ທຄຕລ ຮ່ວມກັບ ຢູພີໄອ ບໍລິການຮັບຊໍາລະຜ່ານ QR Code Union Pay

76

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ຮ່ວມມືກັບ ຢູນຽນເພສາກົນ ( UPI ) ເປີດໃຫ້ບໍລິການຮັບຊໍາລະສະສາງຜ່ານ QR Code Union Pay ຄັ້ງທໍາອິດໃນລາວ ຫວັງຍູ້ທຸລະກິດຮ້ານຄ້າລາວຕ້ອນຮັບແຂກ ສປ ຈີນ ເພີ່ມຂຶ້ນທ່າມກາງປີທ່ອງທ່ຽວ ລາວ – ຈີນ 2019 ດ້ວຍລະບົບທັນສະໄໝ, ມີຄວາມປອດໄພສູງ ທັງເປັນການສົ່ງເສີມການຄ້າ ແລະ ສະໜັບສະໜູນການຊໍາລະເງິນລະຫວ່າງສອງປະເທດໃຫ້ມີຄວາມສະດວກສະບາຍ.

ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກ່າວວ່າ: ທຄຕລ ແລະ Union Pay International ໄດ້ມີການຮ່ວມມືທີ່ດີຕໍ່ກັນທາງທຸລະກິດມາຫຼາຍ ກວ່າ 10 ປີ ເລີ່ມຈາກການຮ່ວມມືກັນອອກບັດເອທີເອັມຢູນຽນເພ, ບັດນັກສຶກສາ, ບັດເຄຣດິດຢູນຽນເພໂຄຣແບນ ກ້າວເຖິງການອັບເດດຕູ້ເອທີເອັມໃຫ້ສາມາດຮັບບໍລິການບັດຊິບຢູນຽນເພ ແລະ ການອັບເດດເຄື່ອງຮັບບັດໃຫ້ສາມາດຮັບບັດຢູນຽນເພໃນຂົງເຂດທົ່ວປະເທດ. ສະນັ້ນ, ເພື່ອສືບຕໍ່ພັດທະນາບໍລິການໃຫ້ຮອງຮັບກັບການຂະຫຍາຍຕົວຂອງເຕັກໂນໂລຊີທາງການເງິນ FinTech ທີ່ມີທ່າອ່ຽງຂະຫຍາຍຕົວນັບມື້ສູງຂຶ້ນ ທຄຕລ ແລະ UPI ສາກົນ ຈຶ່ງໄດ້ຈັບມືກັນໃຫ້ການບໍລິການຮັບຊໍາລະສະສາງດ້ວຍ QR Code Union Pay ເປັນຄັ້ງທໍາອິດໃນລາວ.

ທ່ານກ່າວຕື່ມວ່າ: ໄລຍະຜ່ານມາລູກຄ້າຮູ້ຈັກດີສໍາລັບແອັບພລິເຄຊັນ OnePay ເຊິ່ງ ຢູພີໄອ ກໍເປັນຜູ້ໃຫ້ບໍລິການທຳອິດໃນການຊໍາລະສະສາງດ້ວຍ QR Code ໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ດັ່ງນັ້ນ, ການຮ່ວມມືໃນຄັ້ງນີ້ແມ່ນເປີດໃຫ້ການບໍລິການຮັບຊໍາລະສະສາງດ້ວຍ QR Code ຂອງ Union Pay ເຊິ່ງຮ້ານຄ້າສະມາຊິກ QR Code ຂອງ ທຄຕລ ນອກຈາກຈະສາມາດຮັບບໍລິການຊໍາລະສະສາງຈາກ BCEL One Pay ໄດ້ແລ້ວ, ຍັງສາມາດຮັບຊໍາລະສະສາງຈາກລູກຄ້າຄົນຈີນທີ່ມີແອັບມືຖື Union Pay ໄດ້ອີກດ້ວຍ, ການຮ່ວມມືລະຫວ່າງ ທຄຕລ ແລະ ຢູນຽນເພສາກົນ ຈະເປັນອີກບາດກ້າວໜຶ່ງທີ່ສຳຄັນຊ່ວຍຊຸກຍູ້ໃຫ້ບັນດາຮ້ານຄ້າ ແລະ ຫົວໜ່ວຍທຸລະກິດຕ່າງໆໃນລາວດຶງເອົາການຈັບຈ່າຍໃຊ້ສອຍຈາກນັກທ່ອງທ່ຽວຄົນຈີນ ທີ່ເຂົ້າມາໃນລາວໄດ້ຫຼາຍຂຶ້ນຍ້ອນມີຊ່ອງທາງການຊໍາລະສະສາງທີ່ສະດວກສະບາຍ ເປັນການເປີດໂອກາດໃຫ້ຜູ້ປະກອບການໃຫ້ສາມາດຮັບຊໍາລະດ້ວຍລະບົບທັນສະໄໝ, ສາມາດສົ່ງເສີມການຄ້າ ແລະ ສະໜັບສະໜູນການຊໍາລະເງິນລະຫວ່າງສອງປະເທດ.

ຂະນະທີ່, ທ່ານ ວິນເຊັນ ລິງ ຮອງຜູ້ອໍານວຍການໃຫຍ່ ຢູນຽນເພສາກົນ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກ່າວຕື່ມວ່າ: ປັດຈຸບັນຜູ້ໃຊ້ແອັບມືຖືຢູນຽນເພ ( Union Pay App ) ສາມາດໃຊ້ບໍລິການຊໍາລະຜ່ານມືຖືໄດ້ຫຼາຍກວ່າ 11 ລ້ານຮ້ານຄ້າ ທັງພາຍໃນຈີນ ແລະ ອີກ 32 ປະເທດທົ່ວໂລກ. ສະນັ້ນ, ເພື່ອນໍາມາດຕະຖານສາກົນມາໃຊ້ໃຫ້ເກີດປະໂຫຍດຮ່ວມກັນ, ຍົກລະດັບການບໍລິການຊໍາລະສະສາງລະຫວ່າງປະເທດດ້ວຍລະບົບທັນສະໄໝ ເຮັດໃຫ້ການພັດທະນາການເຊື່ອມໂຍງລະບົບການເງິນລາວ ແລະ ຈີນ ສະດວກວ່ອງໄວ ສາມາດຕອບສະໜອງ ຄວາມຕ້ອງການຂອງລູກຄ້າ ໂດຍສະເພາະແມ່ນກຸ່ມລູກຄ້າທີ່ນໍາໃຊ້ QR Code Union Pay ສາມາດຈ່າຍເງິນຊໍາລະຄ່າສິນຄ້າ ແລະ ບໍລິການໃນປະເທດລາວໄດ້ຕະຫຼອດເວລາ ພາຍໃຕ້ລະບົບມາດຕະຖານ ແລະ ຄວາມປອດໄພສູງ ເຊິ່ງຈະເປັນທາງເລືອກໃໝ່ນອກຈາກການນໍາໃຊ້ບັດເດບິດ ຫຼື ບັດເຄຣດິດ.

ທ່ານກ່າວຕື່ມວ່າ: ເວົ້າສະເພາະ ດ້ວຍຕົວເລກຜູ້ຊົມໃຊ້ Union Pay App ທີ່ມີຫຼາຍກວ່າ 150 ລ້ານຢູເຊີຈາກທົ່ວປະເທດຈີນ ເຊິ່ງເປັນໜຶ່ງໃນ App ມືຖືທີ່ໄດ້ຮັບ ຄວາມນິຍົມທີ່ສຸດໃນປະເທດຈີນ ບວກກັບທ່າອ່ຽງການເພີ່ມຂຶ້ນຂອງນັກທ່ອງທ່ຽວ ແລະ ນັກທຸລະກິດຊາວຈີນ ທີ່ເຂົ້າມາໃນປະເທດລາວຢ່າງຕໍ່ເນື່ອງ ຫຼາຍກວ່າ 8 ແສນຄົນ/ປີ. ຄຽງຄູ່ກັນນັ້ນ, ປີນີ້ເປັນປີທ່ອງທ່ຽວ ລາວ – ຈີນ ຍິ່ງຈະເປັນການດຶງດູດເອົານັກທ່ອງທ່ຽວ ແລະ ນັກທຸລະກິດຊາວຈີນເຂົ້າມາໃນລາວຫຼາຍຍິ່ງຂຶ້ນ ພ້ອມທັງຮອງຮັບໂຄງການທາງລົດໄຟ ລາວ – ຈີນ ທີ່ຄາດວ່າຜູ້ນໍາໃຊ້ການຊໍາລະສະສາງດ້ວຍ QR Code Union Pay ກວມອັດຕາສູງ ເພາະກຸ່ມລູກຄ້າດັ່ງກ່າວແມ່ນມີ ຄວາມລຶ້ງເຄີຍເປັນຢ່າງດີ.

ພິທີເປີດໂຕການບໍລິການຮັບຊໍາລະ QR Code Union Pay ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານ ສຸລິສັກ ທຳນຸວົງ ວ່າການຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ, ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ແລະ ທ່ານ ວິນເຊັນ ລິງ ຮອງຜູ້ອໍານວຍການໃຫຍ່ ຢູນຽນເພສາກົນ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດຈີນ, ຜູ້ຕາງໜ້າສະມາຄົມການຄ້າຈີນ ແລະ ແຂກຖືກເຊີນເຂົ້າຮ່ວມ.

[ ຂ່າວ – ຮູບ: ສົມສະຫວິນ ]