ຍອດບໍລິຈາກຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ໄດ້ 12 ຕື້ກວ່າກີບ

90

ລວມຍອດບໍລິຈາກຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ມາແຕ່ວັນທີ 7 – 19 ກັນຍາ 2019 ມີ 41 ພາກສ່ວນ. ໃນນັ້ນ, ມອບຜ່ານກະຊວງ ຮສສ 37 ພາກສ່ວນ ເປັນເງິນ 8,27 ຕື້ກີບ, 125 ບາດ, 2,32 ແສນໂດລາສະຫະລັດ; ອີກ 4 ພາກສ່ວນທີ່ມອບຜ່ານ ຫສນຍ ເປັນເງິນທັງໝົດ 4 ຕື້ກີບ, 1,80 ແສນໂດລາສະຫະລັດ.

ສ່ວນບັນດາບໍລິສັດທີ່ຍົກປ້າຍມອບເງິນບໍລິຈາກ ( ມອບຜ່ານ ຫສນຍ ) ແຕ່ຍັງບໍ່ໄດ້ຮັບເງິນຈຳນວນ 4 ພາກສ່ວນ ເປັນເງິນທັງໝົດ 4 ຕື້ກີບ ແລະ 1,80 ແສນໂດລາ.

ຫຼ້າສຸດ, ໃນວັນທີ 23 ກັນຍາ 2019 ແຂວງຜົ້ງສາລີ ໄດ້ນຳເງິນສົດມູນຄ່າ 1 ຮ້ອຍລ້ານກີບ ມາມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ເພື່ອໃຫ້ກະຊວງນຳໄປຈັດຕັ້ງປະຕິບັດໃນວຽກແກ້ໄຂໄພນ້ຳຖ້ວມໃນ 6 ແຂວງພາກກາງ ແລະ ພາກໃຕ້ ໂດຍຕາງໜ້າແຂວງມອບແມ່ນ ທ່ານ ຄໍາເຈນ ວົງໂພສີ ເຈົ້າແຂວງຜົ້ງສາລີ ແລະ ຕາງໜ້າກະຊວງຮັບແມ່ນ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງ ຮສສ ທັງເປັນຮອງປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ. ພ້ອມນັ້ນ, ຍັງມີໜ່ວຍງານທີ່ກ່ຽວຂ້ອງຂອງກະຊວງເຂົ້າຮ່ວມ.

ທ່ານ ຄໍາເຈນ ວົງໂພສີ ກ່າວວ່າ: ສຳລັບເງິນຈຳນວນ 1 ຮ້ອຍລ້ານກີບ ທີ່ນຳມາມອບເທື່ອນີ້ແມ່ນໄດ້ຈາກການລະດົມຂອງທຸກພາກສ່ວນນັບທັງພາກລັດ, ພາກເອກະຊົນ ແລະ ຕະຫຼອດຮອດປະຊາຊົນພາຍໃນແຂວງ, ປະກອບສ່ວນຊ່ວຍເຫຼືອຟື້ນຟູຜູ້ປະສົບໄພຢູ່ 6 ແຂວງພາກກາງ ແລະ ພາກໃຕ້ ເພື່ອເຮັດໃຫ້ຜູ້ປະສົບໄພເຫຼົ່ານັ້ນມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ໄດ້ຮັບການແກ້ໄຂໂດຍໄວ ເພື່ອທີ່ພວກເຂົາເຫຼົ່ານັ້ນຈະສາມາດກັບມາໃຊ້ຊີວິດໄດ້ຢ່າງເປັນປົກກະຕິ.

ທ່ານ ນາງ ໃບຄຳ ຂັດທິຍະ ກ່າວວ່າ: ພາຍຫຼັງທີ່ເກີດເຫດ ກະຊວງ ຮສສ ໄດ້ຮັບມອບໝາຍຈາກລັດຖະບານ ເຊິ່ງກໍໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງກະຊວງເລີ່ມແຕ່ມື້ເກີດໄພພິບັດມາ ຮອດປັດຈຸບັນແມ່ນຍັງສືບຕໍ່ຂົນສົ່ງເຄື່ອງພ້ອມທັງສະໜອງງົບປະມານທີ່ຈຳເປັນໃຫ້ກັບບັນດາ 6 ແຂວງ ເປັນຕົ້ນ: ເງິນສົດ, ເຄື່ອງອຸປະໂພກ – ບໍລິໂພກ ເພື່ອສົ່ງໃຫ້ກັບແຂວງທີ່ຍັງຈຳເປັນຮີບດ່ວນ. ດັ່ງນັ້ນ, ການປະກອບສ່ວນຂອງແຂວງຜົ້ງສາລີ ເທື່ອນີ້ແມ່ນຈະໄດ້ນຳໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມດັ່ງກ່າວນັ້ນໃຫ້ເກີດປະໂຫຍດສູງສຸດ. ຢ່າງໃດກໍດີ, ໄລຍະນີ້ຍັງຈັດຢູ່ໃນໄລຍະຂອງການບັນເທົາທຸກ, ການຊ່ວຍເຫຼືອສຸກເສີນ ແລະ ໃນຕໍ່ໜ້າແມ່ນໄລຍະຂອງການຟື້ນຟູຍິ່ງຕ້ອງການຫຼາຍ ໂດຍສະເພາະການຟື້ນຟູຊີວິດການເປັນຢູ່, ຟື້ນຟູພື້ນຖານໂຄງລ່າງ ແລະ ການຟື້ນຟູທາງດ້ານວິຊາຊີບຄືນໃໝ່.

( ຂ່າວ: ສົມລົດ; ພາບ: ສຸກສະຫວັນ )