ພະຍາດອະຫິວາໝູອາຟຣິກາ ລະບາດຢູ່ເມືອງເງິນ ແຂວງ ໄຊຍະບູລີ

117

ຕາມການລາຍງານຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນວັນທີ 21 ກັນຍາ 2019 ຜ່ານມານີ້ ໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານໂຮມໄຊ ເມືອງເງິນ ວ່າມີໝູຕາຍຈໍານວນ 17 ໂຕ, ວັນຕໍ່ມາມີໝູຕາຍອີກ 23 ໂຕ ລວມໝູຕາຍເອງ 40 ໂຕ.

ຕໍ່ສະພາບດັ່ງກ່າວທີມງານລ້ຽງສັດຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ຫ້ອງການກະສິກໍາ – ປ່າໄມ້ເມືອງ ໄດ້ລົງກວດກາ, ເກັບກໍາຂໍ້ມູນ ແລະ ໄດ້ນໍາເອົາເລືອດຂອງໝູທີ່ຕາຍສົ່ງໄປສູນວິໄຈພະຍາດສັດແຫ່ງຊາດ, ຜົນວິໄຈເຫັນວ່າມີເຊື້ອພະຍາດອະຫິວາໝູອາຟຣິກາ. ດັ່ງນັ້ນ, ວິຊາການທີມງານລ້ຽງສັດຈາກແຂວງ ແລະ ອໍານາດການປົກຄອງເມືອງເງິນ ຈຶ່ງໄດ້ລົງເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວ ພ້ອມທັງສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນໃຫ້ເຂົ້າໃຈຕໍ່ເຫດການດັ່ງກ່າວ ເມື່ອປະຊາຊົນເຂົ້າໃຈແຈ້ງແລ້ວກໍໄດ້ໃຫ້ການຮ່ວມມື ແລະ ພ້ອມກັນທໍາລາຍໝູໃນຂອບເຂດບ້ານດັ່ງກ່າວ ດ້ວຍການຂ້າໝູ ແລະ ຂຸດຂຸມຝັງໝູທັງໝົດ.

ບ້ານໂຮມໄຊ ມີປະຊາຊົນລ້ຽງໝູທັງໝົດ 57 ຄອບຄົວ, ມີໝູທັງໝົດ 197 ໂຕ. ໃນນີ້, ມີໝູຕາຍເອງແຕ່ວັນທີ 21 ກັນຍາ ຫາ 2 ຕຸລາ ຈໍານວນ 40 ໂຕ, ປະຊາຊົນຂ້າຄົວກິນ 3 ໂຕ, ລະ ຫວ່າງວັນທີ 1 – 3 ຕຸລາ ວິຊາການຂ້າທໍາລາຍຖິ້ມ 154 ໂຕ.

ດ້ວຍຄວາມເປັນຫ່ວງເປັນໄຍຂອງອໍານາດການປົກຄອງແຂວງ ໃນວັນທີ 3 ຕຸລາ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະໄດ້ລົງກວດກາເບິ່ງສະຖານທີ່ເກີດພະຍາດ ພ້ອມທັງໃຫ້ກໍາລັງໃຈປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ພະນັກງານວິຊາການທີ່ລົງປະຕິບັດໜ້າທີ່ຕົວຈິງຢູ່ພື້ນທີ່ເກີດພະຍາດ. ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງໃຫ້ຄວາມຮ່ວມມືໃນການທໍາລາຍໝູຖິ້ມ, ບໍ່ໃຫ້ເອົາໝູໄປຊຸກເຊື່ອງ, ບໍ່ໃຫ້ມີແນວຄິດປໍລະປັກ ຫຼື ຄຽດໃຫ້ກັບພະນັກງານທີ່ປະຕິບັດໜ້າທີ່ດັ່ງກ່າວ. ທັງນີ້, ກໍເພື່ອກໍາຈັດພະຍາດນີ້ໃຫ້ໝົດໄປ, ບໍ່ໃຫ້ມີການແຜ່ລາມໄປສູ່ເຂດອື່ນ ແລະ ຫ້າມປະຊາຊົນລ້ຽງໝູໃນໄລຍະທີ່ມີພະຍາດລະບາດ, ຮຽກຮ້ອງມາຍັງພະນັກງານທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ຈົ່ງສືບຕໍ່ສຶກສາອົບຮົມປະຊາຊົນໃຫ້ມີຄວາມອຸ່ນອຽນທຸ່ນທ່ຽນຕໍ່ເຫດການທີ່ເກີດຂຶ້ນ, ສືບຕໍ່ນໍາພາປະຊາຊົນພາຍໃນບ້ານເຮັດອະນາໄມ ແລະ ຂ້າເຊື້ອຕາມຄອກສັດ ດ້ວຍການພົ່ນຢາຂ້າເຊື້ອ, ໂຮຍປູນຂາວໃຫ້ທົ່ວເຖິງບໍລິເວນການລະບາດຂອງພະຍາດ, ສືບຕໍ່ເຝົ້າລະວັງ ແລະ ອອກແຈ້ງການໃຫ້ບ້ານດັ່ງກ່າວເປັນເຂດສີແດງ, ເຝົ້າລະວັງເຂດເຫຼືອງມົນທົນ 3 ກິໂລແມັດ ແລະ ບ້ານທົ່ວໄປຢ່າງໃກ້ຊິດ.

( ໂດຍ: ອຸ່ນເຮືອນ ໂພທິລັກ )