ຄວາມສຳຄັນຂອງການຕະຫຼາດ

117

ການຕະຫຼາດມີບົດບາດສຳຄັນຕໍ່ການພັດທະນາຄຸນນະພາບຊີວິດ ແລະ ຍົກລະດັບ ຄວາມເປັນຢູ່ຂອງມະນຸດໃນສັງຄົມ ເຮັດໃຫ້ເກີດການເພິ່ງພາອາໄສກັນຢ່າງເປັນລະບົບໃນສັງຄົມມະນຸດ ແຕ່ລະຄົນສາມາດປະກອບອາຊີບທີ່ຕົນເອງຖະໜັດ ແລະ ໄດ້ໃຊ້ ຄວາມຮູ້ – ຄວາມສາມາດຂອງແຕ່ລະບຸກຄົນໄດ້ຢ່າງເຕັມກຳລັງຄວາມສາມາດ ແລະ ການຕະຫຼາດມີບົດບາດຢ່າງໃຫຍ່ຫຼວງຕໍ່ຄວາມຈະເລີນເຕີບໂຕ ແລະ ພັດທະນາທາງເສດຖະກິດຂອງປະເທດ.

ເນື່ອງຈາກການຕະຫຼາດເປັນຕົວກະຕຸ້ນໃຫ້ເກີດການວິໄຈ ແລະ ພັດທະນາຫາສິ່ງແປກໃໝ່ມາສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ສັງຄົມ ເຮັດໃຫ້ຜູ້ບໍລິໂພກມີໂອກາດເລືອກໃຊ້ຜະລິດຕະພັນທີ່ຕ້ອງການໄດ້ຫຼາຍທາງ ແລະ ຜະລິດຕະພັນທີ່ສາມາດຕອບສະໜອງຄວາມຕ້ອງການ ສ້າງຄວາມເພິ່ງພໍໃຈໃຫ້ແກ່ຜູ້ບໍລິໂພກ ຈຶ່ງມີຜົນເຮັດໃຫ້ເກີດການຈ້າງງານ, ເກີດລາຍໄດ້ກັບແຮງງານ ແລະ ທຸລະກິດ ເຮັດໃຫ້ປະຊາຊົນມີກຳລັງຊື້ ແລະ ສາມາດສະໜອງຄວາມຕ້ອງການໃນການບໍລິໂພກ ເຊິ່ງເຮັດໃຫ້ມາດຕະຖານການຄອງຊີບຂອງບຸກຄົນໃນສັງຄົມມີລະດັບສູງຂຶ້ນ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນ ເປັນຕົ້ນ:

ການຕະຫຼາດເປັນເຄື່ອງມືທີ່ເຮັດໃຫ້ເກີດການແລກປ່ຽນການຕະຫຼາດຂອງທຸລະກິດ ຈະເຮັດໃຫ້ຜູ້ຜະລິດ, ຜູ້ບໍລິໂພກເຂົ້າມາໃກ້ກັນ ແລະ ສ້າງຄວາມເພິ່ງພໍໃຈໃຫ້ກັບຜູ້ບໍລິໂພກ ໂດຍການສະເໜີຜະລິດຕະພັນທີ່ກົງຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ ຈົນເຮັດໃຫ້ເກີດການແລກປ່ຽນໃນລະດັບຜູ້ຊື້ ແລະ ຜູ້ຂາຍ ເກີດຄວາມພໍໃຈ. ນອກນັ້ນ, ການຕະຫຼາດຍັງເປັນເຄື່ອງມືທີ່ສ້າງຄວາມພໍໃຈໃຫ້ກັບຜູ້ບໍລິໂພກຢ່າງຕໍ່ເນື່ອງ ເຮັດໃຫ້ຜູ້ບໍລິໂພກເກີດຄວາມຊື່ສັດຕໍ່ຜະລິດຕະພັນ, ເຮັດໃຫ້ຜູ້ບໍລິໂພກກັບມາໃຊ້ ຫຼື ຊື້ຊ້ຳເມື່ອມີຄວາມຕ້ອງການ.

ການຕະຫຼາດເປັນຕົວເຊື່ອມໂຍງຄວາມສຳພັນລະຫວ່າງເຈົ້າຂອງຜະລິດຕະພັນກັບຜູ້ບໍລິໂພກ, ການດຳເນີນການຕະຫຼາດເຮັດໃຫ້ຜູ້ເປັນເຈົ້າຂອງຜະລິດຕະພັນສາມາດຕອບສະໜອງ ແລະ ສ້າງຄວາມພໍໃຈໃຫ້ກັບຜູ້ບໍລິໂພກໄດ້ດ້ວຍການເຊື່ອມໂຍງ ຄວາມສຳພັນໃຫ້ສອດຄ່ອງກັບສະຖານະພາບຂອງຜູ້ບໍລິໂພກ ດ້ວຍການຈຳໜ່າຍຜະລິດຕະພັນໃນປະລິມານ, ເວລາ, ໃນສະຖານທີ່ໆຜູ້ບໍລິໂພກຕ້ອງການໃນລາຄາທີ່ຜູ້ບໍລິໂພກມີກຳລັງຊື້ ແລະ ໂອນຄວາມເປັນເຈົ້າຂອງໄດ້. ນອກນັ້ນ, ຕ້ອງສ້າງການຮັບຮູ້ໃຫ້ກັບຜູ້ບໍລິໂພກໃນກິດຈະກຳຕ່າງໆ.

ການຕະຫຼາດເປັນຕົວຊຸກຍູ້ໃຫ້ມີການພັດທະນາປັບປຸງຜະລິດຕະພັນ ດ້ວຍແນວຄິດຂອງການຕະຫຼາດ ໃນການເນັ້ນສະໜອງຄວາມຕ້ອງການ ແລະ ສ້າງຄວາມພໍໃຈໃຫ້ກັບຜູ້ບໍລິໂພກ ແລະ ຮັບຜິດຊອບຕໍ່ສັງຄົມ, ຊຸກຍູ້ໃຫ້ຜູ້ຜະລິດຕ້ອງພັດທະນາປັບປຸງຜະລິດຕະພັນໃຫ້ກົງຕໍ່ຄວາມຕ້ອງການ ແລະ ສ້າງຄວາມພໍໃຈໃຫ້ກັບຜູ້ບໍລິໂພກ ແລະ ສາມາດສ້າງ ຄວາມຈູງໃຈຜູ້ບໍລິໂພກໂດຍການສະເໜີຜະລິດຕະພັນໃໝ່ໆຢູ່ສະເໝີ.

ການຕະຫຼາດເປັນກົນໄກການເສີມສ້າງລະບົບເສດຖະກິດ ດ້ວຍການກໍ່ໃຫ້ເກີດການບໍລິໂພກ ແລະ ການເພິ່ງພາອາໄສກັນຢ່າງເປັນລະບົບ ມີ ຄວາມເຊື່ອມໂຍງສຳພັນກັບລະບົບເສດຖະກິດທັງລະບົບການສ້າງຄວາມຕ້ອງການ ແລະ ການສະໜອງຄວາມຕ້ອງການໃນການບໍລິໂພກຜະລິດຕະພັນ ເຮັດໃຫ້ເກີດການໄຫຼວຽນໃນລະບົບເສດຖະກິດ ຄື: ເກີດການຈ້າງງານ, ເກີດລາຍໄດ້, ເກີດການບໍລິໂພກ ແລະ ເກີດການໃຊ້ແຮງງານ ເຊິ່ງຈະມີການເພິ່ງພາກັນ ແລະ ເຊື່ອມໂຍງໄຫຼວຽນຕາມລຳດັບຢ່າງເປັນລະບົບ ເຊິ່ງຈະສົ່ງຜົນເຮັດໃຫ້ການດຳລົງຊີວິດຂອງຄົນໃນສັງຄົມຢູ່ລະດັບທີ່ມີການກິນດີຢູ່ດີ.

ໂດຍ: ສົມລົດ

ທີ່ມາ: https://www.gotoknow.org/posts/260167