ອຸທາຫອນ ການລ້ຽງລູກດ້ວຍມືຖື

195

ຍຸກສະໄໝມີການພັດທະນາ ແລະ ປ່ຽນແປງໄປຢູ່ຕະຫຼອດ ຄວາມທັນສະໄໝ ເທັກໂນໂຍຊີຕ່າງໆໄດ້ເຂົ້າມາເປັນສ່ວນໜຶ່ງໃນຊີວິດຂອງຄົນຍຸກປັດຈຸບັນ ແມ່ນຢູ່ວ່າຄົນສ່ວນຫຼາຍມີຄວາມສະດວກໃນການເຮັດວຽກຕິດຕໍ່ສົ່ງຂ່າວ ແລະຮັບຮູ້ເລື່ອງລາວທັງໂລກໄດ້ງ່າຍຂຶ້ນ ແຕ່ໃນມຸມຂອງການເປັນພໍ່ຄົນແມ່ຄົນຄວນຈະໄຈ້ແຍກໃຫ້ໄດ້ ແລະບໍ່ຄວນຕາມໃຈ ຫຼື ຝຶກໃຫ້ລູກດຳລົງຊີວິດຢູ່ກັບມືຖືຈົນເກີນໄປ ສຸດທ້າຍແລ້ວຄົນທີ່ເສຍໃຈກໍ່ຄືພໍ່ແມ່ເອງນັ້ນແລ!!!

ສັງເກດເຫັນວ່າມີຫຼາຍໆຄອບຄົວ ມັກຈະຊື້ ຫຼື ໃຫ້ພວກເຂົາໃຊ້ ແລະ ຫຼິ້ນ ໂທລະສັບສະມາດໂຟນ, ໄອແພັດ, ຄອມ … ແຕ່ຍັງນ້ອຍໆ ໂດຍບໍ່ທັນໄດ້ຄໍານຶງເຖິງຜົນຮ້າຍທີ່ຈະຕາມມາ ແອັດມິນເລີຍນໍາເອົາເລື່ອງລາວນີ້ມາໃຫ້ທ່ານໄດ້ຮູ້ເພື່ອເຕືອນກັນກ່ຽວກັບການທີ່ທ່ານໃຫ້ລູກຂອງທ່ານຫຼິ້ນໂທລະສັບ
ຈາກສື່ຂ່າວປະເທດເພື່ອນບ້ານປະເທດໄທເຜີຍວ່າ ມີພໍ່ທ່ານໜຶ່ງ ໄດ້ໂພສຜ່ານເຟດບຸກສ່ວນຕົວ (Dachar Nuysticker Chuayduang) ເລົ່າເລື່ອງລາວການລ້ຽງລູກດ້ວຍໂທລະສັບ ຫຼື ປ່ອຍໃຫ້ລູກຫຼິ້ນໂທລະສັບຫຼາຍເກີນໄປ ຈົນສົ່ງຜົນກະທົບຕາມມາຄືລູກສາວຂອງຕົນມີບັນຫາທາງສາຍຕາ.

ໂດຍແມ່ນ ເດຊາ ພໍ່ຂອງນ້ອງ ນະດາ ອາຍຸ 4 ປີ ໄດ້ໂພສຂໍ້ຄວາມ ແລະ ຮູບຂອງລູກສາວຂອງຕົນໃຫ້ເບິ່ງ ຕາມພາບເລີຍ ຈະເຫັນວ່າ ຕາຂ້າງໜຶ່ງຂອງນ້ອງ ເຫຼ່ ອຽງຜິດປົກກະຕິ ເປັນອາການເລີ່ມຕົ້ນ

ເດຊາເຜີຍວ່າ: ລູກສາວຂອງຕົນມີອາການສາຍຕາອຽງຕັ້ງແຕ່ອາຍຸ 2 ປີ ເຊິ່ງມີຄົນທ້ວງວ່າລູກສາວຂອງຕົນມີບັນຫາທາງສາຍຕາ ເນື່ອງຈາກຊ່ວງໄລຍະເວລານັ້ນຕົນໄດ້ໃຫ້ລູກຫຼິ້ນໂທລະສັບ ເບິ່ງໂທລະສັບ ເພາະເວລາທີ່ນ້ອງ ນະດາໄດ້ເບິ່ງ ໄດ້ເຫັນໂທລະສັບກໍຈະຢູ່ແບບບໍ່ວົນ, ບໍ່ດື້…
ເມື່ອຮູ້ແນວນັ້ນຕົນຈຶ່ງໄດ້ພາລູກໄປພົບໝໍ ແລ້ວໝໍລະບຸວ່າ ລູກສາວຂອງຕົນມີອາການປ່ວຍ ເລຊີ ອາຍ ຄື ດວງຕາ 2 ຂ້າງເຮັດວຽກບໍ່ພ້ອມກັນ ແລະ ມີອາການຕາເຫຼ່ ທີ່ບໍລິເວນດວງຕາຂ້າງຊ້າຍ ໝໍຈຶ່ງຮັກສານ້ອງດ້ວຍການຕັດແວ່ນຕາໃຫ້ໃສ່ ແລະ ປິດຕາຂ້າງໜຶ່ງທີ່ມີບັນຫາໄວ້ໃນໄລຍະໜຶ່ງ

.

ຈາກນັ້ນກໍອາການດີຂຶ້ນ ແລະ ລະຫວ່ານັ້ນຕົນກໍໃຫ້ລູກຫຼິ້ນໂທລະສັບຢູ່ບາງເທື່ອ ແຕ່ໝໍກໍສັ່ງໃຫ້ຫ້າມຫຼິ້ນເດັດຂາດ ເນື່ອງຈາກ ແສງຈາກໂທລະສັບເປັນໂຕກະຕຸ້ນໃຫ້ມີອາການເຫຼົ່ານີ້ ໄລຍະເວລາ 2 ປີ ລູກສາວຂອງຕົນກໍໄດ້ຮັບການຮັກສາຢ່າງຕໍ່ ຕໍ່ມາໝໍກໍໃຫ້ຜ່າຕັດເພື່ອຮັກສາ ໂດຍໝໍບອກວ່າ ນ້ອງ ນະດາ ຈະສາມາດໃຊ້ດວງຕາ 2 ຂ້າງພ້ອມກັນໄດ້ ແລ້ວ

ຫຼັງຈາກນັ້ນ ເດຊາ ກໍງົດໃຫ້ລູກຫຼິ້ນໂທລະສັບ, ອຸປະກອນທີ່ມີແສງອີກເລີຍ ເຖິງວ່າຫຼາຍຄັ້ງຈະບໍ່ຄ່ອຍມີເວລາລ້ຽງລູກ, ລູກດື້ແນ່ກໍບໍ່ໃຊ້ວິທີເອົາໂທລະສັບໃຫ້ລູກຫຼິ້ນ ແລະ ຈ້ອງກັບມັນເຖິງວ່າເວລາທີ່ເຂົາໄດ້ຫຼິ້ນເຂົາຈະບໍ່ດື້ກໍຕາມ ແຕ່ກໍຕ້ອງຫ່ວງລູກຫຼາຍກວ່າຢູ່ແລ້ວ.

ເລື່ອງນີ້ນັບວ່າເປັນເລື່ອງໃກ້ໂຕທີ່ເຮົາ ແລະ ບໍ່ຄວນເບິ່ງຂ້າມ ໂດຍສະເພາະຜູ້ເປັນພໍ່ແມ່ ເຖິງວ່າອາການແບບນີ້ຈະບໍ່ໄດ້ເກີດກັບທຸກຄົນກໍຈິງ ແຕ່ຕາມຜູ້ທີ່ວິໄຈລະບຸວ່າ: ແສງຈາກໂທລະສັບມັນກໍຈະກະຕຸ້ນໃຫ້ເກີດອາການແບບນີ້ ສົ່ງຜົນໃຫ້ມີສະມາທິສັ້ນ ແລະ ອາການອື່ນໆ ອີກຕາມມາ ເຮົາກໍຄວນໃຫ້ເຂົາເບິ່ງ ແລະ ຫຼິ້ນຕາມຄວາມເໝາະສົມ ຖ້າເປັນໄປໄດ້ ຊ່ວງໄລຍະຍັງເດັກນ້ອຍຢູ່ບໍ່ຄວນໃຫ້ເຂົ້າຈ້ອງ ແລະ ຫຼິ້ນໂທລະສັບຈະດີກວ່າ…

ຝາກໄວ້ເປັນອຸທາຫອນ ເຕືອນທຸກທ່ານຜູ້ປົກຄອງກ່ຽວກັບເລື່ອງນີ້ ເພາະວ່າເດັກນ້ອຍກໍອາດຈະຕື້, ບໍ່ຟັງຄວາມແນ່ ເປັນເລື່ອງປົກກະຕິ ເຊິ່ງມັນກໍມີຫຼາຍໆວິທີ ຫຼາຍໆເຄື່ອງຫຼິ້ນທີ່ສາມາດຄວບຄຸມເຂົາໄດ້ເຊັ່ນກັນ ຄວນເລືອກໃຊ້ ເລືອກຫຼິ້ນໃຫ້ສົມໄວຂອງເຂົາໂດຍຫຼີກລ້ຽງສິ່ງທີ່ຈະທໍາຮ້າຍເຂົາຈະເປັນການດີທີ່ສຸດ.