ລັດຖະບານຈີນ ຈັດພີທີເປີດສະໜາມບິນໃໝ່ ແຫ່ງທີ 2 ຂອງປັກກິ່ງ ຢ່າງເປັນທາງການ

77

ລັດຖະບານຈີນ ຈັດພິທີເປີດສະໜາມບິນສາກົນປັກກິ່ງ ຕ້າຊິງ ຂອງນະຄອນຫຼວງປັກກິ່ງ ຢ່າງເປັນທາງການ ເມື່ອວັນພຸດ ກ່ອນການສະເຫຼີມສະຫຼອງ ວັນຄົບຮອບ 70 ປີ ແຫ່ງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ 1 ຕຸລາ ນີ້.

ສຳນັກຂ່າວເອພີ ແລະ ຣອຍເຕີ ລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພຸດ ທີ 25 ກັນຍາ ວ່າ ປະທານປະເທດສີ ຈິ້ນຜິງ ເປັນປະທານພິທີເປີດສະໜາມບິນສາກົນຕ້າຊິງ ໃນນະຄອນຫຼວງປັກກິ່ງຢ່າງເປັນທາງການ ເມື່ອວັນພຸດ ຜ່ານມາ ໂດຍສາຍການບິນຖ້ຽວປະຖົມມະລືກ ເປັນຍົນແອຣ໌ບັສ ເອ380 ຊຸບເປີຈຳໂບ້ ຂອງສາຍການບິນໄຊນາ ເຊົາເທິນ ແອຣ໌ໄລນ໌ ອອກເດີນທາງໄປເມືອງກວາງໂຈ ມົນທົນກວາງຕຸ້ງ ທາງພາກໃຕ້ ຂອງປະເທດ ເມື່ອຕອນບ່າຍ ຕໍ່ຈາກນັ້ນ ອີກ 6 ຖ້ຽວບິນ ຈາກສາຍການບິນຕ່າງໆຂອງຈີນ ອອກເດີນທາງໄປນະຄອນຊຽງໄຮ້ ແລະ ເມືອງອື່ນໆຂອງປະເທດ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ທ່ານສີ ຈິ້ນຜິງ ກ່າວໄລຍະໜຶ່ງໃນພິທີເປີດ ເຖິງ ສະໜາມບິນສາກົນແຫ່ງໃໝ່ນີ້ ວ່າ ເປັນ “ທ່າແຮງອັນສຳຄັນໃນດ້ານເສດຖະກິດແຫ່ງໃໝ່ ຂອງການພັດທະນາປະເທດ”.
ສະໜາມບິນສາກົນຕ້າຊິງ ມີເນື້ອທີ່ 7ແສນ ຕາຕາງແມັດ ໃຊ້ເວລາໃນການກໍ່ສ້າງບໍ່ຮອດ 5 ປີ ດ້ວຍງົບປະມານ 1,20 ແສນຕື້ຢວນ (ປະມານ 1,48 ແສນຕື້ກີບ) ແຕ່ຖ້າລວມງົບທີ່ກໍ່ສ້າງທາງລົດໄຟ ແລະ ຖະໜົນເຊື່ອມຕໍ່ເຂົ້າຕົວເມືອງແລ້ວ ລວມມູນຄ່າທັງໝົດ 4 ແສນຕື້ຢວນ (ປະມານ 4,96 ແສນຕື້ກີບ) ໂດຍຢູ່ກ້ອງອາຄານສະໜາມບິນມີສະຖານີລົດໄຟເທິງພື້ນ ແລະ ໃຕ້ດິນ ເຊື່ອມຕໍ່ເຂົ້າສູ່ນະຄອນຫຼວງປັກກິ່ງ ເຊິ່ງຜູ້ໂດຍສານໃຊ້ເວລາເດີນທາງປະມານ 20 ນາທີ.

ในภาพอาจจะมี 1 คน, กำลังยิ้ม, ข้อความ

ในภาพอาจจะมี กลางคืน

ອາຄານຂອງສະໜາມບິນຕ້າຊິງ ຖືກອອກແບບໂດຍ ສະຖາປະນິກ ເຊື້ອສາຍອັງກິດ-ອີຣັກ ທີ່ມີຊື່ສຽງ ທ່ານນາງຊາຮາ ຮາດິດ (Zaha Hadid) ສ່ວນໃນດ້ານການບໍລິການຂອງໄລຍະທຳອິດ ສະໜາມບິນຈະເປີດໃຊ້ຣັນເວ 4 ເສັ້ນທາງ ເພື່ອແນໃສ່ການຮອງຮັບຜູ້ໂດຍສານ 72 ລ້ານຄົນຕໍ່ປີ ພາຍໃນປີ 2025 ແລະ ຈະຂະຫຍາຍອອກເປັນ 8 ຣັນເວ ເພື່ອຮອງຮັບຜູ້ໂດຍສານ ປະມານ 100 ລ້ານຄົນຕໍ່ປີ ພາຍໃນປີ 2037.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

ในภาพอาจจะมี ผู้คนกำลังยืน

ຜູ້ຊ່ຽວຊານຄາດຄະເນວ່າ ຈີນຈະແຊງໜ້າສະຫະລັດ ກາຍເປັນຕະຫຼາດການບິນໂດຍສານຂະໜາດໃຫຍ່ທີ່ສຸດໃນໂລກ ພາຍໃນປີ 2022 ສະໜາມບິນສາກົນຕ້າຊິງ ຈະຊ່ວຍຫຼຸດຜ່ອນຄວາມແອອັດຂອງສະໜາມບິນສາກົນປັກກິ່ງ ເຊິ່ງຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງນະຄອນຫຼວງ. ນອກຈາກນັ້ນ, ຍັງອຳນວຍຄວາມສະດວກສະບາຍໃຫ້ແກ່ປະຊາຊົນໃນເຂດມົນທົນເຫີເປີ່ຍ ແລະ ນະຄອນທຽນສິນ ທີ່ຕັ້ງຢູ່ໃກ້ຄຽງ ໃນການເດີນທາງດ້ວຍເສັ້ນທາງລົດໄຟໂດຍສານເທິງພື້ນ, ລົດໄຟໃຕ້ດິນ ແລະ ລົດໂດຍສານສາທາລະນະ.

ในภาพอาจจะมี สถานที่ในร่ม

ไม่มีคำอธิบายรูปภาพ

ในภาพอาจจะมี สถานที่กลางแจ้ง