ປະກວດເຮືອໄຟງາມ ຢູ່ຫຼວງພະບວງຕ້ອງປະຕິບັດຕາມ 5 ມາດຖານນີ້

267

ປະເພນີການໄຫຼເຮືອໄຟ ທີ່ນະຄອນຫຼວງພະບາງ ເມືອງມໍລະດົມໂລກ ກໍາລັງຈະໝູນວຽນບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງປີນີ້ກົງກັບ ວັນທີ 13 ຕຸລາ 2019. ຕາມຮີດຄອງປະເພນີໄຫຼເຮືອໄຟທີ່ຫຼວງພະບາງ ໄດ້ມີການແຂ່ງຂັນການເຮັດເຮືອໄຟງາມ ທີ່ເປັນເອກະລັກຂອງຫຼວງພະບາງອອກສູ່ສາຍຕາມວນຊົນ. ສະນັ້ນ, ປີນີ້ ຄະນະກຳມະການຈັດງານບຸນ ຈຶ່ງໄດ້ມີການວາງລະບຽບ ແລະ ມາດຕະຖານ ຂອງການສ້າງເຮືອໄຟເຂົ້າປະກວດໃນບຸນອອກພັນສາ ປະວໍລະນາ ປະຈຳປີ ພສ 2562  ຄ.ສ 2019 ທີ່ນະຄອນຫຼວງພະບາງ ດິນແດນມໍລະດົກໂລກ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังเต้นรำ และกลางคืน

 

ເພື່ອຮັບປະກັນໃຫ້ບຸນໄຫຼເຮືອໄຟ ປະຈຳປີ ພສ 2562 ຄ.ສ 2019 ມີຄວາມເບີກບານມ່ວນຊື່ນ, ມີຄວາມສວຍງາມ ແລະ ດຳເນີນໄປດ້ວຍຜົນສຳເລັດອັນສະຫງ່າງາມ, ສອດຄ່ອງກັບປະເພນີອັນດີງາມຂອງຊາວຫຼວງພະບາງ ເຊິ່ງຄະນະກຳມະການຈັດງານບຸນໄດ້ກຳນົດມາດຕະຖານເງື່ອນໄຂ ຂອງການເຮັດເຮືອໄຟມີດັ່ງນີ້:

ในภาพอาจจะมี หนึ่งคนขึ้นไป, ไฟ และกลางคืน

ຂະໜາດຂອງເຮືອໄຟ ທີ່ເຂົ້າປະກວດ ຕ້ອງມີລວງຍາວ 10 ແມັດ,  ລວງສູງແຕ່ຕີນເຖິງຍອດ ບໍ່ເກີນ 4 ແມັດ; ຮູບຮ່າງຂອງເຮືອໄຟຕ້ອງເຮັດເປັນຮູບພະຍານາກ, ຮູບຫົງ ຫຼື ຮູບອື່ນໆ ໃຫ້ສອດຄ່ອງກັບປະເພນີຫຼວງພະບາງ, ທາງກາງອາດຈະເປັນຮູບທາດ ຫຼື ຮູບສັນຍາລັກໃດໜຶ່ງ (ບໍ່ໃຫ້ເຮັດເປັນເຮືອລ້າໆ).

ในภาพอาจจะมี หนึ่งคนขึ้นไป และกลางคืน

ສ່ວນວັດສະດຸ ທີ່ນຳມາເຮັດເຮືອໄຟ ຕ້ອງແມ່ນວັດຖຸທີ່ສາມາດຍ່ອຍສະຫຼາຍໄດ້ເຊັ່ນ: ໄມ້ໄຜ່, ກົກກ້ວຍ, ເຈ້ຍສີ ແລະ ອື່ນໆ (ສ່ວນຫົວ ແລະ ຫາງຂອງເຮືອ ຖ້າເຮັດເປັນຮູບສັດທີ່ມີລວດລາຍຫຼາຍແມ່ນອະນຸຍາດໃຫ້ໃຊ້ເຫຼັກ);  ແສງສະຫວ່າງຂອງເຮືອແມ່ນໃຫ້ໃຊ້ທຽນໄຂ, ກ້ອງໃຕ້ໃສ່ນໍ້າມັນ (ບໍ່ອະນຸຍາດໃຫ້ໃຊ້ໄຟຟ້າ, ຍົກເວັ້ນແສງສະຫວ່າງດວງຕາຮູບຈຳລອງ).

ในภาพอาจจะมี กลางคืน

ຂະບວນແຫ່ຕ້ອງມີຄວາມເປັນເອກະລັກຂອງຫຼວງພະບາງເຊັ່ນ: ນາງສາວຖືປ້າຍອອກໜ້າຕ້ອງນຸ່ງຖືແບບຊຸດລາວ ໃນຂະບວນແຫ່ຕ້ອງນຸ່ງຖືສຸພາບ, ອຸ້ມຂັນດອກໄມ້ ຫຼື ຖືໂຄມ ແລະ ມີຈຳນວນຄົນແຫ່ແມ່ນ 50 ຄົນຂຶ້ນໄປ ຈັດຮູບໃຫ້ເປັນ 4 ແຖວ ມີຄວາມສວຍງາມຄົບງັນຢ່າງມ່ວນຊື່ນຕາມຮີດຄອງປະເພນີ ( ຖ້າມີເສບດົນຕີລາວເດີມຍິ່ງເປັນການດີ).

ในภาพอาจจะมี หนึ่งคนขึ้นไป และกลางคืน

ສຳລັບການໃຫ້ຄະແນນແມ່ນອີງໃສ່ມາດຕະຖານຂອງການສ້າງເຮືອໄຟ ມີດັ່ງນີ້: ມາທັນເວລາ ແລະ ຕັ້ງຂະບວນເປັນລະບຽບກ່ອນ 18:30 ໂມງ 10 ຄະແນນ; ໂຄງສ້າງ ແລະ ສິລະປະການຕົກແຕ່ງ (ເຮັດດ້ວຍທໍາມະຊາດ ມີຄວາມສວຍງາມ)  10 ຄະແນນ; ຮູບຮ່າງ ແລະ ແນວຄິດສ້າງສັນ 10 ຄະແນນ; ຂະບວນແຫ່ເປັນລະບຽບ, ການນຸ່ງຖືສຸພາບ ການມ່ວນຊື່ນ 10 ຄະແນນ.

ในภาพอาจจะมี 1 คน, กำลังยืน, กำลังเดิน, กลางคืน และสถานที่กลางแจ้ง

ແສງໄຟໃຫ້ຄວາມສະຫວ່າງ ໃນເວລາແຫ່ຮຸ່ງແຈ້ງດີ 10 ຄະແນນ ແລະ ແສງໄຟໃຫ້ສະຫວ່າງໃນເວລາລົງນໍ້າບໍ່ມອດ ແລະ ເຮືອໄຟບໍ່ຈົມ 10 ຄະແນນ. ດັ່ງນັ້ນ, ທາງຄະນະຮັບຜິດຊອບຈັດງານໄຫຼເຮືອໄຟ ຈຶ່ງໄດ້ອອກຂໍ້ກຳນົດ ໃນການເຮັດເຮືອໄຟ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ມີຄວາມຖືກຕ້ອງຕາມຮີດຄອງປະເພນີ້.

ในภาพอาจจะมี หนึ่งคนขึ้นไป, กลางคืน และสถานที่กลางแจ้ง