ທຳລາຍສິນຄ້າໝົດອາຍຸມູນຄ່າ 7 ລ້ານກວ່າກີບ

44

ທ້າຍອາທິດຜ່ານມາ ຢູ່ທີ່ກອງບັນຊາການ ປກສ ເມືອງໜອງບົກ ໄດ້ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸໃນການໃຊ້ງານ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ໄພວັນ ໄຊປັນຍາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ມີ ທ່ານ ບຸນມີ ຈິດຕະວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ຜູ້ຊີ້ນຳກຸ່ມບ້ານໃຫຍ່ໃນເທສະບານ ແລະ ຫ້ອງການທີ່ກ່ຽວຂ້ອງ ເຊັ່ນ: ປກສ, ກະສິກຳ ແລະ ປ່າໄມ້ເມືອງ, ນາຍບ້ານໜອງບົກ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ທອງດໍາ ລັດຕະນະໄຊ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ເປັນກຽດລາຍງານໃນລາຍການສິນຄ້າທີ່ໄດ້ລົງໄປກວດມາ ໄດ້ຕາມຮ້ານຄື: ເຂົ້າໜົມ 271 ຖົງ, ເຄື່ອງປຸງແຕ່ງອາຫານ 157 ຖົງ, ເຄື່ອງສຳອາງ 145 ອັນ, ອາຫານເສີມ 11 ກ່ອງ, ເຄື່ອງດື່ມ 127 ແພັກ, ເຄື່ອງໃຊ້ອື່ນໆ 3 ອັນ ແລະ ມີປະເພດສິນຄ້າທີ່ນໍາເຂົ້າມາບໍ່ຖືກຕ້ອງ ມີປະເພດ: ຢາສູບ ອິຊີ້ 25 ຊອງ, ເບຍຮູດາ 21 ປ໋ອງ ລວມມູນຄ່າທີ່ທຳລາຍສິນຄ້າໃນຄັ້ງນີ້ມີມູນຄ່າ 7 ລ້ານກວ່າກີບ.

( ຂ່າວ: ສົມສະໄຫວ )