ນັກທຸລະກິດຈີນ ຮ່ວມສົ່ງເສີມການສຶກສາລາວ

108

ເພື່ອເປັນການສ້າງໂອກາດໃຫ້ລູກຫຼານນັກຮຽນໃນຄອບຄົວທຸກຍາກ, ເດັກກໍາພ້າ, ກໍາພອຍ ແລະ ຜູ້ດ້ອຍໂອກາດໃນການສຶກສາ ໂດຍສະເພາະແມ່ນເຂດຊົນນະບົດ, ພູດອຍ ແລະ ເຂດຫ່າງໄກສອກຫຼີກ ພາຍໃນແຂວງອຸດົມໄຊ ໄດ້ມີໂອກາດໄດ້ເຂົ້າຮໍ່າຮຽນເປັນປົກກະຕິ, ສົ່ງເສີມໃຫ້ເຂົາເຈົ້າມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ ແລະ ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ ກໍ່ຄືອະນາຄົດທີ່ດີຂອງຊາດ. ນັກທຸລະກິດຈີນ ໄດ້ມອບທຶນການສຶກສາໃຫ້ຈໍານວນ 20 ທຶນ ເພື່ອໃຫ້ເຂົ້າຮຽນຈົນຈົບຊັ້ນມັດທະຍົມປາຍ.

 

ในภาพอาจจะมี 2 คน, ผู้คนกำลังนั่ง และสถานที่ในร่ม

ເພື່ອປະຕິດຕາມທິດຊີ້ນຳຂອງທ່ານ ເຈົ້າແຂວງ-ແຂວງອຸດົມໄຊ ວ່າດ້ວຍການຮັບເອົານັກຮຽນທີ່ທຸກຍາກ ມາສຶກສາຢູ່ໂຮງຮຽນມິດຕະພາບ ແຂວງອຸດົມໄຊ. ດັ່ງນັ້ນ, ພະແນກສຶກສາທິການ ແລະ ກິລາແຂວງ ເປັນຜູ້ມອບໝາຍໃຫ້ແຕ່ລະເມືອງ ດໍາເນີນການຄັດເລືອກເອົານັກຮຽນ ໂດຍແມ່ນ ເຈົ້າເມືອງ ເປັນຜູ້ແຕ່ງຕັ້ງຄະນະກຳມະການຄັດເລືອກນັກຮຽນ ເຊິ່ງປະກອບມີ: ຄະນະປະຈໍາພັກເມືອງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ, ຫົວໜ້າຫ້ອງການພາຍໃນເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ຫົວໜ້າໜ່ວຍງານສຶກສາກ່ອນໄວຮຽນ.

 

ในภาพอาจจะมี 5 คน, คนที่ยิ้ม, ผู้คนกำลังยืน

ມາໃນວັນທີ 25 ກັນຍາ 2019 ທີ່ໂຮງຮຽນມິດຕະພາບ ແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບ ທຶນການສຶກສາ ລະຫ່ວາງ ທ່ານ ຈ່າງ ທິງຈ່ຽງ (ຜູ້ໃຫ້ທຶນ) ກັບ ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ແລະ ນໍາສົ່ງນ້ອງນັກຮຽນຈຳນວນ 20 ຄົນ ໃຫ້ໂຮງຮຽນມິດຕະພາບ, ເປັນກຽດເຂົ້າຮ່ວມພິທີ ໂດຍ ທ່ານ ຄໍາພັນ ເຜີຍຍະວົງ, ເຈົ້າແຂວງໆອຸດົມໄຊ. ທ່ານ ຈ່າງ ທິງຈ່ຽງ ຜູ້ອຳນວຍການ ບໍລິສັດ ຊ່ວງໄຊການຄ້າ ຂາເຂົ້າ-ຂາອອກ ຈໍາກັດ, ທັງເປັນປະທານຜູ້ລົງທຶນໂຮງຮຽນມິດຕະພາບ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ພ້ອມດ້ວຍນ້ອງໆທີ່ໄດ້ຮັບທຶນການສຶກສາເຂົ້າຮ່ວມ.

ในภาพอาจจะมี 8 คน, ผู้คนกำลังยืน และสถานที่ในร่ม

ພາຍຫຼັງປິດສົກຮຽນພະແນກສຶກສາທິການ ແລະ ກິລາແຂວງເປັນຜູ້ສົມທົບກັບ ໂຮງຮຽນມິດຕະພາບ ດໍາເນີນການປະເມີນນັກຮຽນແຕ່ລະຄົນທີ່ໄດ້ຮັບທຶນ, ຖ້າຫາກນັກຮຽນຜູ້ໃດທີ່ມີຄວາມຕັັ້ງໃຈຮຽນ, ມີຄຸນສົມບັດ, ປະກອບສ່ວນວຽກງານຕ່າງໆຂອງໂຮງຮຽນໄດ້ດີ ຈະໄດ້ຮັບທຶນການສຶກສາໃນປີຕໍ່ໄປ ຈົນກ່ວາຈະຮຽນຈົບຊັ້ນມໍປາຍ, ແຕ່ຖ້ານັກຮຽນຜູ້ໃດ ຫາກບໍ່ເອົາໃຈໃສ່ການສຶກສາຮໍ່າຮຽນ, ຝ່າຝືນກົດລະບຽບຂອງໂຮງຮຽນ ຫຼື ຜິດລະບຽບກົດໝາຍຈະຖືກຕັດທຶນການສຶກສາ ແລະ ສົ່ງຄືນຜູ້ປົກຄອງ, ພ້ອມນັ້ນ ກໍ່ຈະໄດ້ຄົ້ນຄ້ວາເອົາທຶນດັ່ງກ່າວໃຫ້ນັກຮຽນຜູ້ອື່ນໆ.

 

ທີ່ມາ: ສະຖານີວິທະຍຸ ໂທລະພາບ ແຂວງ ອຸດົມໄຊ