ເຄັບລັບ 5 ວິທີຮຽນໃຫ້ໄດ້ຄະແນນເກຣດ A

64

ຫຼາຍໆຄົນທີ່ຮຽນກໍ່ຄົງຍາກໄດ້ເກຣດ A ແມ່ນບໍ່? ຖ້າຍາກຮຽນໃຫ້ໄດ້ເກຣດຕາມທີ່ຕົນເອງຫວັງໄວ້ ເຊິ່ງເຮົາສາມາດປະຕິບັດໄດ້ບໍ່ຍາກ ແຕ່ແຕ່ນ້ອງໆຕັ້ງໃຈ ມຸ່ງໝັ້ນ ແລະ ມື້ນີ້ ພວກເຮົາມີ 5 ເຄັດລັບດີໆນຳມາຝາກນ້ອງໆລອງນຳໄປປະຕິບັດກັນໄດ້ເລີຍ

ไม่มีคำอธิบายรูปภาพ

ເປັນພຽງພາບປະກອບຂ່າວ

  1. ຝຶກແກ້ບົດຝຶກຫັດນອກຫ້ອງຮຽນ: ຫຼັງຈາກຮຽນສຳເລັດແລ້ວ ຄວນຝຶກເຮັດບົດຝຶກຫັດນອກຫ້ອງຮຽນ ຫາບົດຝຶກຫັດທາງອອນໄລ ຫຼື ບົດຝຶກຫັດຈາກມະຫາວິທະຍາໄລອື່ນໆ ມາເຮັດບົດທວນຄືນຄວາມຈຳ ແລະ ເສີມຄວາມຮູ້ໃຫ້ຕົນເອງຢູ່ຕະຫຼອດ.
  2. ເບິ່ງແບບຂໍ້ສອບເສັງ ຈາກບົດຝຶກຫັດທີ່ເຄີຍເຮັດ: ຂໍ້ສອບເສັງສ່ວນໃຫ່ຍ ປະມານ 90% ຈະອອອກກ່ຽວກັບບົດຮຽນທີ່ເຮົາຮຽນຜ່ານມາ, ສະນັ້ນ ເຮົາພະຍາຍາມເຂົ້າໃຈບົດຝຶກຫັດທີ່ເຮັດດ້ວຍຕົນເອງ ແລະ ເຮັດຂໍ້ສອບເສັງທວນຄືນຈົນຮອດເວລາໄປສອບເສັງເຮັດໄດ້ແນ່ນອນ.

ในภาพอาจจะมี 1 คน

ເປັນພຽງພາບປະກອບຂ່າວ

  1. ຮຽນເປັນກຸ່່ມກັບເພື່ອນ: ຫາກກຸ່ມເພື່ອນໆ ໃນຫ້ອງຮຽນມານັ່ງສອນຂໍ້ສອບເສັງ ເພື່ອແລກປ່ຽນຄວາມເຂົ້າໃຈ, ແລກປ່ຽນຄວາມຮູ້ ແລະ ຄວາມຄິດເຫັນ
  2. ຈົດຄຳສັບທີ່ສຳຄັນ: ພະຍາຍາມຈົກຄຳສັບທີ່ອາຈານເວົ້າຊ້ຳກັນຫຼາຍເທື່ອ ເພາະວ່າອັນໃດທີ່ອາຈານເວົ້າ ແລະ ນັ້ນຍໍ້າກັນຫຼາຍເທື່ອ ສິ່ງນັ້ນມັກຈະອອກຂໍ້ສອບເສັງແນ່ນອນ.

 

ไม่มีคำอธิบายรูปภาพ

ເປັນພຽງພາບປະກອບຂ່າວ

  1. ຫາຫຼັກການຈຳສະເພາະຕົວ: ຄວນມີວິທີການຈຳທີ່ຄົ້ນພົບດ້ວຍຕົວເອງເວລາມີເນື້ອໃນຫຼາຍໆ ໃຫ້ຈັດໝວດໝູ່ຂອງເລື່ອງຕ່າງໆ ແລະ ທ່ອງທຳຄວາມເຂົ້າໃຈ.
    ບັນດານ້ອງໆຢ່າລືມນຳເອົາ 5 ເຄັດລັບໄປຈັດຕັ້ງປະຕິບັດ ເພາະມັນຈະຊ່ວຍເຮັດເຮັດໃຫ້ນ້ອງໆຮຽນໄດ້ເກຣດ A ແຕ່ສິ່ງສຳຄັນ ນ້ອງໆ ຈະຕ້ອງມີຄວາມມຸ່ງໝັ້ນຕັ້ງໃຈ ແລະ ກໍ່ຕ້ອງເຮັດຢ່າງສະໝ່ຳສະເໝີ.

 

ในภาพอาจจะมี 1 คน, กำลังนั่ง, ตาราง และสถานที่ในร่ม

ເປັນພຽງພາບປະກອບຂ່າວ