ວິທະຍາໄລ ສອນພິທັກລາວ ເນັ້ນສ້າງນັກພັດທະນາໂປຣແກຣມເມີ

135

ສັງຄົມມີຄວາມຕ້ອງການ ແລະ ຈຳເປັນຕໍ່ບຸກຄະລາກອນໃນຂະແໜງການກ່ຽວກັບເຕັກໂນໂລຊີຫຼາຍຂຶ້ນ ເຊິ່ງໜຶ່ງໃນນັ້ນກໍຄືບຸກຄະລາກອນດ້ານໂປຣແກຣມເມີ ຫຼື ການພັດທະນາສ້າງໂປຣ    ແກຣມ. ວິທະຍາໄລ ສອນພິທັກລາວ ( ສພລ ) ເປັນວິທະຍາໄລໜຶ່ງທີ່ຊ່ວຍສ້າງບຸກຄະລາກອນດ້ານນີ້ມາເປັນເວລາ 9 ປີ ແລະ ສ້າງບັນດິດດ້ານພັດທະນາໂປຣແກຣມສູ່ສັງຄົມມາແລ້ວ 4 ຮຸ່ນ.

ທ່ານ ປະນົມສອນ ຫຼວງສຸວັນນະວົງ ຜູ້ອຳນວຍການວິທະຍາໄລ ສອນພິທັກລາວ ໃຫ້ສຳພາດວ່າ: ການສຶກສາເປັນບາດກ້າວທຳອິດຂອງການພັດທະນາປະເທດຊາດ. ສະນັ້ນ, ໃນປີ 2010 ວິທະຍາໄລ ສອນພິທັກລາວ ຈຶ່ງຖືກສ້າງຕັ້ງຂຶ້ນ, ເປັນວິທະຍາໄລເອກະຊົນ 100%, ເປັນວິທະຍາໄລທີ່ສອນກ່ຽວກັບດ້ານໄອທີ ໂດຍສະເພາະແມ່ນສາຂາວິຊາພັດທະນາໂປຣແກຣມເມີ, ເປັນວິທະຍາໄລທີ່ດຳເນີນການຮຽນ – ການສອນຕາມ 3 ລັກສະນະ ແລະ 5 ຫຼັກມູນ ຂອງການສຶກສາແຫ່ງຊາດ.

ໃນນັ້ນ, ວິຊາຫຼັກແມ່ນວິຊາພັດທະນາໂປຣແກຣມເມີ ເປັນສາຂາວິຊາທີ່ແຕກຕ່າງຈາກໄອທີ ເຊິ່ງສາຂາພັດທະນາໂປຣແກຣມເປັນສາຂາທີ່ມຸ່ງເນັ້ນໃສ່ການພັດທະນາຜູ້ຂຽນໂປຣແກຣມທັງຄອມພິວເຕີ ແລະ ມືຖື ( ແອັບ ) ທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດໃນ ສປປ ລາວ ໂດຍສະເພາະແມ່ນໃນຍຸກໂລກາພິວັດ ໄອທີ ແລະ ໂປຣແກຣມທັງໂທລະສັບມືຖື ແລະ ຄອມພິວເຕີເພື່ອຮັບໃຊ້ໃນຂົງເຂດວຽກງານ ແລະ ຂະແໜງການຕ່າງໆ ເຊັ່ນ: ຄຸ້ມຄອງເອກະສານ – ສະຖິ  ຕິ, ການດຳເນີນທຸລະກິດຕ່າງໆ ແລະ ໃນທຸກວົງການທາງສັງຄົມ, ວິທະຍາສາດ ແລະ ວັດທະນະທຳຕ່າງໆ ເພາະວ່າໃນຍຸກໂລກາພິວັດໄອທີ ແລະ ໂປຣແກຣມ ( ແອັບ ) ແມ່ນມີບົດບາດເກືອບວ່າ 90% ໃນທຸກຂົງເຂດ.

ນັກສຶກສາທີ່ຮຽນຈົບໃນສາຂາໂປຣແກຣມເມີ ແມ່ນມີຄວາມຮູ້ ແລະ ຄວາມສາມາດສູງໃນການພັດທະນາໂປຣແກຣມ ແລະ ແອັບຕ່າງໆໃນມືຖື, ສາມາດປະກອບວຽກນໍາພັກ – ລັດ ແລະ ເອກະຊົນຕ່າງໆ ເຊິ່ງສາມາດສ້າງລາຍຮັບສູງພໍສົມຄວນ. ນອກນັ້ນ, ສາມາດປະກອບອາຊີບສ່ວນຕົວກໍໄດ້ ເພາະສາຂາໂປຣແກຣມເມີ ເປັນສາຂາວິຊາຊີບ ແລະ ນັກສຶກສາສາມາດຂຽນໂປຣແກຣມໄດ້ຢ່າງສະດວກ.

ໃນຍຸກດິຈິຕອລທີ່ມີຄວາມລໍ້າສະໄໝ ແລະ ເຕັກໂນໂລຊີທີ່ມີການພັດທະນາກ້າວກະໂດດ ສົ່ງຜົນໃຫ້ການດຳລົງຊີວິດຂອງຄົນເຮົາ ຈຳເປັນຕ້ອງເປັນໄປຢ່າງວ່ອງໄວ ແລະ ແກ້ໄຂບັນຫາໃຫ້ທັນການ ລວມໄປເຖິງການສື່ສານ, ເກັບກໍາຂໍ້ມູນ ແລະ ການຄຸ້ມຄອງຄວບຄຸມລະບົບການເຮັດວຽກຕ່າງໆ, ເຮັດໃຫ້ຜູ້ທີ່ຮຽນຈົບການພັດທະນາ     ໂປຣແກຣມເມີ ສາມາດຊອກຫາວຽກເຮັດງານທຳໄດ້ງ່າຍຂຶ້ນ ເພາະໂປຣແກຣມ ແລະ ແອັບຕ່າງໆ ລ້ວນແລ້ວແຕ່ມີບົດບາດເກືອບທັງໝົດໃນທຸກຂົງເຂດນັ້ນເອງ.

ປັດຈຸບັນ, ຄວາມຕ້ອງການຂອງຕະຫຼາດແຮງງານ ກ່ຽວກັບບຸກຄະລາກອນທີ່ມີຄວາມສາມາດດ້ານ   ໂປຣແກຣມ ຖືວ່າຍັງມີຄວາມຈຳເປັນ ແລະ ຕ້ອງການສູງ. ເພາະທຸກຂົງເຂດທີ່ກ່ຽວຂ້ອງກັບໄອທີ ແລະ ດິຈິຕອລແມ່ນມີທ່າອ່ຽງເພີ່ມຂຶ້ນສູງເລື້ອຍໆ ແຕ່ໃນຂະນະດຽວກັນເຫັນວ່າບຸກຄະລາກອນໃນຂະແໜງນີ້ໃນ ສປປ ລາວ ແມ່ນຍັງຂາດເຂີນ ແລະ ພົບວ່າຜູ້ທີ່ຮຽນຈົບໂປຣ       ແກຣມເມີ ແມ່ນມີບໍ່ພຽງພໍ.

ທ່ານ ປະນົມສອນ ຫຼວງສຸວັນນະວົງ ຍັງກ່າວຕື່ມວ່າ: ວິທະຍາໄລ ສອນພິທັກລາວ ນອກຈາກສາຂາວິຊາການພັດທະນາໂປຣແກຣມເມີແລ້ວ ຍັງມີ 2 ສາຂາວິຊາຮຽນ ເຊັ່ນ: ຮຽນສາຂາການເງິນ – ການກວດສອບບັນຊີ ທີ່ເນັ້ນໃສ່ການຄຸ້ມຄອງ – ກວດກາ – ກວດສອບບັນຊີ ເພື່ອສະກັດກັ້ນການສໍ້ລາດບັງຫຼວງຕ່າງໆ ຕາມບັນດາອົງກອນ, ບໍລິສັດ ແລະ ໂຄງການຕ່າງໆທັງພາກລັດ ແລະ ເອກະຊົນ ແລະ ສາຂາວິຊາພາສາອັງກິດທຸລະກິດ.

ນອກນັ້ນ, ວິທະຍາໄລ ສອນພິທັກລາວ ກຳລັງມີແຜນກຽມພັດທະນາຫຼັກສູດສາຂາວິຊາໃໝ່ ເຊັ່ນ: ສາຂາວິຊາການອອກແບບອາ  ຄານ – ຂົວທາງ ເພື່ອຮອງຮັບນັກສຶກສາທີ່ຈະຮຽນສາຍອາຊີບດັ່ງກ່າວທີ່ສາມາດເຊື່ອມກັບຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ.

ສຳລັບພະນັກງານຄູ – ອາຈານທີ່ສິດສອນໃນວິທະຍາໄລ ສອນພິທັກລາວ ແມ່ນມີປະສົບການສູງມາຈາກຫຼາຍສະຖາບັນໃຫຍ່ທີ່ມີຊື່ສຽງຂອງມະຫາວິທະຍາໄລໃນລາວ ແລະ ຕ່າງປະເທດ​ ເຊິ່ງຄ່າຮຽນກໍບໍ່ແພງ ແລະ ໂຮງຮຽນມີອຸປະກອນ ແລະ ສື່ການຮຽນໃຫ້ ເຊັ່ນ: ສາຂາວິຊາການພັດທະນາໂປຣແກຣມເມີ ແມ່ນ 2,6 ລ້ານກີບຕໍ່ປີ ເພາະຕ້ອງໄດ້ຊື້ອຸປະກອນຕ່າງໆທີ່ຈຳເປັນ; ສາຂາວິຊາພາສາອັງກິດທຸລະກິດ ແລະ ການເງິນ – ການກວດສອບບັນຊີ ແມ່ນ 2,4 ລ້ານກີບຕໍ່ປີ.

ວິທະຍາໄລ ສອນພິທັກລາວ ຕັ້ງຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຖະໜົນ    ລາວ – ໄທ ກົງກັນຂ້າມກັບ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ.

( ໂດຍ: ກາວຊົ່ງ; ຮູບ: ວິລະສັກ )