ສໍາເລັດການກໍ່ສ້າງບັນດາຫ້ອງທົດລອງທີ່ທັນສະໄໝ ເພື່ອຮັບໃຊ້ການຄົ້ນຄວ້າດ້ານຊີວະວິທະຍາ

96

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ຈັດພິທີຖະແຫຼງຂ່າວວັນວິທະຍາສາດແຫ່ງຊາດລາວ 12 ຕຸລາ 2019. ຈຸດປະສົງກໍເພື່ອລະນຶກເຖິງປະຫວັດຄວາມເປັນມາ ແລະ ການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີໃນແຕ່ລະໄລຍະ ລວມທັງສະຫຼຸບສັງລວມຜົນງານຜ່ານມາທີ່ຍາດມາໄດ້ ໃຫ້ກຽດຖະແຫຼງຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກວຕ, ທັງເປັນປະທານສະພາວິທະຍາສາດແຫ່ງຊາດ.

ໂອກາດນີ້, ທ່ານລັດຖະມົນຕີ ກວຕ ກໍໄດ້ກ່າວບາງປະເດັນສໍາຄັນ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VII ໃນປີ 2013 ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງໄດ້ກໍານົດເອົາວັນທີ 12 ຕຸລາ ເປັນວັນວິທະຍາສາດແຫ່ງຊາດ ເນື່ອງຈາກວ່າວັນທີ 12 ຕຸລາ ປີ 1987 ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຊັນຂໍ້ຕົກລົງສ້າງຕັ້ງສະພາວິທະຍາສາດ – ເຕັກນິກແຫ່ງລັດຄັ້ງທຳອິດຂອງ ສປປ ລາວ. ສະນັ້ນ, ວັນທີ 12 ຕຸລາ ຈຶ່ງເປັນວັນປະກາດເອກະລາດຂອງປະເທດລາວ ແລະ ທັງເປັນວັນວິທະຍາສາດແຫ່ງຊາດອີກດ້ວຍ.

ສໍາລັບການຄົ້ນຄວ້າ – ພັດທະນາ ແລະ ນໍາໃຊ້ ຄວາມກ້າວໜ້າທາງວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອການພັດທະນາຢູ່ປະເທດເຮົາ, ອັນພົ້ນເດັ່ນທີ່ສຸດແມ່ນການສ້າງຕັ້ງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂຶ້ນໃນເດືອນກັນຍາ ປີ 2011 ມາເຖິງປັດຈຸບັນຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ແຕ່ສູນກາງເຖິງທ້ອງຖິ່ນ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງເປັນລະບົບ, ຢູ່ຂັ້ນກະຊວງ ປະກອບມີ 2 ຫ້ອງການ, 8 ກົມ ແລະ 4 ສະຖາບັນ ເຊິ່ງຮັບຜິດຊອບເປັນເສນາທິການໃຫ້ລັດຖະບານ.

ໄລຍະຜ່ານມາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ 08 ສະບັບ ແລະ ນິຕິກໍາລຸ່ມກົດໝາຍອີກຈໍານວນໜຶ່ງ. ສ່ວນການພັດທະນາພື້ນຖານໂຄງລ່າງ ກໍໄດ້ສໍາເລັດການກໍ່ສ້າງບັນດາຫ້ອງທົດລອງທີ່ທັນສະໄໝ ເພື່ອຮັບໃຊ້ການຄົ້ນ ຄວ້າດ້ານຊີວະວິທະຍາ, ເຕັກໂນໂລຊີຊີວະພາບ, ພະລັງງານທົດແທນ ແລະ ວັດສະດຸໃໝ່ ແລະ ປັດຕະພີວິທະຍາ, ສຳເລັດການສ້າງສູນຂໍ້ມູນເອເລັກໂຕຣນິກຂະໜາດໃຫຍ່ ເຖິງ 400 TB ເຊິ່ງເປັນສູນຂໍ້ມູນເອເລັກໂຕຣນິກແບບປະຢັດພະລັງງານ ແລະ ທັນສະໄໝທີ່ສຸດຢູ່ໃນປະເທດເຮົາ ກໍຄືໃນພາກພື້ນອາຊີອາຄະເນ ອັນເປັນພື້ນຖານໃຫ້ແກ່ການຄົ້ນຄວ້ານຳໃຊ້ລະບົບຖານຂໍ້ມູນມະຫາສານ ( Big data ) ແລະ ເຕັກໂນໂລຊີດິຈິຕອລຢູ່ປະເທດເຮົາ.

ໄດ້ສ້າງຕັ້ງຫ້ອງກວດສອບຄຸນນະພາບນ້ຳມັນເຊື້ອໄຟ ປະຈໍາຢູ່ບັນດາດ່ານສາກົນ ຈຳນວນ 17 ດ່ານ, ສ້າງຫ້ອງກວດກາເຄື່ອນທີ່ ແລະ ຫ້ອງກວດກາລະບົບສູນກາງ ເຊິ່ງສາມາດຕິດຕາມການຄຸ້ມຄອງບໍລິມາດການນຳເຂົ້າ, ກວດກາຄຸນນະພາບຕາມມາດຕະຖານແຫ່ງຊາດ ແລະ ຮັບປະກັນໃຫ້ສັງຄົມໄດ້ຊົມໃຊ້ນ້ຳມັນທີ່ມີຄຸນນະພາບ, ປົກປັກຮັກສາສິ່ງແວດລ້ອມ ໄດ້ກວດສອບກົງເຕີໄຟຟ້ານໍາເຂົ້າມາໃໝ່ ຈໍານວນ 127.500 ກວ່າໜ່ວຍ ແລະ ໃຫ້ການບໍລິການຖ່າຍທອດເຕັກໂນໂລຊີດ້ານຕ່າງໆອີກດ້ວຍ.

ຂ່າວ: ສົມສະຫວິນ, ຮູບ: ບຸນທັນ