ປີ2100ລະດັບນໍ້າທະເລຈະສູງກວ່າປັດຈຸບັນ100ເທົ່າ

126

ມີການຄາດຄະເນວ່າ:ລະດັບນໍ້າທະເລໃນສະຕະວັດຫຼັງຈາກປີ2100ຍິ່ງຈະຮ້າຍແຮງຂຶ້ນໄປອີກໂດຍຄາດຄະເນວ່າລະດັບນໍ້າທະເລຈະສູງກວ່າປັດຈຸບັນ100ເທົ່າ.

ທ່ານ ເຈນ ລູບເຊນໂຄ ອະດີດຜູ້ອໍານວຍການອົງການບໍລິຫານສະໝຸດສາດ ແລະ ບັນຍາກາດແຫ່ງຊາດອາເມຣິກາ ແລະ ປະທານຮ່ວມຄະນະກໍາມະການລະດັບສູງເພື່ອເສດຖະກິດທາງທະເລກ່າວວ່າ:ຜົນກະທົບຈາກລະດັບນໍ້າທະເລທີ່ສູງຂຶ້ນເປັນຜົນມາຈາກການທີ່ອຸນຫະພູມໂລກສູງຂຶ້ນ.

ໃນກໍລະນີີທີ່ລະດັບນໍ້າທະເລສູງຂຶ້ນຫຼາຍຄື້ນພາຍຸຊັດຝັ່ງທີ່ເກີດຈາກພາຍຸໄຊໂຄລນເຊິ່ງເກີດຂຶ້ນບໍ່ເລື້ອຍໆໃນປະຫວັດສາດຢ່າງໃນໄລຍະ100ປີທີ່ຜ່ານມາຈະກາຍເປັນເຫດການທີ່ເກີດຂຶ້ນເປັນປົກກະຕິໃນປີ2100.

ນອກຈາກນີ້,ຜົນການສຶກສາຄວາມເປັນກົດຂອງນໍ້າທະເລສະແດງໃຫ້ເຫັນວ່າການປ່ຽນແປງຂອງອາກາດກໍາລັງເຮັດໃຫ້ຄວາມເປັນກົດປ່ຽນໄປເຊິ່ງນັ້ນໝາຍເຖິງແລວປາກາລັງ ແລະ ຈໍານວນປາເຊິ່ງອາດຈະຫຼຸດຈໍານວນລົງຫຼາຍ.