ການຫັນເປັນທັນສະໄໝຂອງຂະແໜງກະສິກຳ ຈະຫຼຸດຜ່ອນຕົ້ນທຶນການຜະລິດລົງ

62

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ຈັດກອງປະຊຸມສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃນຍຸກອຸດສາຫະກຳ 4.0 ຈຸດປະສົງກໍເພື່ອເຜີຍແຜ່ນະໂຍບາຍ ແລະ ແຜນພັດທະນາວຽກງານວິທະຍາສາດໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ, ຫວັງກະຕຸ້ນໃຫ້ການນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນການຜະລິດທີ່ລາວເຮົາມີທ່າແຮງດ້ານກະສິກຳອັນເປັນພື້ນຖານສົ່ງອອກຈະເຮັດໃຫ້ປະຢັດເວລາ, ຫຼຸດຜ່ອນຕົ້ນທຶນ ແລະ ບໍ່ຈໍາເປັນໃຊ້ແຮງງານຄົນ.

ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວບາງຕອນສໍາຄັນວ່າ: ການປະຕິວັດອຸດສາຫະກຳຍຸກ 4.0 ຈະສົ່ງຜົນເຮັດໃຫ້ການຜະລິດມີຄວາມວ່ອງໄວຍິ່ງຂຶ້ນ ກາຍເປັນເສດຖະກິດພູມປັນຍາ. ເຮັດໃຫ້ຜູ້ຊົມໃຊ້ໄດ້ຮັບຄວາມສະດວກສະບາຍ, ສາມາດເຂົ້າເຖິງຜູ້ຊົມໃຊ້ໂດຍກົງ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ການຜະລິດສິນຄ້າມີຄຸນນະພາບສູງ ດ້ວຍການນໍາໃຊ້ລະບົບເຕັກໂນໂລຊີທັນສະໄໝເຂົ້າໃນວຽກງານດັ່ງກ່າວ ໂດຍສະເພາະແມ່ນການຜະລິດກະສິກຳຈະຫຼຸດຜ່ອນຕົ້ນທຶນ, ປະຢັດເວລາ ແລະ ບໍ່ຈໍາເປັນໃຊ້ແຮງງານກໍາມະກອນຢ່າງຫຼວງຫຼາຍອີກຕໍ່ໄປ. ຄຽງຄູ່ກັນນັ້ນ, ການຄ້າຂາຍກໍຜ່ານລະບົບອິນເຕີເນັດ ຫຼື ສະມາດໂຟນ ແລະ ອື່ນໆ, ສ່ວນການແລກປ່ຽນຊື້ – ຂາຍບໍ່ຈໍາເປັນຕ້ອງຖືເງິນສົດຄືກັບໄລຍະຜ່ານມາ.

ປັດຈຸບັນແມ່ນຍຸກອຸດສາຫະກຳ 4.0 ທີ່ປະສົມປະສານເອົາເຕັກໂນໂລຊີດິຈິຕອລເຊື່ອມກັບອິນເຕີເນັດແຫ່ງສັບພະສິ່ງ ອັນເຮັດໃຫ້ມີຄວາມກ້າວໜ້າໃນຫຼາຍດ້ານ ເປັນຕົ້ນແມ່ນ: ຄວາມກ້າວໜ້າເຕັກໂນໂລຊີຊີວະພາບ, ນາໂນເຕັກໂນໂລຊີ, ການພັດທະນາຫຸ່ນຍົນ ຈົນກ້າວໄປເຖິງການສ້າງຕົວເມືອງແບບອັດສະລິຍະ, ປັນຍາປະດິດ ແລະ ນະວັດຕະກຳໃໝ່ໆ ອັນເປັນພື້ນຖານໃຫ້ແກ່ການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີທີ່ຫຼາກຫຼາຍ.

ໂອກາດນີ້, ທ່ານ ສຸມານະ ຈຸລະມະນີ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ອະທິບາຍວ່າ: ໄລຍະຜ່ານມາກົມພວກເຮົາໄດ້ສຸມໃສ່ຄົ້ນຄວ້າ ແລະ ພັດທະນາ, ການຄຸ້ມຄອງ, ບໍລິການ ແລະ ເຜີຍແຜ່ໂຄສະນາຢ່າງກວ້າງຂວາງ ເພື່ອສ້າງຈິດສໍານຶກໃຫ້ແກ່ສັງຄົມເຫັນ ຄວາມສໍາຄັນ ແລະ ນໍາໃຊ້ເຕັກໂນໂລຊີຫຼາຍຂຶ້ນ ອັນເຮັດໃຫ້ການຄ້າ, ການຜະລິດ ແລະ ການຊົມໃຊ້ມີຄວາມສະດວກຍິ່ງຂຶ້ນ ເຊິ່ງໄລຍະຜ່ານມາການເຊື່ອມຕໍ່ອິນເຕີເນັດແຫ່ງສັບພະສິ່ງບໍ່ພຽງແຕ່ເຂົ້າໃນການຜະລິດເທົ່ານັ້ນ, ຍັງມີບົດບາດສໍາຄັນໃນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂອງປະເທດອີກດ້ວຍ, ຂະນະດຽວກັນ ວຽກງານວັດທະນະທຳ – ສັງຄົມລວມໄປເຖິງການບໍລິຫານລັດດ້ວຍເອເລັກໂຕຣນິກກໍຈະມີ ຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນຕອນເຊົ້າວັນທີ 15 ຕຸລາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີບັນດາຫົວໜ້າກົມ, ສະຖາບັນ, ບັນດາຜູ້ຕາງໜ້າກະຊວງກ່ຽວຂ້ອງ ແລະ ຜູ້ປະກອບການເຂົ້າຮ່ວມ.

[ ຂ່າວ – ຮູບ: ສົມສະຫວິນ ]