ຮູ້ທັນ! ຢາເສຍສາວ ກ່ອນຕົກເປັນເຫຍື່ອ ຂອງກຸ່ມຄົນບໍ່ດີ

176

ຍຸກນີ້ເປັນຍຸກແຫ່ງໂລກາພິວັດ, ສັງຄົມຈະເລີນພຽງໃດ ອັນຕະລາຍກໍ່ມີຮອບດ້ານ. ເຊິ່ງການທ່ຽວຫຼິ້ນຕາມທີ່ຕ່າງໆ ຖືວ່າເປັນສີສັນຂອງຊີວິດ ແຕ່ຂະນະດຽວກັນກໍ່ຕ້ອງລະມັດລະວັງຈາກສິ່ງຮອບຂ້າງ ເພາະສັງຄົມທຸກມື້ນີ້ນັບມື້ຢູ່ຍາກຂຶ້ນ ເນື່ອງຈາກມີຫຼາຍເຫດການເກີດຂຶ້ນ ກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນຂ່າວ ການວາງຢາໃສ່ອາຫານ ແລະ ເຄື່ອງດື່ມ ທີ່ມັກພົບເຫັນທັງຢູ່ໃນຕ່າງປະເທດ ນັບທັງສັງຄົມລາວກໍມີເຫດການນີ້ເກີດຂຶ້ນເຊັ່ນດຽວກັນ ເຊິ່ງຫຼາຍທ່ານອາດເຄີຍເຫັນຂ່າວທີ່ຖືກເຜີຍແຜ່ຕາມສື່ອອນລາຍ ທີ່ມີທັງແມ່ຍິງ ແລະ ຜູ້ຊາຍ ບາງກໍມີອາການສາຫັດຕ້ອງເຂົ້າປິ່ນປົວຢູ່ໂຮງໝໍ, ບາງຄົນຮ້າຍແຮງ ເຖິງຂັ້ນເສຍຊີວິດ.

ไม่มีคำอธิบายรูปภาพ

ເປັນພຽງປະກອບຂ່າວ

 

ສະເພາະສັງຄົມບ້ານເຮົາ ທີ່ເຫັນອອກຂ່າວຜ່ານສື່ອອນລາຍ ສ່ວນຫຼາຍນິຍົມໃຊ້ແມ່ນ “ຢາເສຍສາວ”. ທີ່ມັກເກີດຂຶ້ນກຸ່ມຄົນສ່ຽງທີ່ຖືກວາງຢາ ແມ່ນແມ່ຍິງ ແລະ ຜູ້ຊາຍ, ແຕ່ເກີດຂຶ້ນຫຼາຍກັບແມ່ຍິງ ທີ່ມັກທ່ຽວກາງຄືນ ຫຼື ໄປງານສັງສັນຕ່າງໆ ລວມເຖິງເປັນຄົນທີ່ບຸກຄະລິກ ໜ້າຕາຂ້ອນຂ້າງດີ ຫຼື ເປັນຄົນທີ່ມີຖານະດີ.

 

ในภาพอาจจะมี หนึ่งคนขึ้นไป

ເປັນພຽງປະກອບຂ່າວ

 

ອີງຕາມຂໍ້ມູນຈາກ ຮອງສາສະດາຈານ ແພດຍິງ ສະສິໂສພິນ ກຽດບູຣະນະກູນ ພາກວິຊາອາຍຸສາດ ໂຮງພະຍາບານລາມາທິບໍດີ ມະຫາວິທະຍາໄລ ມະຫິດົນ ປະເທດໄທ ໄດ້ເຜີຍແຜ່ບົດຄວາມເລື່ອງຮູ້ຈັກ “GHB” ຢາເສຍໜຸ່ມ ຫຼື ເສຍສາວ ທາງຣາມາຊາແນລ GHB ຫຼື ຊື່ເຕັມວ່າ gamma-Hydroxybutyric ເຊິ່ງຄົນສ່ວນຫຼາຍ ມັກຈະເອີ້ນວ່າ “ຢາເສຍສາວ”

 

ในภาพอาจจะมี หนึ่งคนขึ้นไป

ເປັນພຽງປະກອບຂ່າວ

 

ສຳລັບຢາຊະນິດນີ້ມີຜົນອອກລິດກະຕຸ້ນລະບົບປະສາດ ເຮັດໃຫ້ຮູ້ສຶກຕື່ນຕົວ, ສະໜຸກສະໜານ ລວມໄປເຖິງຢາກມີເພດສຳພັນ. ເຊິ່ງປັດຈຸບັນມັກພົບເຫັນການລະບາດໃນສະຖານທີ່ບັນເທີງຕ່າງໆຢ່າງຫຼວງຫຼາຍ. ຢາ “GHB” ມີທັງຊະນິດເມັດ, ຜົງ ຫຼື ຊະນິດນໍ້າ ແຕ່ທີ່ນິຍົມໃຊ້ຈະມີລັກສະນະນໍ້າໃສ ເພາະໃຊ້ງ່າຍ ມີລົດຊາດເຄັມເລັກນ້ອຍກົມກືນກັບເຄືຶ່ອງດື່ມ ເຊິ່ງໃນຕະຫຼາດມືດຈະເອີ້ນວ່າ Liquid X ຫຼື  Liquid E ສາມາດປະສົມກັບເຄື່ອງດື່ມໄດ້ໂດຍທີ່ເຮົາບໍ່ຮູ້ວສຶກວ່າມີສ່ວນປະສົມຂອງຢາຊະນິດຢູ່.

 

ในภาพอาจจะมี หนึ่งคนขึ้นไป

ເປັນພຽງປະກອບຂ່າວ

 

ທ່ານກ່າວຕື່ມວ່າ: ສຳລັບອາການເມື່ອຖືກວາງຢາ GHB ຈະແຕກຕ່າງກັນໄປຕາມປະລິມານ ຢາທີ່ໄດ້ຮັບ ຫາກໄດ້ຮັບໃນປະລິມານຫຼາຍ ກໍ່ອາດເຖິງຂັ້ນເສຍຊີວິດໄດ້. ເຊິ່ງອາການຈາກຢາ GHB ສາມາດສະຫຼຸບໄດ້ດັ່ງນີ້: ຫາກໄດ້ຮັບປະລິມມານຢາບໍ່ຫຼາຍໃນໄລຍະ 5 -10 ນາທີ ທໍາອິດ ຈະມີອາການມຶນງົງ, ປຸ້ນທ້ອງ, ຮາກ ແລະ ເຄື່ອນໄຫວລຳບາກ; ຫາກໄດ້ຮັບປະລິມານຫຼາຍ ອາດບີບກົດການເຮັດວຽກຂອງສະໝອງ, ລະບົບຫາຍໃຈ, ໝົດສະຕິ ຫຼື ເກີດການເສຍຊີວິດໄດ້, ຫາກໄດ້ຮັບຮ່ວມກັບຢາເສບຕິດອື່ນໆ ຫຼື ແອລກໍຣໍ ອາດຈະເຮັດໃຫ້ເກີດຜົນເສຍທີ່ຮຸນແຮງກວ່າຫຼາຍເທົ່າ.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และข้อความ

ເປັນພຽງປະກອບຂ່າວ

 

ສຳລັບການປ້ອງກັນ ແລະ ຫຼີກລ່ຽງຕົນເອງມີດັ່ງນີ້:

ບໍ່ຄວນໄປສະຖານທີບັນເທີງຄົນດຽວ ຄວນມີໝູ່ໄວ້ໃຈໄປນຳ; ເວລາໄປທ່ຽວ ບໍ່ຄວນດື່ມເຄື່ອງດື່ມທີ່ມີແອລກໍຣໍ ໃຫ້ພໍດີ ເພື່ອໃຫ້ມີສະຕິ ບໍ່ເກີດອາການມືນເມົາ ແລະ ບໍ່ຄວນຮັບເຄື່ອງດື່ມຈາກຄົນທີ່ບໍ່ຮູ້ຈັກ.

ພ້ອມນີ້, ບໍ່ຄວນດື່ມເຄື່ອງດື່ມໄວ ຫາກດື່ມເທື່ອລະນ້ອຍ ຈະສັງເກດຕົວເອງວ່າເກີດອາການຜິດປົກກະຕິ ຫຼືບໍ; ບໍ່ຄວນດື່ມເຄື່ອງດື່ມກັບຜູ້ອື່ນ ແລະ ບໍ່ຄວນດື່ມເຄື່ອງດື່ມຢູ່ໃນພາຊະນະທີ່ມີປາກກວ້າງ ເພາະພາຊະນະແບບນີ້ສາມາດໃສ່ສ່ວນປະສົມເຊັ່ນ: ຢາອັນຕະລາຍລົງໄປໄດ້ງ່າຍ ແລະ ບໍ່ຄວນລະສາຍຕາຈາກເຄື່ອງດື່ມຂອງຕົນເອງ, ຫາກໄປເຂົ້າຫ້ອງນໍ້າຕ້ອງມີໝູ່ໄວ້ໃຈເຝົ້າໂຕະໄວ້ (ແຕ່ບໍ່ຄວນໄວ້ໃຈເກີນໄປ) ເມື່ອກັບອອກມາຕ້ອງປ່ຽນຈອກເຄື່ອງດື່ມໃໝ່ທັນທີ. ທັງນີ້ ກໍ່ເພື່ອຄວາມປອດໄພຂອງຕົວເອງ ຈາກອັນຕະລາຍທີ່ອາດຈະເກີດຂຶ້ນໄດ້.

 

ในภาพอาจจะมี หนึ่งคนขึ้นไป และสถานที่ในร่ม

ເປັນພຽງປະກອບຂ່າວ

 

 

 

ຂໍ້ມູນ: matichon.co.th