົນເກົ່າ ມີຮ້ານຂາຍເຄື່ອງທີ່ລະລຶກສຳລັບນັກທ່ອງທ່ຽວ; ຂຶ້ນຊົມພູຫ່ວງຊານ ສະຖານທີ່ມໍລະດົກໂລກໄດ້ຮັບການຮັບຮອງໃນປີ 1990 ແລະ ເຂົ້າຊົມໝູ່ບ້ານຫົງຊຸນ ແລະ ໝູ່ບ້ານຊື່ຕິ໋ ເຊິ່ງເປັນໝູ່ບ້ານວັດທະນະທຳມີອາຍຸເກົ່າແກ່ ປະມານ 800 – 900 ປີ; ຊົມສິລະປະການສະແດງຮູບເງົາທີ່ເມືອງດັ່ງກ່າວ.

ທ່ານ ວິລະພົນ ສິງຫາວະລະ ຫົວໜ້າພະແນກຄຸ້ມຄອງສື່ມວນຊົນ, ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສຳພາດວ່າ: ການເຂົ້າຮ່ວມກິດຈະກຳເກັບກຳຂໍ້ມູນ ເພື່ອສົ່ງເສີມໃຫ້ແກ່ການໂຄສະນາປີທ່ອງທ່ຽວ  ລາວ – ຈີນໃນຄັ້ງນີ້ ແມ່ນມີ ຄວາມປະທັບໃຈຫຼາຍ ໂດຍສະເພາະໄດ້ມາເບິ່ງເຫັນຮູບແບບການພັດທະນາແຫຼ່ງທ່ອງທ່ຽວຂອງ ສປ ຈີນ ບໍ່ວ່າຈະເປັນການທ່ອງທ່ຽວເຊີງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ແມ່ນເພິ່ນຍັງຄົງໄວ້, ຮັກສາຮູບຖານຂອງສະຖານທີ່ທ່ອງທ່ຽວນັ້ນໆໄວ້ໃຫ້ຄືກັບສະໄໝເກົ່າ ແລະ ທີ່ສຳຄັນເປັນການທ່ອງທ່ຽວທີ່ປະຊາຊົນມີສ່ວນຮ່ວມ ເຊິ່ງເປັນການທ່ອງທ່ຽວທີ່ມີ ຄວາມຍືນຍົງ ແລະ ສາມາດກະຈາຍລາຍຮັບສູ່ປະຊາຊົນ, ສູ່ຊຸມຊົນໄດ້ຢ່າງແທ້ຈິງ ແລະ ສາມາດນຳເອົາຮູບແບບນີ້ໄປປັບໃຊ້ໃນການພັດທະນາແຫຼ່ງທ່ອງທ່ຽວໃນບ້ານເຮົາໄດ້ເຊັ່ນກັນ.