ທະນາຄານໂລກ ຊີ້ເສດຖະກິດລາວຈະຂະຫຍາຍຕົວດີຂຶ້ນກວ່າປີຜ່ານມາ

244
DCIM295MEDIADJI_0016.JPG

ທະນາຄານໂລກ ຄາດຄະເນວ່າເສດຖະກິດ ສປປ ລາວ ຈະຂະຫຍາຍຕົວດີຂຶ້ນຈາກ 6,3% ໃນປີຜ່ານມາເປັນ 6,5% ໃນປີນີ້ ເຖິງວ່າ 6 ເດືອນຕົ້ນປີ 2019 ສະພາບການຜະລິດໄຟຟ້າ ແລະ ການລົງທຶນຈາກຕ່າງປະເທດຫຼຸດລົງ ແຕ່ໄດ້ແຮງຍູ້ຈາກການຂະຫຍາຍຕົວໃນຂະແໜງກໍ່ສ້າງພື້ນຖານໂຄງລ່າງ, ພະລັງງານ ແລະ ການບໍລິການ.

ວັນທີ 10 ຕຸລາ 2019 ທະນາຄານໂລກ ປະຈຳພາກພື້ນອາຊີ – ປາຊີຟິກ ໄດ້ຈັດພິທີຖະແຫຼງຂ່າວຂຶ້ນທີ່ນະຄອນຫຼວງບາງກອກ ປະເທດໄທ ແລະ ຖ່າຍທອດສົດຜ່ານຫ້ອງການທະນາຄານໂລກ ປະຈຳຢູ່ບັນດາປະເທດ ເຊິ່ງມີທັງໝົດ 9 ປະເທດເຂົ້າຮ່ວມ.

ທ່ານ ແອນດຣູ ມາສັນ ( Andrew Mason ) ຫົວໜ້າເສດຖະສາດ ປະຈຳພາກພື້ນອາຊີ – ປາຊີຟິກ ໄດ້ກ່າວວ່າ: ອີງຕາມບົດລາຍງານການເຕີບໃຫຍ່ຂະຫຍາຍຕົວເສດຖະກິດຂອງທະນາຄານໂລກ ປະຈຳເດືອນຕຸລາ 2019 ນີ້ ເຫັນວ່າການຂະຫຍາຍຕົວຂອງເສດຖະກິດຂອງພາກພື້ນອາຊີ – ປາຊີຟິກ ໃນປີ 2019 ນີ້ ແມ່ນຫຼຸດລົງ ຈາກ 6,3% ໃນປີ 2018 ເຫຼືອພຽງ 5,8% ໃນປີ 2019 ແລະ ຄາດວ່າຈະຫຼຸດລົງ ເປັນ 5,7% ແລະ 5,6% ໃນປີ 2020 ຫາ 2021 ຕາມລຳດັບ.

ສຳລັບ ສປປ ລາວ ເຖິງວ່າ 6 ເດືອນຕົ້ນປີ 2019 ສະພາບການຜະລິດໄຟຟ້າ ແລະ ການລົງທຶນຈາກຕ່າງປະເທດຫຼຸດລົງ ແຕ່ທະນາຄານໂລກຄາດວ່າການຂະຫຍາຍຕົວເສດຖະກິດແຫ່ງຊາດ ຍັງຢູ່ໃນລະດັບເພີ່ມຂຶ້ນເລັກໜ້ອຍ ບົນພື້ນຖານການຂະຫຍາຍຕົວໃນຂະແໜງກໍ່ສ້າງພື້ນຖານໂຄງລ່າງ, ພະລັງງານ, ການບໍລິການ, ເສັ້ນທາງລົດໄຟ ລາວ – ຈີນ, ການຂາຍຍ່ອຍ, ກະສິກຳກໍມີທ່າອ່ຽງຟື້ນຕົວຫຼັງອຸທົກກະໄພ ເຊິ່ງຄາດຄະເນວ່າຈະສາມາດຂະຫຍາຍຕົວໃນລະດັບ 6,5% ເພີ່ມຂຶ້ນຈາກລະດັບ 6,3% ໃນປີ 2018, ສ່ວນປີ 2020 ຈະຂະຫຍາຍຕົວໃນລະດັບ 6,7% ແລະ 6,6% ໃນປີ 2021.

ທະນາຄານໂລກ ຍັງລະບຸວ່າ: ມີຫຼາຍປະເທດໃນພາກພື້ນທີ່ພວມຫາຜົນປະໂຫຍດແກ່ຕົນເອງໃນໄລຍະສັ້ນ ອັນເນື່ອງມາຈາກສົງຄາມການຄ້າ     ຈີນ – ສະຫະລັດອາເມຣິກາ ເຊິ່ງມີຫຼາຍບໍລິສັດກໍພວມພະຍາຍາມຊອກຫາວິທີທາງໃນການຫຼີກລຽງພາສີ ແລະ ຍ້າຍຖານການຜະລິດລົງມາໃນພາກພື້ນນີ້ ທັງທີ່ຮູ້ວ່າມັນຈະເປັນການຍາກທີ່ບັນດາປະເທດໃນພາກພື້ນຈະສາມາດກ້າວມາທົດແທນ ຈີນ ໄດ້ໂດຍໄວ, ເນື່ອງຈາກພື້ນຖານໂຄງລ່າງ ແລະ ຖານການຜະລິດຍັງເປັນຂະໜາດນ້ອຍ.

ທ່ານ ແອນດຣູ ມາສັນ ກ່າວຕື່ມວ່າ: ບັນຫາດັ່ງກ່າວກຳລັງເຕືອນໃຫ້ຮູ້ວ່າພາກພື້ນອາຊີ – ປາຊີຟິກ ກໍາລັງປະເຊີນໜ້າກັບ ຄວາມສ່ຽງ ແລະ ທ້າທາຍຫຼາຍຢ່າງ ທີ່ສືບເນື່ອງມາຈາກສົງຄາມການຄ້າ    ຈີນ – ສະຫະລັດອາເມຣິກາ ທີ່ສ້າງຄວາມເສຍຫາຍຕໍ່ການເຕີບໂຕຂອງການລົງທຶນ, ຍ້ອນຄວາມບໍ່ແນ່ນອນ, ການເຕີບໂຕຊ້າເສດຖະກິດຂອງຫຼາຍປະເທດມະຫາອຳນາດ ເຊັ່ນ: ຈີນ, ອິນເດຍ, ບຣາຊິນ, ສະຫະລັດອາເມຣິກາ, ເອີຣົບ ແລະ ອັງກິດ ທີ່ເຮັດໃຫ້ຄວາມຕ້ອງການຂອງຕະຫຼາດສາກົນຫຼຸດລົງ. ພ້ອມນີ້, ການປ່ຽນແປງທາງການເງິນຂອງໂລກ ກໍເປັນປັດໄຈໜຶ່ງທີ່ສົ່ງຜົນຕໍ່ຕົ້ນທຶນການກູ້ຢືມສູງຂຶ້ນ, ເຮັດໃຫ້ການເຕີບໂຕຂອງສິນເຊື່ອຫຼຸດລົງ, ສົ່ງຜົນຕໍ່ການລົງທຶນຂອງພາກເອກະຊົນຫຼຸດລົງ ແລະ ໜີ້ສິນສາທາລະນະເພີ່ມຂຶ້ນ.

ເພື່ອຮັບມືກັບຄວາມສ່ຽງດັ່ງກ່າວ ບັນດາປະເທດໃນພາກພື້ນອາຊີ – ປາຊີຟິກ ຕ້ອງມີນະໂຍບາຍທີ່ສອດຄ່ອງກັບປະເທດຕົນ ເພື່ອແກ້ໄຂບັນຫາການຫຼຸດຜ່ອນຄວາມທຸກຍາກໃນໄລຍະກາງ, ແຕ່ລະປະເທດຕ້ອງມີມາດຕະການໃນການບໍລິຫານຄວາມສ່ຽງ ເຮັດແນວໃດໃຫ້ສາມາດຮັກສາ ຄວາມເຂັ້ມແຂງ ແລະ ສົມດຸນເສດຖະກິດ, ຕ້ອງມີມາດຕະການຄຸ້ມຄອງໜີ້ສິນສາທາລະນະ, ຕ້ອງເປີດກວ້າງການຄ້າກັບຫຼາຍປະເທດ ແລະ ລັດຖະບານຕ້ອງປະຕິຮູບເສດຖະກິດ ເພື່ອດຶງດູດການລົງທຶນໃຫ້ເພີ່ມຂຶ້ນ.

[ ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ ]