ກວ້ຍນໍ້າວ້າດິບ ມີສັບພະຄຸນຊ່ວຍບັນເທົາໂຣກກົດໄຫຼຢ້ອນ

181

ຫຼາຍໆທ່ານອາດຈະມີຄວາມສົງໃສວ່າ ໂຣກກະເພາະ ກັບ ໂຣກກົດໄຫຼຢ້ອນຄືກັນ ຫຼື ແຕກຕ່າງກັນ. ເຊິ່ງທາງວິຊາການແພດລະບຸວ່າ ໂຣກທັງສອງຊະນິດນີ້ບໍ່ແມ່ນອັນດຽວກັນ ແຕ່ອາການຂອງມັນມີຄວາມໃກ້ຄຽງກັນ ເຊິ່ງໂຣກກະເພາະອາຫານຈະມີອາການເຈັບສຽບ, ຈຸກ ແລະ ແໜ້ນບໍລິເວນໃຕ້ລິ່ນປີ່, ມີອາການເຈັບທ້ອງກ່ອນ ແລະ ຫຼັງອາຫານ, ມີອາການເຈັບທ້ອງຕອນທ້ອງວ່າງ ເຊິ່ງປັດໃຈ ທີ່ເຮັດໃຫ້ເກີດໂຣກດັ່ງກ່າວ ແມ່ນສືບເນື່ອງມາຈາກປັດໄຈເຫຼົ່ານີ້ເຊັ່ນ: ທາງດ້ານຮ່າງກາຍ ເຍື່ອໃນກະເພາະອ່ອນແອ ມີຄວາມຄຽດ, ພັກຜ່ອນບໍ່ພຽງພໍ ແລະ ການຮັບປະທານອາຫານບໍ່ຖືກເວລາ.

ສ່ວນໂຣກກົດໄຫຼຢ້ອນ ຈະມີອາການແສບຮ້ອນບໍລິເວນໜ້າເອີກ ແລະ ຈຸກສຽບບໍລິເວນໃຕ້ລີ່ນປີ່, ມີການເຈັບ,ຈຸກ ຫຼັງຮັບປະທານອາຫານປະມານ 30-60 ນາທີ, ມີອາການແໜ້ນໜ້າເອີກຄືກັນກັບອາຫານບໍ່ຍ່ອຍ ຂະນະທີ່ໂຣກດັ່ງກ່າວແມ່ນເກີດມາຈາກປັດໄຈຕ່າງໆເຫຼົ່ານີ້ ຫຼອດອາຫານເສື່ມຕາມໄວ, ການກິນອາຫານຫຼາຍເກີນໄປໃນຄັ້ງດຽວ, ກິນແລ້ວເຂົ້ານອນ, ມັກກິນອາຫານຕອນເດີກ ແລະ ອາຫານປະເພດທອດໆມັນໆ, ດື່ມເຄື່ອດື່ມທີ່ມີແອລກໍຣໍ, ຄາເຟອິນ ແລະ ສູບຢານັ້ນເອງ.

ສຳລັບມື້ນີ້, ແອັດມິນຈະມາແນະນຳການປິ່ນປົວໂຣກກົດໄຫຼຢ້ອນ ດ້ວຍກ້ວຍນໍ້າ ຫຼື ກ້ວຍນໍ້າວ້າ ເຊິ່ງຈະມີຂັ້ນຕອນແນວໃດແດ່ ໄປເບິ່ງເລີຍ!!
ສັບພະຄຸນ ແລະ ວິທີໃຊ້: ຊອຍກ້ວຍນໍ້າວ້າດິບເປັນຕ່ອນບາງໆ ຕາກແດດໃຫ້ແຫ້ງ ແລະ ບົດໃຫ້ລະອຽດ ຈົນເປັນແປ້ງ ແລ້ວເກັບມ້ຽນໃສ່ໂຖແກ້ວໄວ້ ຫຼື ພາຊະນະອັນໃດກໍ່ໄດ້ປິດຝາໄວ້ໃຫ້ແໜ້ນ.

ເມື່ອເວລາມີອາການເຈັບທ້ອງ ໃຫ້ເອົາຜົງກ້ວຍນໍ້າວ້າປະມານ 1-2 ບ່ວງ ລົງໄປໃນຖ້ວຍ ແລ້ວໃສ່ນໍ້າເຜິ້ງແທ້ປະມານ 1 ບ່ວງ ແລະ ຄົນສ່ວນປະສົມໃຫ້ເຂົ້າກັນ ຮັບປະທານວັນລະ 3 ຄັ້ງກ່ອນອາຫານ ແລະ ກ່ອນນອນ.
ເຊິ່ງການປິ່ນປົວທາງສະໝຸນໄພ ກໍ່ເປັນພຽງການບັນເທົາໃນເບື້ອງຕົ້ນເທົ່ານັ້ນ,ສຳລັບທ່ານໃດທີ່ມີການແສບ ແລະ ແໜ້ນເອີກ ຫຼື ມີການຮຸນແຮງ ແນະນຳໄປປຶກສາແພດໂດຍດ່ວນ ເພື່ອກວດເບິ່ງອາຫານ ແລະ ປິ່ນປົວໄດ້ທັນເວລາ.

ທີ່ມາ: kaijeaw.com