ສາມພາກສ່ວນຮ່ວມໃຫ້ບໍລິການຮັບຊຳລະເງິນຜ່ານ WeChat Pay & AliPay

196

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ຮ່ວມກັບ Swift Pass ແລະ NTT DATA ເປີດການບໍລິການຮັບຊຳລະ WeChat Pay & AliPay ຢ່າງເປັນທາງການໃນວັນທີ 11 ຕຸລາ 2019 ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເປີດພິທີໃນຄັ້ງນີ້ໂດຍ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ BCEL ແລະ ທ່ານ Jacky Chiang ຜູ້ອຳນວຍການດ້ານການພັດທະນາຍຸດທະສາດ, Swift Pass. ເປັນກຽດເຂົ້າຮ່ວມໂດຍ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ,  ທ່ານ Chew Ann Wee ຫົວໜ້າຝ່າຍຂາຍ ແລະ ການຕະຫຼາດ NTT Data, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ພູຂົງ ຈັນທະຈັກ ກ່າວວ່າ: ທຄຕລ ຮ່ວມມືກັບ Swift Pass ແລະ NTT DATA ເພື່ອຊ່ວຍເປີດຊ່ອງທາງຊຳລະສະສາງໃຫ້ຫຼາຍຂຶ້ນ ແນໃສ່ສະມາຊິກຮ້ານຄ້າຂອງ ທຄຕລ ສາມາດຮັບຊຳລະສະສາງດ້ວຍ WeChat Pay & AliPay ໃຫ້ລູກຄ້ານັກທ່ອງທ່ຽວຈີນ ແລະ ຜູ້ໃຊ້ແອັບ WeChat Pay & AliPay ສາມາດຊໍາລະສິນຄ້າ ແລະ ບໍລິການທົ່ວປະເທດລາວ ໄດ້ຢ່າງສະດວກປອດໄພ ແລະ ຍັງເປັນການເພີ່ມຍອດຂາຍໃຫ້ແກ່ຮ້ານຄ້າໃນລາວ ທີ່ເປັນສະມາຊິກຂອງ BCEL ເປີດໂອກາດຂະຫຍາຍຄວາມອາດສາມາດໃນການຮັບຊຳລະສະສາງທີ່ສອດຄ່ອງກັບຄວາມຕ້ອງການຂອງຄົນຈີນໄດ້ເປັນຢ່າງ ດີ. ມາຮອດປັດຈຸບັນ ທຄຕລ ມີຖານຮ້ານຄ້າທີ່ເປັນສະມາຊິກຮັບຊຳລະສະສາງດ້ວຍ QR Code Function OnePay ແອັບ BCEL One ຈຳນວນຫຼາຍ ກວ່າ 10.000 ຮ້ານຄ້າ ທີ່ພ້ອມຈະຮອງຮັບການບໍລິການຮັບຊຳລະສະສາງດ້ວຍ WeChat Pay ແລະ AliPay.

ທ່ານ Jacky Chiang ກ່າວວ່າ: ບໍລິສັດ Swift Pass ເປັນບໍລິສັດໃຫ້ບໍລິການກ່ຽວກັບການຊຳສະສາງທາງດ້ານໂທລະສັບແຫ່ງທຳອິດຂອງ ສປ ຈີນ ແລະ ເປັນບໍລິສັດ ມະຫາຊົນ ທີ່ໄດ້ລົງທະບຽນທຳອິດໃນທຸລະກິດປະເພດນີ້. ໃນປີ 2018 ນັກທ່ອງທ່ຽວຈີນ ຈັດເປັນໜຶ່ງໃນນັກທ່ອງທ່ຽວເຂົ້າມາ ສປປ ລາວ ຫຼາຍທີ່ສຸດ. ອີງຕາມຜົນສຳຫຼວດສະແດງໃຫ້ເຫັນວ່າ ການບໍລິໂພກການທ່ອງທ່ຽວຂອງຈີນ ຢູ່ຕ່າງປະເທດ ສະເລ່ຍ 5.565 ໂດລາສະຫະລັດຕໍ່ຄົນຕໍ່ການທ່ຽວໜຶ່ງຄັ້ງ ແລະ 65% ແມ່ນໃຊ້ຈ່າຍຜ່ານມືຖື. ການຮ່ວມມືກັບ ທຄຕລ ໃນການໃຫ້ຊຳລະສະສາງຜ່ານໂທລະສັບມືຖືໃນບັນດາຮ້ານຄ້າຕ່າງໆໃນລາວຜ່ານ WeChat Pay ແລະ AliPay ເຊິ່ງຈະຊ່ວຍໃຫ້ບັນດາຮ້ານຄ້າ ສາມາດດຶງດູດນັກທ່ອງທ່ຽວຈີນ ເພື່ອບັນລຸເປົ້າໝາຍການຂາຍຂອງຕົນໄດ້.