ເລີ່ມເປີດຮັບສະໝັກແລ້ວກັບໂຄງການ “ ປັ້ນເຈົ້າໃຫ້ເປັນດາວ ”

96

ສູນຝາກຂາຍໂອດ໊ອບລາວຮ່ວມກັບ ບໍລິສັດ ມິສທີນກ້າວໜ້າລາວ ແລະ ຄ້າຍເພງ ທີເຄ ຊາວລາວ ຈັດພິທີຖະແຫຼງຂ່າວເປີດໂຄງການ “ ປັ້ນເຈົ້າໃຫ້ເປັນດາວ ” ເຊິ່ງເປັນເວທີທີ່ທຸກຄົນສາມາເຂົ້າຮ່ວມສະແດງຄວາມສາມາດພິເສດທີ່ຖະໜັດ ແລະ ເປັນຈຸດເດັ່ນຂອງຕົນເອງອອກມາໂດຍບໍ່ຈໍາກັດເພດ, ອາຍຸ ຫຼື ວຸດທິການສຶກສາ.

ພິທີຖະແຫຼງຂ່າວໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອານິດ ສີວິໄຊ ປະທານສູນຝາກຂາຍໂອດ໊ອບລາວ, ທ່ານ ທະວີສັກ ທໍາມະວົງສາ ຫົວໜ້າຄ້າຍເພງ ທີເຄ ຊາວລາວ ພ້ອມດ້ວຍບັນດາຜູ້ສະໜັບສະໜູນ ແລະ ສື່ມວນຊົນທຸກຂະແໜງການ.

ທ່ານ ທະວີສັກ ທໍາມະວົງສາ ໄດ້ກ່າວວ່າ: ໂຄງການ “ ປັ້ນເຈົ້າໃຫ້ເປັນດາວ ” ເປັນການສົ່ງເສີມໃຫ້ໄວໜຸ່ມ ຫຼື ພໍ່ແມ່ປະຊາຊົນທົ່ວໄປທີ່ມີພອນສະຫວັນໃນຫຼາຍໆດ້ານທີ່ແຕກຕ່າງກັນເຂົ້າມາແຂ່ງຂັນຄວາມສາມາດ. ນອກຈາກນີ້, ພາຍໃນງານກໍຍັງມີການເດີນແບບ, ການແຂ່ງຂັນສິລະປະ, ການວາງຈໍາໜ່າຍສິນຄ້າຜະລິດຕະພັນ ແລະ ການສົ່ງເສີມການທ່ອງທ່ຽວ.

ເລີ່ມເປີດຮັບສະໝັກແຕ່ຕົ້ນເດືອນຕຸລາ ຮອດວັນທີ 11 ພະຈິກ 2019 ແລະ ຮອບຊີງຊະນະເລີດໃນລະຫວ່າງວັນທີ 5 – 10 ທັນວາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ. ທ່ານທີ່ສົນໃຈສາ   ມາດດາວໂຫຼດແບບຟອມສະໝັກໄດ້ທາງເພຈ໌ TK Entertainment ຫຼື ເພຈ໌ N&N/12 Laos Odop ສູນຝາກຂາຍໂອດ໊ອບລາວ ສາມາດສະໝັກໄດ້ໂດຍບໍ່ເສຍຄ່າໃດໆ ແລະ ເງື່ອນໄຂໃນການສະໝັກແມ່ນບໍ່ຈໍາກັດເພດ, ອາຍຸ ຫຼື ວຸດທິການສຶກສາ.

ທ່ານ ນາງ ອານິດ ສີວິໄຊ ໄດ້ກ່າວວ່າ: ໂຄງການນີ້ແມ່ນຈັດຂຶ້ນເພື່ອເປັນສີສັນໃນການສ້າງກິດຈະກໍາຄວາມສົນໃຈໃຫ້ແຂກທີ່ເຂົ້າຮ່ວມພາຍໃນງານ ພ້ອມທັງເປັນຈຸດເດັ່ນໃນການເປີດໂຕສູນຝາກຂາຍໂອດ໊ອບລາວຢ່າງເປັນທາງການ ເຊິ່ງເປັນການເປີດໂອກາດໃຫ້ຜູ້ທີ່ມີພອນສະຫວັນໃນຫຼາຍໆຮູບແບບ ເຊັ່ນ: ການຕໍ່າຫູກ, ການປຸງແຕ່ງ, ການຮ້ອງເພງ, ການອອກແບບເສື້ອຜ້າ, ການເດີນແບບ, ການແຕ່ງໜ້າ, ການຈັກສານ ແລະ ອື່ນໆອີກຫຼາຍຢ່າງ.

( ຂ່າວ: ທິບອຸສາ )