ທັບນັກມວຍສາກົນລາວ ເດີີນທາງໄປເກັບຕົວທີ່ປະເທດໄທ 20 ມື້ ກ່ອນລຸຍລາຍການທີ່ ສປ ຈີນ

58

ທັບນັກກີລາມວຍສາກົນລາວ ເດີນທາງໄປເກັບຕົວທີ່ສູນຝຶກກີລາແຫ່ງຊາດຂອງປະເທດໄທ ທີ່ອໍາເພີໝວກເຫຼັກ ຈັງຫວັດສະຣະບຸລີ ເມື່ອວັນທີ 1 ຕຸລາ 2019 ເຊິ່ງຈະໃຊ້ເວລາເກັບຕົວ 20 ມື້ ກ່ອນກຽມພ້ອມໄປແຂ່ງຂັນລາຍການທີ່ ສປ ຈີນ ທີ່ຈະເປີດສາກຂຶ້ນໃນວັນທີ 23 ຕຸລາ 2019.

ທ່ານ ອຸດອນ ຂັນໄຊ ຄູຝຶກນັກກີລາມວຍສາກົນທີມຊາດລາວ ເປີດເຜີຍກ່ອນອອກເດີນທາງໄປປະເທດໄທ ໃນວັນທີ 1 ຕຸລາ 2019 ວ່າ: ນັກກີລາເດີນທາງໄປເກັບຕົວທີ່ປະເທດໄທ ຊຸດນີ້ປະກອບມີ 8 ຄົນ. ໃນນັ້ນ, ເປັນຍິງ 2 ຄົນ ໂດຍຈະໃຊ້ເວລາເກັບຕົວ 20 ວັນ ລະຫວ່າງວັນທີ   1 – 20 ຕຸລາ 2019 ເພື່ອກຽມພ້ອມໄປແຂ່ງຂັນລາຍການລະດັບອາຊີທີ່ ສປ ຈີນ ໃນວັນທີ 23 ຕຸລາ 2019 ເຊິ່ງພວກເຮົາສົ່ງເຂົ້າຮ່ວມ 2 ຮຸ່ນ ຄື: ຮຸ່ນ 49 ກິໂລກຣາມ ທ້າວ   ຄໍາພູວັນ ຄໍາສະທອນ ແລະ ຮຸ່ນ 60 ກິໂລກຣາມ ທ້າວ ສີແພ ມະນີຈັນ, ສ່ວນນັກກີລາຄົນອື່ນໆແມ່ນເກັບຕົວທີ່ປະເທດໄທ ເພື່ອກຽມພ້ອມໃສ່ຊີເກມ 2019 ຕໍ່ໄປ.

ຂະນະທີ່ ທ້າວ ຄໍາພູວັນ ຄໍາສະທອນ ນັກມວຍຄວາມຫວັງຂອງ ສປປ ລາວ ກ່າວວ່າ: ສໍາລັບນ້ອງເອງໄດ້ເລີ່ມເຂົ້າສູນຝຶກຊ້ອມທີມຊາດທີ່ສູນຝຶກສີເກີດ ຕັ້ງແຕ່ວັນທີ 2 ກັນຍາ 2019 ໂດຍຝຶກຊ້ອມຕັ້ງແຕ່ວັນຈັນ – ວັນເສົາ ໃນຕອນແລງ ແລະ ນ້ອງມີນັດໄປແຂ່ງຂັນທົດສອບໃນລາຍການທີ່ ສປ ຈີນ ໃນວັນທີ 23 ຕຸລາ 2019 ກ່ອນລຸຍຊີເກມ ຫຼັງມີຊື່ໄປຮ່ວມແຂ່ງຂັນເປັນທີ່ຮຽບຮ້ອຍ ໂດຍນ້ອງຈະລົງແຂ່ງຂັນຮຸ່ນ 49 ກິໂລກຣາມ ” .

( ຄໍາສອນ )