ສິ່ງທີ່ແມ່ຄວນຮູ້ເມື່ອຕ້ອງປ້ອນຢາລູກນ້ອຍ

96

ຖ້າສົງໄສວ່າເມື່ອລູກນ້ອຍບໍ່ສະບາຍຄວນປ້ອນຢາລູກນ້ອຍໃນປະລິມານເທົ່າໃດ ແລະ ຄວນໃຊ້ຢາປະເພດໃດ ມື້ນີ້ເຮົາມີຫຼັກການເລືອກຕາມຄວາມເຂັ້ມຂຸ້ນຂອງຢາໃຫ້ເໝາະກັບນ້ຳໜັກຂອງລູກມາບອກ​ ເຊິ່ງມີຂໍ້ແນະນຳວ່າປະລິມານການໃຊ້ຢາຂອງລູກນ້ອຍຈະໃຊ້ນ້ຳໜັກຂອງລູກເປັນເກນຫຼັກ ຄື: 10 – 15 ມິນລີ ກຣາມຕໍ່ກິໂລກຣາມ.

ອາຍຸບໍ່ຮອດ 1 ປີ ( ເດັກອ່ອນນໍ້າໜັກຕົວບໍ່ເຖິງ 10 ກິໂລກຣາມ ) ແບບຢອດໂຕຢາບໍ່ເກີນ 80 ມິນລີກຣາມ ຫຼື 0.8 ມິນລີລິດ.

ອາຍຸນ້ອຍ 1 – 2 ປີ ( ນໍ້າໜັກຕົວ 12 – 15 ກິໂລກຣາມ ) ແບບຢານ້ຳເຊື່ອມໂຕຢາ 120 – 125 ມິນລີກຣາມ.

ອາຍຸປະມານ 3 – 7 ປີ ( ນໍ້າໜັກຕົວ 16 – 24 ກິໂລກຣາມ ) ແບບຢານ້ຳເຊື່ອມໂຕຢາ 160 ມິນລີກຣາມ.

ຢາມີຫຼາກຫຼາຍຍີ່ຫໍ້ເຊິ່ງອາດມີຄວາມເຂັ້ມຂຸ້ນຂອງໂຕຢາທີ່ແຕກຕ່າງກັນເພື່ອຄວາມປອດໄພຂອງລູກນ້ອຍ ຖ້າລູກມີອາການບໍ່ສະບາຍແມ່ຄວນປຶກສາແພດທຸກເທື່ອ ແລະ ໃຫ້ລູກກິນຕາມປະລິມານທີ່ແພດກຳນົດ.

( ຂໍ້ມູນຈາກ: www.face book.com/HiQLaos )

( ຮຽບຮຽງ: ນຸ້ມນິ້ມ )