ເມືອງທັນສະໄໝອາຊຽນຈະເຊື່ອມໂຍງກັນ

133

ລັດຖະບານສິງກະໂປພ້ອມຊຸກຍູ້ໂຄງການເຄືອຂ່າຍເມືອງທັນສະໄໝຫຼືເມືອງອັດສະລິຍະອາຊຽນຫວັງຮອງຮັບກະແສປະຊາກອນໄຫຼເຂົ້າມາເຮັດວຽກໃນເມືອງ.

ເມື່ອບໍ່ດົນມານີ້ໃນກອງປະຊຸມອາຊຽນຄັ້ງທີ32ສິງກະໂປໃນຖານະປະທານອາຊຽນໄດ້ຍົກເອົາປະເດັນເມືອງທັນສະໄໝຂຶ້ນມາກ່າວໂດຍຊີ້ວ່າສໍາລັບເລື່ອງເຄືອຂ່າຍເມືອງທັນສະໄໝເປັນສິ່ງທີ່ສິງກະໂປຫວັງວ່າຈະສໍາເລັດ,ມີຄວາມກ້າວໜ້າ ແລະ ເປັນຮູບປະທໍາພາຍໃນປີນີ້.

 

ປັດຈຸບັນປະຊາກອນອາຊຽນກວ່າເຄິ່ງໜຶ່ງອາໄສຢູ່ໃນເມືອງ ແລະ ພາຍໃນປີ2030ມີການຄາດຄະເນວ່າປະຊາກອນອີກຫຼາຍກວ່າ90ລ້ານຄົນຈະຍ້າຍເຂົ້າມາເພີ່ມໂດຍເມືອງຂະໜາດກາງທີ່ຮອງຮັບປະຊາກອນລະຫວ່າງ200.000-2.000.000ຄົນຈະສົ່ງຜົນຫໃຫ້ເກີດການຂະຫຍາຍຕົວທາງເສດຖະກິດ-ສັງຄົມ.

 

ຢ່າງໃດກໍຕາມດ້ວຍຈໍານວນປະຊາກອນທີ່ເພີ່ມຂຶ້ນຈະສົ່ງຜົນເຮັດໃຫ້ເກີດບັນຫາຕາມມາທັງຄວາມໜາແໜ້ນ,ມົນລະພິດທາງອາກາດ,ຄຸນນະພາບນໍ້າ,ຊ່ອງວ່າງທາງສັງຄົມ ແລະ ການແບ່ງແຍກທາງພູມສາດລະຫວ່າງປະຊາກອນໃນເມືອງ ແລະ ປະຊາກອນໃນເຂດຫ່າງໄກສອກຫຼີກ.