ຕາມຄາດ! ຄັດບານໂລກ 2022 ຮອບ 2 ກຸ່ມ G 2 ທີມຊັ້ນນໍາຈາກອາຊຽນ ຄວ້າໂອກາດສົດໃສ

62

ທີມຊາດໄທ ແລະ ທີມຊາດຫວຽດນາມ 2 ທີມຊັ້ນນໍາຈາກອາຊຽນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ຍັງຮັກສາສະຖິຕິບໍ່ເສຍໃຫ້ທີມໃດມາເປັນ 3 ນັດຕິດຕໍ່ກັນ ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ຮອບ 2 ຫຼັງເມື່ອວັນທີ 15 ຕຸລາທີ່ຜ່່ານມາ ທັງ 2 ທີມສາມາດເກັບໄຊຊະນະໄດ້ທັງໝົດ.

ການແຂ່ງຂັນບານໂລກ 2022 ຮອບຄັດເລືອກໂຊນອາຊີ ຮອບ 2 ກຸ່ມ G ນັດທີ 3 ກັບມາແຂ່ງຂັນໃນວັນທີ 15 ຕຸລາທີ່ຜ່ານມາ ໂດຍມີການແຂ່ງຂັນ 2 ຄູ່ໆທໍາອິດ ທີມຊາດຫວຽດນາມ ສາມາດບຸກເອົາຊະນະ ອິນໂດເນເຊຍ 3 – 1, ສ່ວນຄູ່ທີ 2 ທີມຊາດໄທ ສາມາດເປີດບ້ານບຽດເອົາຊະນະ ທີມຊາດສະຫະລັດອາຣັບເອເມເຣັດ ໄປຫວຸດຫວິດ 2 – 1.

ຈາກຜົນດັ່ງກ່າວເຮັດໃຫ້ ທີມຊາດໄທ ຂຶ້ນນໍາກຸ່ມຈາກການລົງສະໜາມ 3 ນັດ ມີ 7 ຄະແນນ ເທົ່າກັບ ອັນດັບ 2 ຫວຽດນາມ, ສ່ວນອັນດັບ 3 ເປັນຂອງ ສະຫະລັດອາຣັບເອເມເຣັດ ລົງ 3 ນັດ ມີ 6 ຄະແນນ, ອັນດັບ 4 ມາເລເຊຍ ລົງສະໜາມ 3 ນັດ ມີ 3 ຄະແນນ ແລະ ອັນດັບ 5 ອິນໂດເນເຊຍ ລົງ 4 ນັດບໍ່ມີຈັກຄະແນນ.

ທັງນີ້, ທີມຊາດໄທ ແລະ ຫວຽດນາມ ເກັບໂອກາດເຂົ້າຮອບ 3 ໄດ້ແບບສົດໃສ ຫຼັງລົງສະໜາມ 3 ນັດ ຍັງສະກົດຄໍາວ່າເສຍບໍ່ເປັນ ລຸ້ນຕໍ່ 5 ນັດສຸດທ້າຍ ເພາະຮອບນີ້ຈະຈັດເອົາແຊັມຂອງແຕ່ລະກຸ່ມ ( A – H ) ແລະ ອັນດັບ 2 ທີ່ດີທີ່ສຸດຈໍານວນ 4 ທີມ ເຂົ້າໄປຄັດເລືອກຮອບ 3 ໃນການແຂ່ງຂັນບານໂລກ 2022 ຕໍ່ໄປ.

ຄໍາສອນ; ຮູບຈາກ: AFC