ຫາລືປັບປຸງກົງຈັກການຈັດຕັ້ງ – ບຸກຄະລາກອນດ່ານຊາຍແດນ ແລະ ສະໜາມບິນສາກົນ

52

ເມື່ອບໍ່ດົນມານີ້ ທີ່ເຂດເສດຖະກິດພິເສດບໍ່ເຕັນ ແຂວງ ຫຼວງນໍ້າທາ, ຄະນະສະເພາະກິດ ໂດຍມີກະຊວງພາຍໃນເປັນເຈົ້າການປະສານສົມທົບກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງບັນດາດ່ານຊາຍແດນ ແລະ ສະໜາມບິນສາກົນຂຶ້ນ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີ ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ).

ມີຫົວໜ້າຫ້ອງວ່າການປົກຄອງແຂວງຫຼວງນໍ້າທາ, ພ້ອມດ້ວຍຄະນະກ່ຽວຂ້ອງຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ຄະນະດ່ານສາກົນ, ເຈົ້າໜ້າທີ່ພາສີປະຈຳດ່ານ, ຍທຂ ແຂວງປະຈຳດ່ານ, ສາທາແຂວງປະຈຳດ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງກັບດ່ານຊາຍແດນເຂົ້າຮ່ວມ.

ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ມີຄຳເຫັນວ່າ: ການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງບັນດາດ່ານຊາຍແດນ ແລະ ສະໜາມບິນສາກົນແມ່ນປະຕິບັດຕາມດຳລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ ລົງວັນທີ 31 ທັນວາ 2018 ເພື່ອແນໃສ່ກໍານົດຫຼັກການ, ລະບຽບ, ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານດ່ານຊາຍແດນ ແລະ ສະໜາມບິນເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ, ອຳນວຍຄວາມສະດວກໃນການບໍລິການ, ການແລກປ່ຽນສິນຄ້າ, ການເຂົ້າ – ອອກຂອງຜູ້ໂດຍສານໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງໂປ່ງໃສ ປະກອບສ່ວນສ້າງສາຍພົວພັນຮ່ວມມືມິດຕະພາບທີ່ດີກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ, ບັນດາປະເທດໃນພາກພື້ນ ແລະ ສາກົນ; ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ.

ສຳລັບການຈັດຕັ້ງປະຕິບັດກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງບັນດາດ່ານຊາຍແດນ ແລະ ສະໜາມບິນສາກົນ; ຕາມດຳລັດສະບັບເລກທີ 558/ລບ ແມ່ນໃຫ້ສຳເລັດພາຍໃນ 12 ເດືອນໃນ 27 ດ່ານທົ່ວປະເທດ ພາຍຫຼັງດຳລັດໄດ້ຮັບຮອງ ແລະ ປະກາດໃຊ້.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະກ່ຽວຂ້ອງໄປຕິດຕາມເບິ່ງຕົວຈິງກ່ຽວກັບການປະຕິບັດວຽກງານຂອງຄະນະດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ນໍາອີກດ້ວຍ.

( ຂ່ າວ – ຮູບ: ກະຊວງການເງິນ )