ຕຸ້ມລານ ໄຂກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ X

227

ວັນທີ 10 ຕຸລານີ້ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຕຸ້ມລານ ຄັ້ງທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສາລະວັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຈັນສະໝອນ ພົມມະແສງ ກຳມະການພັກແຂວງ ເລຂາພັກ ເຈົ້າເມືອງຕຸ້ມລານ.

ມີທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະ ປະຈຳພັກ – ກຳມະການພັກເມືອງ ແລະ ຜູ້ແທນກອງປະຊຸມໃຫຍ່ ຈຳນວນ 121 ທ່ານ ຍິງ 14 ທ່ານ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນທົ່ວເມືອງທັງໝົດ 700 ກວ່າທ່ານ ແລະ ມີບັນດາແຂກຖືກເຊີນຈາກເມືອງອ້ອມຂ້າງແຂວງ ແລະ ແຂວງສະຫວັນນະເຂດ ຕະຫຼອດຮອດພະນັກງານອາວຸໂສບຳນານ, ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຈັນສະໝອນ ພົມມະແສງ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານຮ່າງລາຍງານການເມືອງທັງສອງພາກ ເຊິ່ງຈະໄດ້ພ້ອມກັນທົບທວນຄືນ, ຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະສະໄໝຜ່ານມາ, ພ້ອມກັນຄົ້ນຄວ້າເສີມຂະຫຍາຍຈຸດດີ, ຂໍ້ຄົງຄ້າງທີ່ຕ້ອງດັດແກ້, ປັບປຸງ ແລະ ຖອດຖອນເອົາບົດຮຽນອັນດີທີ່ເປັນແບບຢ່າງ ເພື່ອສືບຕໍ່ຈັັດຕັ້ງປະຕິບັດໃຫ້ບັນລຸຄາດໝາຍຕ່າງໆໃນຕໍ່ໜ້າ, ທັງຍົກໃຫ້ເຫັນຜົນງານການປະຕິບັດວຽກງານຮອບດ້ານຂອງອົງຄະນະພັກເມືອງ.

ໂດຍພື້ນຖານທົ່ວເມືອງ ຍັງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະ   ຫງົບ – ຄວາມເປັນລະບຽບຮຽບຮ້ອຍ, ປາກົດການຫຍໍ້ທໍ້ບາງດ້ານມີທ່າອ່ຽງຫຼຸດລົງ ເຊິ່ງຜົນສໍາເລັດທີ່ຍາດມາໄດ້ແມ່ນມີ ຄວາມໝາຍສໍາຄັນຕໍ່ຄະນະພັກກໍຄືພໍ່ແມ່ປະຊາຊົນ ເຮັດໃຫ້ເມືອງຕຸ້ມລານມີການປ່ຽນແປງ ແລະ ພັດທະນາທີ່ດີຂຶ້ນ. ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 8% ລວມຍອດຜະລິດຕະພັນພາຍໃນບັນລຸ 862 ຕື້ກວ່າກີບ ເທົ່າກັບ 92% ຂອງແຜນ 5 ປີ ທຽບໃສ່ໄລຍະດຽວເພີ່ມຂຶ້ນ 21%, ສະເລ່ຍລາຍຮັບຕໍ່ຫົວຄົນ ບັນລຸໄດ້ 6,18 ລ້ານກີບ ຫຼື ເທົ່າກັບ 727 ໂດລາສະຫະລັດ; ບ້ານທຸກຍາກໄດ້ຫຼຸດລົງຈາກ 9 ບ້ານ ໃນປີ 2014 ຍັງເຫຼືອ 5 ບ້ານ ແລະ ຄອບຄົວຜູ້ທຸກຍາກ ຫຼຸດລົງຈາກ 991 ໃນປີ 2014 ຍັງເຫຼືອ 625 ຄອບຄົວ ເທົ່າກັບ 10,91% ຂອງຄອບຄົວທັງໝົດ, ທ່ານ   ຈັນສະໝອນ ພົມມະແສງ ກ່າວ.

ຈາກນັ້ນ, ບັນດາຜູ້ແທນ ແລະ ແຂກເຂົ້າຮ່ວມ ຍັງຈະໄດ້ຮັບຟັງບົດລາຍງານແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງ ແຕ່ປີ 2015 – 2019 ແລະ ທິດທາງແຜນການ 2020 – 2024, ກອງປະຊຸມຄັ້ງນີ້ຈະດໍາເນີນເປັນເວລາ 2 ວັນ ຈຶ່ງຈະສຳເລັດ. ໃນນັ້ນ, ຈະມີການປະກອບຄຳເຫັນໃນການຈັດຕັ້ງປະຕິບັດວຽກງານບາງຂົງເຂດວຽກງານ, ຮັບຟັງການຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ ຊຸດທີ IX ແລະ ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຊຸດທີ X ເຊິ່ງມີຜູ້ສະໝັກທັງໝົດ 27 ທ່ານ, ເລືອກເອົາ 24 ທ່ານ, ທັງຈະໄດ້ປ່ອນບັດເອົາຄະນະຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ IX. ໂອກາດດຽວກັນນັ້ນ, ກໍຈະໄດ້ຮັບຟັງການໂອ້ລົມຈາກທ່ານເລຂາຄະນະບໍລິຫານງານພັກແຂວງສາລະວັນ ທີ່ຈະເປັນທິດຊີ້ນຳໃຫ້ແກ່ອົງຄະນະພັກເມືອງ ເພື່ອສືບຕໍ່ຊີ້ນຳ – ນຳພາການປະຕິບັດມະຕິກອງປະຊຸມໃນຕໍ່ໜ້າ.

[ ຂ່າວ – ຮູບ: ວິໄລວອນ ສິດທິໄຊ ]