ຕຳຫຼວດຈີນນ້ຳໃຈງາມ ມອບລົດຈັກ 100 ຄັນ ໃຫ້ ປກສ 5 ແຂວງພາກເໜືອ

157

ເພື່ອເປັນການສ້າງສາຍສຳພັນ ແລະ ມິດຕະພາບທີ່ດີລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະກໍ່ແມ່ນການປະກອບສ່ວນຊ່ວຍເຫຼືອ ໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ. ກອງບັນຊາການຕຳຫຼວດກິ່ງແຂວງ 12 ພັນນາ ໄດ້ມອບພາຫານະປະເພດລົດຈັກໃຫ້ ກອງບັນຊາການ ປກສ 5 ແຂວງພາກເໜືອຍີ່ຫໍ້ວູຢາງ ຈຳນວນ 100 ຄັນ ມູນຄ່າ 1 ລ້ານຢວນ.

 width=

ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນທ້າຍເດືອນກັນຍາ ປີ 2019 ຢູ່ດ່ານ ຕມ ສາກົນ ບໍ່ເຕ່ນ ແຂວງຫຼວງນໍ້າທາ ໃຫ້ກຽດກ່າວມອບໂດຍ ທ່ານ ເພີງ ຊຽວຕົງ ຮອງຫົວໜ້າ ກອງບັນຊາການຕຳຫຼວດກິ່ງແຂວງ 12 ພັນນາ ແຂວງ ຢູນນານ ແຫ່ງ ສປ ຈີນ, ກ່າວຮັບໂດຍທ່ານ ພັນໂທ ເຊັງ ມອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແຫ່ງ ສປປ ລາວ ໂດຍຊ້ອງໜ້າພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍລາວ-ຈີນ.

 width=

ໃນພິທີທ່ານ ເພີງ ຊຽວຕົງ ຮອງຫົວໜ້າກອງບັນຊາການຕຳຫຼວດກິ່ງແຂວງ 12 ພັນນາກ່າວວ່າ: ການມອບ-ຮັບລົດຄັ້ງນີ້ ກໍ່ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງເຈົ້າໜ້າທີ່ຕໍາຫຼວດອອກກວດກາລາດຕະເວນ, ທັງເປັນຂອງຂັວນ ມອບໃຫ້ກອງບັນຊາການ ປກສ 5 ແຂວງ ໂດຍມອບໃຫ້ແຂວງລະ 20 ຄັນຄື: ແຂວງຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ຜົ້ງສາລີ.

ໂອກາດນີ້ ພັນໂທ ເຊັງ ມອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຕາງໜ້າໃຫ້ຄະນະກອງບັນຊາການ 5 ແຂວງ ພາກເໜືອ ກ່າວສະແດງຄຳຂອບໃຈຕໍ່ຮອງຫົວໜ້າກອງບັນຊາການຕຳຫຼວດກິ່ງແຂວງ 12 ປັນນາ ພ້ອມດ້ວຍຄະນະ ທີ່ໄດ້ມາມອບພາຫານະໃຫ້ ກອງບັນຊາການທັງ 5 ແຂວງ ພ້ອມທັງໃຫ້ສັນຍາວ່າຈະປົກປັກຮັກສາ ແລະ ນໍາໃຊ້ພາຫະນະຈຳນວນດັ່ງກ່າວໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.

ທີ່ມາ: ຂ່າວສານຫຼວງນໍ້າທາ