ເມືອງດາກຈຶງ ເກັບລາຍຮັບໄດ້ກວ່າ 82%

196

ໄລຍະ 9 ເດືອນຜ່ານມາ ເມືອງດາກຈຶງ ແຂວງເຊກອງ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 2,5 ຕື້ກວ່າກີບ ເທົ່າກັບ 82,77% ຂອງແຜນການປີ, ພາກສ່ວນກ່ຽວຂ້ອງຢືນຢັນວ່າການຈັດເກັບລາຍຮັບໝົດປີ ຈະບັນລຸຕາມແຜນການທີ່ວາງເອົາໄວ້.

ທ່ານ ດູສິດ ມະນີລາດ ຫົວໜ້າຫ້ອງການການເງິນເມືອງດາກຈຶງ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ການຈັດເກັບລາຍຮັບຂອງເມືອງດາກຈຶງ ໃນໄລຍະ 9 ເດືອນ ຜ່ານມາ ພະນັກງານ – ລັດຖະກອນຂະແໜງການເງິນທົ່ວເມືອງໄດ້ເປັນເຈົ້າການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຈັດເກັບລາຍຮັບແຕ່ຫົວທີ ໂດຍມີການປະສານສົມທົບກັບຫ້ອງການທີ່ກ່ຽວຂ້ອງທີ່ມີຫົວໜ່ວຍດ້ານລາຍຮັບທີ່ຂຶ້ນກັບ ເຊິ່ງເກັບລາຍຮັບທັງໝົດໄດ້ 2,5 ຕື້ກວ່າກີບ. ໃນນັ້ນ, ເປັນລາຍຮັບຈາກອາກອນ 1,9 ຕື້ກີບ ເທົ່າກັບ 81,41% ແລະ ລາຍຮັບຈາກຊັບສິນ 600 ລ້ານກວ່າກີບ ເທົ່າກັບ 87,31% ຂອງແຜນການປີ.

ທ່ານ ດູສິດ ມະນີລາດ ກ່າວຕື່ມວ່າ: ສະພາບໂດຍລວມການຈັດເກັບລາຍຮັບຂອງເມືອງດາກຈຶງ ໃນ 9 ເດືອນຜ່ານມາ ແມ່ນມີ ຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນຖານຂໍ້ມູນດ້ານລາຍຮັບຍັງບໍ່ທັນຊັດເຈນ, ຖານລາຍຮັບທີ່ໝັ້ນຄົງມີໜ້ອຍ, ຄວາມເຂົ້າໃຈຂອງປະຊາຊົນໃນການປະກອບສ່ວນມອບພັນທະອາກອນໃຫ້ລັດຍັງບໍ່ທັນສູງ,  ລາຍຮັບວິຊາການບາງພະແນກການຍັງເຮັດບໍ່ທັນໄດ້ດີ, ຈົດຮັບ – ຈົດຈ່າຍຊັກຊ້າ ແລະ ທີ່ສໍາຄັນແມ່ນການປະຕິບັດກົດໝາຍ, ນິຕິກໍາລຸ່ມກົດໝາຍຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເປັນຕົ້ນການໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດໃນການແຈ້ງມອບຊັກຊ້າ.

ແນວໃດກໍຕາມ, ໃນອີກ 3 ເດືອນທີ່ຍັງເຫຼືອເປັນໄລຍະເວລາທີ່ຕ້ອງເລັ່ງຈັດເກັບລາຍຮັບ ເພື່ອມາບວກໃສ່ຕົວເລກທີ່ເກັບໄດ້ແລ້ວ ໃຫ້ບັນລຸຕາມແຜນໝົດປີຄື 3,71 ຕື້ກີບ, ສະເພາະລາຍຮັບຂອງສ່ວຍສາອາກອນ 2,3 ຕື້ກວ່າກີບ ເຊິ່ງບັນຫານີ້ຈະໄດ້ປະສານສົມທົບກັບບັນດາພາກສ່ວນມີຫົວໜ່ວຍທຸລະກິດຂຶ້ນກັບ ເພື່ອຊຸກຍູ້ໃຫ້ຫົວໜ່ວຍທຸລະກິດໃຫ້ເຂົ້າມາເສຍອາກອນຕາມລະບຽບກົດໝາຍ ແລະ ອື່ນໆ. ດັ່ງນັ້ນ, ຈຶ່ງເຊື່ອວ່າໝົດສົກປີນີ້ຈະໄດ້ຕາມແຜນການທີ່ວາງເອົາໄວ້ຢ່າງແນ່ນອນ, ທ່ານຫົວໜ້າຫ້ອງການການເງິນເມືອງດາກຈຶງ ກ່າວ.

[ ຂ່າວ: ສັນຍາ ]