ມີເງິນພຽງ 5 ລ້ານກີບ ກໍສາມາດເຮັດທຸລະກິດໄດ້ ໂດຍບໍ່ຕ້ອງມີໜ້າຮ້ານ

130

ການເຮັດທຸລະກິດໃນປັດຈຸບັນ ຖືວ່ານັບມື້ແຂ່ງຂັນກັນສູງໃນແຕ່ລະຂະແໜງການ ໂດຍສະເພາະແມ່ນທຸລະກິດການຊື້ – ຂາຍອອນລາຍທີ່ກໍາລັງມາແຮງໃນຍຸກອຸດສາຫະກຳ 4.0 ຖ້າຫາກໃຜຈັບກະແສທັນກໍຈະມີໂອກາດຂາຍສິນຄ້າໄດ້ດີ ຫຼື ລໍ້າລວຍກ່ອນໝູ່ ແຕ່ກໍຢ່າລືມວ່າຕ້ອງເປັນສິນຄ້າດີ – ມີຄຸນນະພາບແທ້ໆ ຫາກເອົາສິນຄ້າຮຽນແບບມາຂາຍກໍອາດຈະຖືກຂໍ້ຫາລະເມີດລິຂະສິດ, ຊັບສິນທາງປັນຍາ ຫຼື ຖືກຮ້ອງຟ້ອງ ແລະ ອື່ນໆ ເພາະສື່ອອນລາຍມັນເຊື່ອມໂຍງກັນທຸກປະເທດໃນໂລກ.

ສໍາລັບມື້ນີ້ຈະນໍາສະເໜີກ່ຽວກັບການເຮັດທຸລະກິດດ້ານການພິມ ໂດຍໃຊ້ເງິນພຽງແຕ່ 5 ລ້ານກີບ ກໍສາມາດສ້າງກໍາໄລຢ່າງຫຼວງຫຼາຍ ໂດຍບໍ່ຕ້ອງເຊົ່າຮ້ານ ຫຼື ລົງທຶນເປີດຮ້ານແຕ່ຢ່າງໃດ.

ທ່ານ ນາງ ອາລຸນນີວັນ ສຸລິໂຍສັກ ເຈົ້າຂອງຮ້ານ ທີທີ ໂມບາຍ ທັງເປັນຕົວແທນຈຳໜ່າຍເຄື່ອງພິມໃຫ້ກັບບໍລິສັດ ໄອເດຍທູຄລິກ ຈາກປະເທດໄທແຕ່ພຽງຜູ້ດຽວໃນລາວ ມາເປັນເວລາ 6 ປີແລ້ວ ພາຍໃຕ້ຊື່ທຸລະກິດ “ ທີທີໄອເດຍທູຄລິກລາວ ” ໄດ້ອະທິບາຍສູ່ຟັງວ່າ: ເຄື່ອງພິມໄອເດຍທູຄລິກ ເປັນເຄື່ອງພິມຂະໜາດນ້ອຍ ສາມາດພິມໄດ້ທັງໝົດ 2 ພັນລາຍການ ນັບແຕ່ເຄດມືຖື, ພິມເສື້ອ, ພິມຈອກ, ພິມໝວກ, ໝອນ, ໂມງ, ພວງກຸນແຈ, ຖົງຜ້າ, ຄັນຮົ່ມ, ແກ້ວ          ຄິສຕັນ, USB, ຖົງພລາສຕິກ, ປາກກາ ແລະ ອື່ນໆ ໂດຍໃຊ້ເງິນລົງທຶນຊື້ພຽງແຕ່ 5 ລ້ານກີບ ກໍສາມາດເປັນເຈົ້າຂອງທຸລະກິດໄດ້ເລີຍ ເຊິ່ງເຄື່ອງພິມປະກອບມີ: ປຣີນເຕີ, ນໍ້າມຶກຂອງແທ້ຈາກໂຮງງານ ແລະ ມີການຝຶກອົບຮົມໃຫ້ຈົນເຮັດເປັນ. ຫຼັງຈາກນັ້ນ, ກໍໂພສ໌ຂາຍທາງອອນລາຍໂດຍບໍ່ຈໍາເປັນຕ້ອງມີໜ້າຮ້ານ ຫຼື ລົງທຶນເປີດຮ້ານແຕ່ຢ່າງໃດ?, ພຽງແຕ່ມີໂນ໊ດບຸ໊ກເພື່ອອອກແບບໃຫ້ສວຍງາມ, ໂທລະສັບມືຖືທີ່ເຊື່ອມຕໍ່ກັບອິນເຕີເນັດ ພຽງເທົ່ານີ້ເຮົາກໍຂາຍໄດ້; ກໍລະນີລູກຄ້າສັ່ງຊື້ສິນຄ້າເຮົາກໍສາມາດຂີ່ລົດໄປສົ່ງ ແຕ່ຖ້າຫາກຢູ່ຕ່າງເມືອງ ຫຼື ຕ່າງແຂວງ ກໍໃຊ້ບໍລິການຂອງບໍລິສັດຂົນສົ່ງດ່ວນທີ່ມີຢູ່ໃນປັດຈຸບັນ.

ຍົກຕົວຢ່າງ ທ່ານຊື້ເສື້ອຈາກຮ້ານເຮົາ ( ລາຄາສົ່ງ ) ພຽງແຕ່ 15 ພັນກີບ ແລ້ວໄປສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເສື້ອນັ້ນໆ ເພື່ອໂພສ໌ຂາຍອອນລາຍປະມານ 35 ພັນກີບຕໍ່ຜືນ ພຽງເທົ່ານັ້ນກໍສາມາດສ້າງກໍາໄລແບບສະບາຍ ວຽກແນວນີ້ເໝາະກັບຜູ້ທີ່ມັກໃນງານສິລະປະ, ຢາກໃຊ້ເວລາວ່າງໃຫ້ເປັນປະໂຫຍດເພື່ອຫາລາຍໄດ້ ຫຼື ໄວໜຸ່ມທີ່ຢາກມີລາຍໄດ້ເສີມ ແຕ່ບໍ່ຮູ້ຈະເຮັດຫຍັງກໍລອງຊື້ເຄື່ອງພິມນີ້ໄປເຮັດ ຂໍແຕ່ເຮົາມີໄອເດຍທີ່ແຕກຕ່າງຈາກຄົນອື່ນ, ສິ່ງສໍາຄັນຂອງງານພິມ ແມ່ນເລື່ອງໄອເດຍ ຖ້າເຮົາບໍ່ມີແນວຄວາມຄິດທີ່ແຕກຕ່າງແລ້ວຈະບໍ່ສາມາດຂາຍໄດ້ ເພາະໄອເດຍໃນການອອກແບບຈະເປັນຕົວຕັດສິນລູກຄ້າທີ່ຈະຊື້ຂອງເຮົາ ຫຼື ໂພສ໌ຂາຍແນວໃດ ເພື່ອໃຫ້ໄປເຖິງກຸ່ມລູກຄ້າເປົ້າໝາຍ? ເຊິ່ງທາງຮ້ານເຮົາຈະສອນໃຫ້ຟຣີໃນມື້ດຽວ. ຈາກນັ້ນ, ຜູ້ກ່ຽວກໍນໍາໄປພັດທະນາຕໍ່ຍອດດ້ວຍຕົນເອງ.

ທ່ານ ນາງ ອາລຸນນີວັນ ກ່າວຕື່ມວ່າ: ໃນໄລຍະຜ່ານມາເຫັນວ່າຜູ້ທີ່ຊື້ເຄື່ອງພິມຈາກຮ້ານເຮົາໄປ ເຂົາເຈົ້າກໍໄດ້ຂາຍດີ ສັງເກດເຫັນໄດ້ຈາກການສັ່ງຊື້ເສື້ອ ແລະ ວັດສະດຸປະເພດຕ່າງໆ ເປັນຕົ້ນແມ່ນ: ນັບແຕ່ເຄດມື    ຖື, ເສື້ອ, ຈອກ, ໝວກ, ໝອນ, ໂມງ, ພວງກຸນແຈ, ຖົງຜ້າ, ຄັນຮົ່ມ, ແກ້ວຄິສຕັນ, USB, ຖົງ   ພລາສຕິກ, ປາກກາ ແລະ ອື່ນໆ ເພາະເຄື່ອງພິມສາມາດພິມເຄື່ອງໄດ້ປະມານ 2 ພັນລາຍການ.

ສໍາລັບລູກຄ້າຕ່າງແຂວງກໍຈະມີຢູ່ຈໍາປາສັກ, ອັດຕະປື, ສະຫວັນນະເຂດ, ຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ ແລະ ເກືອບທຸກແຂວງທີ່ຊື້ເຄື່ອງນໍາພວກເຮົາ ເຊິ່ງພາຍຫຼັງຊື້ເຄື່ອງພິມໄປແລ້ວເພິ່ນກໍຈະສັ່ງຊື້ເສື້ອນໍາເຮົາທີ່ຫຍິບເອງ ເພື່ອເອົາໄປພິມໃສ່ໂລໂກ້ຂອງບໍລິສັດ, ສ່ວນປະເພດຈອກ ແລະ ອື່ນໆ ກໍໄດ້ຊື້ນໍາຮ້ານເຮົາເຊັ່ນກັນ ເພາະຄຸນນະພາບຂອງໂຮງງານກັບເຄື່ອງທາງນອກແມ່ນແຕກຕ່າງກັນ ຫາກໃຜສົນໃຈກໍສາມາດຕິດຕໍ່ໄດ້ທີ່ຮ້ານ ທີທີ ໂມບາຍ ຕັ້ງຢູ່ຖະໜົນ T2 ບ້ານດົງໝ້ຽງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

[ ໂດຍ: ສົມສະຫວິນ ]