ລັດສັ່ງໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ຂອງໂຮງງານທີ່ໃຊ້ສິ່ງເສດເຫຼືອເປັນວັດຖຸດິບ

188

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກຄຳສັ່ງ ເລກທີ 0930/ອຄ.ກອຫ ລົງວັນທີ 31 ກໍລະກົດ 2019 ວ່າດ້ວຍການໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງທີ່ນໍາໃຊ້ສິ່ງເສດເຫຼືອຢາງປລາສະຕິກເປັນວັດຖຸດິບ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ເພື່ອເຮັດໃຫ້ການຄຸ້ມຄອງ, ການປັບປຸງ ແລະ ດັດສົມໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອປລາສະຕິກ ເປັນວັດຖຸດິບ ໃຫ້ໄດ້ມາດຕະຖານເຕັກນິກ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ສອດຄ່ອງກັບແນວທາງຂອງລັດຖະບານກ່ຽວກັບການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄໍາສັ່ງ ດັ່ງນີ້:

1 ໃຫ້ໂຈະການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອຢາງປລາສະຕິກເປັນວັດຖຸດິບ ຈົນກວ່າຈະມີຄໍາສັ່ງສະບັບໃໝ່ ຫຼື ນິຕິກໍາອື່ນ ປ່ຽນແທນຄໍາສັ່ງສະບັບນີ້.

2 ວິສາຫະກິດ/ໂຮງງານທີ່ໄດ້ຮັບໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ ແລະ ໃບອະນຸຍາດປຸກສ້າງໂຮງງານແລ້ວ ແມ່ນໃຫ້ສືບຕໍ່ດໍາເນີນການປຸກສ້າງ ແລະ ຂໍໃບຢັ້ງຢືນດໍາເນີນກິດຈະການໂຮງງານ ຕາມທີ່ກໍານົດໃນກົດໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງ. ພາຍຫຼັງໄດ້ຮັບໃບຢັ້ງຢືນດໍາເນີນກິດຈະການໂຮງງານແລ້ວ ຈຶ່ງສາມາດດໍາເນີນການຜະລິດໄດ້.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

3 ວິສາຫະກິດ/ໂຮງງານ ທີ່ໄດ້ຮັບໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ ແຕ່ຍັງບໍ່ໄດ້ຮັບໃບອະນຸຍາດປຸກສ້າງໂຮງງານ ແມ່ນໃຫ້ຢຸດຕິທັນທີ ຈົນກວ່າຈະມີຄໍາສັ່ງສະບັບໃໝ່ ຫຼື ນິຕິກໍາ ອື່ນປ່ຽນແທນຄໍາສັ່ງສະບັບນີ້.

4 ໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອປລາສະຕິກເປັນວັດຖຸດິບ ທີ່ໄດ້ຮັບໃບຢັ້ງຢືນດໍາເນີນກິດຈະການໂຮງງານ ແລະ ດໍາເນີນການຜະລິດແລ້ວ ແມ່ນເຫັນດີໃຫ້ສືບຕໍ່ດໍາເນີນ ແຕ່ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ສົມທົບພາກສ່ວນກ່ຽວຂ້ອງ ລົງເກັບກໍາຂໍ້ມູນ ແລະ ຕິດຕາມກວດກາ ຖ້າໂຮງງານໃດຫາກບໍ່ໄດ້ມາດຕະຖານເຕັກນິກໂຮງງານ ຕາມທີ່ກໍານົດໃນກົດໝາຍ ແລະ ລະບຽບການກ່ຽວຂ້ອງເປັນຕົ້ນ: ທີ່ຕັ້ງໂຮງງານ, ເຕັກນິກ ແລະ ເຕັກໂນໂລຊີການຜະລິດ, ສາງເກັບມ້ຽນວັດຖຸດິບ, ອາຄານໂຮງງານ, ຄວາມປອດໄພ, ສຸຂະອານາໄມ ແລະ ສິ່ງແວດລ້ອມໂຮງງານ ແມ່ນໃຫ້ໂຈະການຜະລິດ ແລະ ຖອນໃບຢັ້ງຢືນດໍາເນີນກິດຈະການໂຮງງານ. ພາຍຫຼັງປັບປຸງໄດ້ຕາມມາດຖານເຕັກນິກໂຮງງານແລ້ວ ຈຶ່ງສາມາດສະເຫນີອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ ຄືນໃໝ່. ຫຼັງຈາກໄດ້ຮັບໃບຢັ້ງຢືນດໍາເນີນກິດຈະການໂຮງງານແລ້ວ ຈຶ່ງສາມາດດໍາເນີນການຜະລິດໄດ້.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

5 ໂຮງງານທີ່ດໍາເນີນການຜະລິດ ໂດຍບໍ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງເປັນຕົ້ນ ບໍ່ມີໃບອະນຸຍາດໃດໜຶ່ງຄື: ໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ, ໃບອະນຸຍາດປຸກສ້າງໂຮງງານ, ໃບໃບຢັ້ງຢືນດໍາເນີນກິດຈະການໂຮງງານ ແມ່ນໃຫ້ຢຸດເຊົາໂດຍທັນທີ ແລະ ດໍາເນີນມາດຕະການຕາມທີ່ກໍານົດ ໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

6 ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ເຜີຍແຜ່ ຕໍ່ຂະແຫນງການອື່ນ ແລະ ນັກທຸລະກິດພາຍໃນແຂວງ, ນະຄອນຫຼວງວຽງຈັນ, ເມືອງ, ນະຄອນ ຂອງຕົນ ໃຫ້ຮັບຊາບຢ່າງທົ່ວເຖິງ ແລະ ໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດ ຄໍາສັ່ງສະບັບນີ້ ໃຫ້ມີປະສິດຕິຜົນສູງ.

7 ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນປະຕິບັດຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ.

8 ຄໍາສັ່ງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.