ທ່ຽວນໍ້າກັດຢໍລະປ່າໃນລະດູໜາວ

152

ທ່ຽວທຳມະຊາດໃນລະດູໜາວ ຖືເປັນບັນຍາກາດທີ່ງົດງາມທີ່ສຸດ, ສຳລັບຄົນມັກທ່ຽວທຳມະຊາດ, ມັກຜະຈົນໄພ ເພື່ອສຳຜັດກັບອາກາດທີ່ໜາວເຢັນ, ທ່ຽວຊົມວິຖີຊີວິດຂອງປະຊາຊົນຊາວໄຮ່ຊາວນາທີ່ພວມກຽມເຂົ້າໃນລະດູການເກັບກ່ຽວ ລວມໄປເຖິງເພື່ອຖ່າຍພາບບັນຍາກາດດີໆໃນໄລຍະນີ້ເກັບໄວ້ເປັນທີ່ລະນຶກ.

ການທ່ອງທ່ຽວທຳມະຊາດໃນ ສປປ ລາວ ໃນໄລຍະເດືອນຕຸລານີ້ ຖືເປັນບັນຍາກາດໜຶ່ງທີ່ງົດງາມຍິ່ງ, ເປັນການຜະຈົນໄພຈາກເມືອງ  ໃຫຍ່ສູ່ພູເຂົາ, ຈາກຄວາມວຸ່ນວາຍສູ່ທໍາມະຊາດທີ່ງຽບສະຫງົບ ເຊິ່ງເປັນບັນຍາກາດທີ່ມີຄວາມສຸກ. ສະນັ້ນ, ໃນມື້ນີ້ຜູ້ຂຽນຈະພາໄປຮັບຮູ້ເຖິງການທ່ອງທ່ຽວໃນໄລຍະເດືອນຕຸລາທີ່ “ ນ້ຳກັດຢໍລະປ່າ ” ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ສຳລັບການທ່ອງທ່ຽວໃນລະດູໜາວ ເປັນສະຖານທີ່ທ່ອງທ່ຽວທີ່ເກີດຈາກຄວາມເປັນທໍາມະຊາດ ແລະ ໄຮ້ຄວາມສັບສົນ, ເປັນດິນແດນແຫ່ງ ຄວາມສຸກ ແລະ ສະຫວັນເທິງດິນຂອງນັກສະແຫວງຫາຄວາມສຸກທີ່ແທ້ຈິງ ທີ່ກໍາລັງລໍຖ້າທ່ານໄປສໍາຜັດ.

ນໍ້າກັດຢໍລະປ່າເປັນສະຖານທີ່ທ່ອງທ່ຽວທີ່ຕັ້ງຢູ່ໃນເຂດປ່າສະຫງວນຂອງພູຫີຜີ ທີ່ມີປ່າດົງດິບດົກໜາ, ຕົ້ນໄມ້ໃຫຍ່, ມີຊີວະນາໆພັນຊະນິດຕ່າງໆອາໄສຢູ່ໃນປ່າສະຫງວນດັ່ງກ່າວ ແລະ ເໝາະສົມທີ່ຈະໄປສຶກສາວິໄຈສິ່ງທີ່ມີຊີວິດດ້ານພຶກສາຊາດ, ຕາກອາກາດ, ກິນເຂົ້າປ່າ, ພັກຜ່ອນຢ່ອນອາລົມຕາມໂງ່ນຫີນ ແລະ ສາຍນ້ຳ ເຊິ່ງເປັນສະຖານທີ່ທີ່ຂຶ້ນກັບບ້ານແຟນ ເມືອງໄຊ ແຂວງອຸດົມໄຊ ຫ່າງຈາກເທສະບານເມືອງໄຊ ປະມານ 14 ກິໂລແມັດ ເຊິ່ງປະກອບມີນ້ຳຕົກຕາດນ້ຳກັດເປັນແຫຼ່ງທ່ອງທ່ຽວຫຼັກ. ເປັນນໍ້າຕົກຊັ້ນດຽວທີ່ສວຍງາມຄວາມສູງປະມານ 15 – 20 ແມັດ ກວ້າງປະມານ 20 – 50 ແມັດ, ໜ້າຕາດມີອ່າງອາບນ້ຳທຳມະຊາດທີ່ເຢັນສະບາຍ ແລະ ມີແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳຂອງຊົນເຜົ່າກຶມມຸທີ່ດຳລົງຊີວິດແບບດັ້ງເດີມທີ່ໜ້າສຶກສາຮຽນຮູ້.

ຫາກທ່ານເປັນຄົນທີ່ບໍ່ຄ່ອຍມີເວລາ, ຜູ້ຂຽນຂໍແນະນຳທ່ານຄວນມາທ່ຽວໃນທີ່ແຫ່ງນີ້ຢ່າງໜ້ອຍ 3 ມື້ 2 ຄືນ ເພື່ອຮຽນຮູ້ສິ່ງຕ່າງໆ ກ່ຽວກັບທຳມະຊາດ ແລະ ວັດທະນະທຳໃນທີ່ນີ້.

ມາທ່ຽວທີ່ນີ້ໃນໄລຍະເດືອນຕຸລາ ທ່ານຈະສາມາດຮັບແພັກເກັດທ່ອງທ່ຽວລະດູໜາວທີ່ລາຄາເປັນກັນເອງ ພ້ອມຫ້ອງພັກແບບສະແຕນດາດ ລວມຄ່າອາຫານເຊົ້າ ແລະ ລົດຮັບສົ່ງຈາກສະໜາມບິນ ຫຼື ຄິວລົດໂດຍສານຂອງເທສະບານແຂວງອຸດົມໄຊ. ນອກນັ້ນ, ທ່ານຍັງຈະໄດ້ຮັບກິດຈະກຳທົວໃຫ້ເລືອກຫຼິ້ນລ້າໆ 1 ກິດຈະກຳ ຈາກ 7 ກິດຈະກຳຫຼັກໃນເຂດນໍ້າກັດຢໍລະປ່າ ເຊັ່ນ: ຂີ່ລົດຊົມປ່າ – ຍ່າງປ່າ – ໄຕ່ຂົວອູ່ – ຊົມນໍ້າຕົກ; ຂີ່ລົດຊົມປ່າ – ຍ່າງປ່າ – ຊົມຕົ້ນໄມ້ ໃຫຍ່; ຂີ່ລົດ ເອທີວີ 30 ນາທີ; ໄຕ່ຂົວໂຕວີ ແລະ ຊົມວິວພູໂຕະຫີນ; ປີນຕານ່າງແມງມຸມ; ຂີ່ສະລິງດື່ມກາເຟ ແລະ ໄຕ່ຂົວໂຕວີ – ໄຕ່ຫາໜ້າຜາ – ຂີ່ຕານ່າງລອຍເທິງສາຍນ້ຳກັດ – ຂີ່ສະລິງ 3 ເສັ້ນ ນັ້ນເອງ.

ມາທ່ຽວນໍ້າກັດໃນໄລຍະນີ້ ສ່ວນຫຼາຍນັກທ່ອງທ່ຽວຈະເນັ້ນໃສ່ສ້າງກິດຈະກຳທ່ຽວຜະຈົນໄພຕ່າງໆ, ທ່ຽວຊົມທຳມະຊາດທົ່ງນາຂອງຊົນເຜົ່າກຶມມຸໃນຍາມເຊົ້າ ທີ່ປົກຄຸມດ້ວຍໝອກທີ່ໜາວເຢັນ ອຸນຫະພູມ ປະມານ 16 ອົງສາ, ຂີ່ລົດຊົມປ່າ, ຍ່າງປ່າທີ່ເຕັມໄປດ້ວຍຕົ້ນໄມ້ທີ່ມີອາຍຸເກົ່າແກ່ ພ້ອມຟັງສຽງນົກຮ້ອງຢ່າງສະອອນໃຈ, ໄຕ່ຂົວອູ່, ຂົວໂຕວີ ຢ່າງປະທັບໃຈ ເຊິ່ງເຕັມໄປດ້ວຍບັນຍາກາດແບບສ່ຽງພ້ອມເບີກບານມ່ວນຊື່ນປະປົນກັນ ທີ່ບໍ່ສາມາດບັນຍາຍໄດ້.

ເປັນປະສົບການໜຶ່ງທີ່ໜ້າຕື່ນຕາຕື່ນໃຈ ແລະ ທ່ານອາດບໍ່ຢາກກັບເລີຍກໍວ່າໄດ້ຍ້ອນສະເໜ່ເມືອງເໜືອທີ່ມີທຳມະຊາດສວຍງາມ. ນອກນັ້ນ, ຍັງສາມາດເຂົ້າຮ່ວມກິດຈະກຳຊົມເບິ່ງວິຖີຊີວິດຂອງຊົນເຜົ່າກຶມມຸ, ເຊົ່າເສື້ອຜ້າຊຸດຊົນເຜົ່າເພື່ອຖ່າຍຮູບແຄມທົ່ງນາທີ່ຂຽວກະຈີ ແລະ ຍ່າງຊົມເຮືອນຊົນເຜົ່າແບບດັ້ງເດີມທີ່ຕັ້ງສະຫຼັບສັບຊ້ອນກັບຕົ້ນໄມ້ຢ່າງເປັນທຳມະຊາດ.

ນອກນັ້ນ, ອີກກິດຈະກຳໜຶ່ງທີ່ນັກທ່ອງທ່ຽວບໍ່ຄວນພາດ ຫາກມາທ່ຽວທີ່ນີ້ໃນລະດູໜາວນັ້ນຄືຍ່າງປ່າໄປກາງເຕັ້ນນອນເທິງພູຫຍ້າຄາ ເພື່ອຊົມທະເລໝອກ ເຊິ່ງມີ ຄວາມສູງ 1.500 ແມັດ ເປັນອີກກິດຈະກຳໜຶ່ງຂອງນໍ້າກັດຢໍລະປ່າໄລຍະທ້າຍຝົນຕົ້ນໜາວ ຫຼື ໃນເດືອນຕຸລາທີ່ທຳມະຊາດມີຄວາມສວຍສົດງົດງາມ, ທົ່ງຫຍ້າຂຽວງາມຕາ, ຊົມທຳມະຊາດທີ່ກວ້າງໃຫຍ່ໄພສານ, ເບິ່ງພະອາທິດໃນຍາມເຊົ້າທີ່ກຳລັງຂຶ້ນຂອບຟ້າຢ່າງສວຍງາມ.

[ ໂດຍ: ກາວຊົ່ງ ] ຮູບ Facebook: Nam Kat Yorla Pa