ທະນາຄານນະໂຍບາຍ ຈະເລື່ອນຊຳລະເງິນກູ້ເຂດປະສົບໄພ

124

ຊາວກະສິກອນໃນຂອບເຂດທົ່ວປະເທດໄດ້ຮັບຜົນກະທົບຈາກໄພທຳມະຊາດ ໂດຍສະເພາະນ້ຳຖ້ວມ, ພະຍາດພືດ ແລະ ສັດລະບາດຢູ່ຫຼາຍແຂວງ ສ້າງຄວາມເສຍຫາຍຢ່າງມະຫາສານ, ຕໍ່ບັນຫາດັ່ງກ່າວ ທາງທະນາຄານນະໂຍບາຍ ໄດ້ມີນະໂຍບາຍໃນການເລື່ອນໄລຍະການຊຳລະເງິນກູ້ອອກໄປ, ຍົກເວັ້ນດອກເບ້ຍປັບໃໝ ລວມທັງຈະຄົ້ນຄວ້ານະໂຍບາຍໃນການປ່ອຍສິນເຊື່ອໃຫ້ກັບເຂດປະສົບໄພເພື່ອສົ່ງເສີມການຜະລິດຫຼັງນ້ຳແຫ້ງຕື່ມອີກ.

ທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອຳນວຍການທະນາຄານນະໂຍບາຍ  ( ທນບ ) ໄດ້ຊີ້ແຈງກ່ຽວກັບພາລະບົດບາດຂອງ ທນບ ເປັນທະນາຄານສະເພາະກິດ, ມີຖານະເປັນນິຕິບຸກຄົນດຳເນີນງານໂດຍບໍ່ສະແຫວງຫາຜົນກຳໄລ ມີພາລະບົດບາດໜ້າທີ່ໃນການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ພາຍໃຕ້ການດູແລ ແລະ ຄຸ້ມຄອງຂອງທະນາຄານ ແຫ່ງ ສປປ ລາວ ເພື່ອປະກອບສ່ວນແກ້ໄຂຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າ ໂດຍການຄຸ້ມຄອງ ແລະ ນຳແຫຼ່ງທຶນນະໂຍບາຍຂອງລັດຖະບານ ເພື່ອປ່ອຍສິນເຊື່ອໃຫ້ປະຊາຊົນຜູ້ທຸກຍາກດ້ວຍອັດຕາດອກເບ້ຍນະໂຍບາຍຂອງລັດຖະບານຢູ່ເມືອງເປົ້າໝາຍທຸກຍາກ, ຈຸດສຸມພັດທະນາຂອງລັດຖະບານ – ທ້ອງຖິ່ນ ແລະ ບ້ານສາມສ້າງ ແນໃສ່ປະກອບສ່ວນຫັນປ່ຽນພື້ນຖານເສດຖະກິດທຳມະຊາດໄປສູ່ການຜະລິດເປັນສິນຄ້າໃນຂົງເຂດກະສິກຳ – ປ່າໄມ້, ອຸດສາຫະກຳຂະໜາດນ້ອຍ, ຫັດຖະກຳ ແລະ ບໍລິການໃນຊົນນະບົດໃຫ້ມີການຂະຫຍາຍຕົວ ສາມາດຫຼຸດພົ້ນອອກຈາກ ຄວາມທຸກຍາກລົງເທື່ອລະກ້າວ.

ທ່ານຜູ້ອຳນວຍການ ທນບ ໄດ້ຊີ້ແຈງໃນການແກ້ໄຂຜົນກະທົບຈາກໄພນ້ຳຖ້ວມ ແລະ ພະຍາດລະບາດອະຫິວາ ໝູອາຟຣິກາ ເຊິ່ງສົ່ງຜົນເສຍຫາຍຢ່າງໜັກ ນັບແຕ່ຕົ້ນເດືອນກັນຍາ 2019 ມີຝົນຕົກຕິດຕໍ່ກັນຫຼາຍວັນຢູ່ 2 ແຂວງ ພາກກາງ ແລະ 4 ແຂວງພາກໃຕ້ ເຮັດໃຫ້ລະດັບນ້ຳຂຶ້ນສູງຖ້ວມເຮືອນຂອງປະຊາຊົນ ສົ່ງຜົນໃຫ້ຫຼາຍບ້ານໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດນ້ຳຖ້ວມ. ໃນນັ້ນ, ກໍປາສະຈາກບໍ່ໄດ້ຜົນເສຍຫາຍທີ່ຕາມມາ ກໍຄືລູກຄ້າທີ່ກູ້ຢືມເງິນນຳ ທນບ ໂດຍສະເພາະໃນເປົ້າໝາຍປູກຝັງ, ລ້ຽງສັດ ເຮັດໃຫ້ເນື້ອທີ່ການຜະລິດຖືກທຳລາຍ, ສັດລ້ຽງຕາຍ, ສູນຫາຍ ແລະ ອື່ນໆ ຜ່ານການສັງລວມຂໍ້ມູນໃນເບື້ອງຕົ້ນມີຜົນເສຍຫາຍ ກວມເອົາ 6 ແຂວງ, 24 ເມືອງ, 220 ບ້ານ, 13.854 ຄອບຄົວ, ຍອດສິນເຊື່ອທີ່ຖືກຜົນກະທົບໄພນໍ້າຖ້ວມ 202,67 ຕື້ກີບ. ພາຍຫຼັງນ້ຳແຫ້ງເປັນປົກກະຕິ ທນບ ຈະໄດ້ເກັບກຳຂໍ້ມູນຕົວຈິງ ພ້ອມທັງເອົາໃຈໃສ່ເປັນບຸລິມະສິດໃນການຄົ້ນຄວ້າຊອກວິທີທາງແກ້ໄຂຊ່ວຍປະຊາຊົນຜູ້ກູ້ຢືມເງິນ ທີ່ໄດ້ຮັບຜົນກະທົບໄພນ້ຳຖ້ວມໃນຄັ້ງນີ້.

ສໍາລັບພະຍາດລະບາດ ( ພະຍາດອະຫິວາໝູອາຟຣິກາ ) ເຊິ່ງໄລຍະຜ່ານມາ ພະຍາດອະຫິວາໝູອາຟຣິກາໄດ້ແຜ່ລະບາດຢູ່ໃນ ສປປ ລາວ ຫຼາຍພື້ນທີ່ ເປັນເຫດໃຫ້ກະທົບຕໍ່ລູກຄ້າທີ່ມາກູ້ຢືມເງິນນຳ ທນບ ໂດຍສະເພາະເປົ້າໝາຍລ້ຽງໝູ ເຮັດໃຫ້ໝູມີຄວາມສ່ຽງໃນການຕິດພະຍາດຈຳນວນໜຶ່ງຕິດເຊື້ອຈຶ່ງຖືກທຳລາຍ ແລະ ຈຳນວນໜຶ່ງໝູລົ້ມຕາຍ, ຜ່ານການສັງລວມ ແລະ ໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ມີລູກຄ້າທີ່ຖືກຜົນກະທົບ ກວມເອົາຈຳນວນ 3 ແຂວງ, 6 ເມືອງ, 42 ບ້ານ, 207 ກຸ່ມ, 1.174 ຄອບຄົວ ມູນຄ່າທີ່ຖືກຜົນກະທົບທັງໝົດ 10,06 ຕື້ກີບ ຈຳນວນໝູ 7.383 ໂຕ.

ຕໍ່ການແກ້ໄຂ 2 ເຫດການດັ່ງກ່າວ, ທ່ານຜູ້ອຳນວຍການ ທນບ ໄດ້ມີແນວທາງແກ້ໄຂ ໂດຍມີນະໂຍບາຍຕໍ່ຜູ້ປະສົບໄພນ້ຳຖ້ວມ ພາຍຫຼັງນ້ຳບົກແຫ້ງ ລວມເຖິງພະຍາດອະຫິວາໝູອາຟຣິກາ ແລະ ໄດ້ມີການແຕ່ງຕັ້ງກໍາມະການລົງເກັບກໍາຢ່າງລະອຽດ ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງເພື່ອຢັ້ງຢືນ ໂດຍພວກເຮົາຈະປະຕິບັດຕາມທິດຊີ້ນໍາຂອງຄະນະພັກ – ຄະນະນໍາທະນາຄານ ແຫ່ງ ສປປ ລາວ ກໍຄືລະບຽບການຂອງ ທນບ ເປັນຕົ້ນ ຈະປະຕິບັດໃນການເລື່ອນການຊໍາລະເງິນກູ້ໃຫ້ຜູ້ທີ່ກູ້ເງິນຈາກ ທນບ ທີ່ເກີດໄພພິບັດ ຕົວຢ່າງ ກູ້ຢືມປີໜຶ່ງ ພວກເຮົາຈະເລື່ອນປະມານ 2 ປີ, ກູ້ 3 ປີ ຈະເລື່ອນປະມານ 5 ປີ, ຖ້າກູ້ 5 ປີ ກໍຈະເລື່ອນ 7 ປີ ອັນນີ້ກໍຂຶ້ນກັບຜົນເສຍຫາຍໜ້ອຍ – ຫຼາຍປານໃດ.

ພ້ອມກັນນັ້ນ, ກໍຈະມີນະໂຍບາຍໃນການຜ່ອນຜັນ, ຍົກເວັ້ນດອກເບ້ຍປັບໄໝ ແລະ ຜູ້ທີ່ມີຈຸດປະສົງຕ້ອງການທຶນໃນການຜະລິດທົດແທນ ພວກເຮົາກໍມີນະໂຍບາຍໃນການສ້າງແຜນສິນເຊື່ອໃຫ້ເຂົາເຈົ້າ ໂດຍສະເພາະການປູກພືດທົດແທນ ຫຼື ວ່າການລ້ຽງສັດອື່ນໆແມ່ນຂຶ້ນກັບທ່າແຮງຂອງແຕ່ລະຄອບຄົວ ຫຼື ວ່າສັງລວມມີນະໂຍບາຍ 1. ຜ່ອນການຊໍາລະ; 2. ມີນະໂຍບາຍສະໜອງທຶນເພີ່ມຕື່ມຕໍ່ປະຊາຊົນເຮົາທີ່ໄດ້ຮັບຜົນກະທົບຕົວຈິງ ຍ້ອນໄພນ້ຳຖ້ວມ – ພະຍາດອະຫິວາໝູອາຟຣິກາ ຕາມເງື່ອນໄຂຕົວຈິງ.

( ຂ່າວ – ຮູບ: ຣັດສະໝີ ດວງສັດຈະ )