ຮັກຈາກໃຈໃນອາຊີບຄູ ສອນມາ 6 ປີ ຍັງບໍ່ມີວີ່ແວວໄດ້ໂກຕ້າແຕ່ຈະສູ້ຕໍ່ໄປເພື່ອນ້ອງນ້ອຍ

113

ການປະກອບອາຊີບໃດກໍ່ຕາມແຕ່ ເມື່ອມັນເປັນສິ່ງທີ່ຕົນເອງເລືອກ ແລະ ມັກຮັກຍ່ອມມີຄວາມສຸກໃຈທີ່ໄດ້ລົງມືເຮັດ, ເຖິງວ່າເສັ້ນທາງສາຍດັ່ງກ່າວຈະທຸລະກັນດານ ລຳບາກກາກກຳພຽງໃດ ຫາກມີສັດທາ ແລະ ຫຼົງໄຫຼກັບມັນຢ່າງແທ້ຈິງຍ່ອມປະສົບຜົນສຳເລັດໃນມື້ໜຶ່ງ ເພາະທຸກອາຊີບລ້ວນແລ້ວແຕ່ມີຂໍ້ດີ ແລະ ຂໍ້ດ້ອຍທີ່ແຕກຕ່າງກັນ. ເພາະສະນັ້ນ, ໜຸ່ມຄູອາສາຄົນນີ້ຈິ່ງກັດແຂ້ວສູ້ສອນນ້ອງນ້ອຍລູກຫຼານບ້ານຜັງຮາມມາຕະຫຼອດ 6 ປີ, ບໍ່ທັນໄດ້ເຂົ້າລັດເທື່ອ ແຕ່ກໍ່ຈະສູ່ຕໍ່ໄປ ແລະ ຈະເຮັດໃຫ້ດີທີ່ສຸດ.

 

 

ໝຸ່ມຄູອາສາຫົວໃຈນັກສູ້ເລືອດລາວໃຕ້ ບ້ານໂສໂລໃຫຍ່ ເມືອງ ຊະນະສົມບູນ ແຂວງ ຈຳປາສັກນີ້ ນັບວ່າເປັນເລື່ອງລາວທີ່ໜ້າສົນໃຈ ແລະ ເປັນແຮງຊຸກຍູ້ໃຫ້ຫຼາຍໆທ່ານທີ່ກຳລັງທໍ້ແທ້ ແລະ ສິ້ນຫວັງໃນຊີວິດ ໃຫ້ມີກຳລັງໃຈລຸກຂຶ້ນມາຕໍ່ສູ້ ແລະ ກ້າວເດີນໄປຂ້າງໜ້າສູ້ຟັນກັບບັນຫາທີ່ຜ່ານເຂົ້າມາໃນຊີວິດ.

ໝຸ່ມອາສາຄົນນີ້ ຊື່ວ່າ ໄຂ່ແກ້ວ ແກ້ວດົງດີ ເປັນລູກຫຼານ ບ້ານໂສໂລໃຫຍ່ ເມືອງຊະນະສົມບູນ ແຂວງຈຳປາສັກ ຈົບການສຶກສາສາຍຄູປະຖົມ-ອະນຸບານ 12+2 ທີ່ວິທະຍາໄລຄູປາກເຊ ໄດ້ເດີນທາງໄປສອນໜັງສືຢູ່ແຂວງສາລະວັນ ນັບແຕ່ປີ 2014 ເປັນຕົ້ນມາ ແຕ່ຍັງບໍ່ໄດ້ບັນຈຸເຂົ້າເປັນພະນັກງານລັດເທື່ອ.

 

 

ແຕ່ເຖິງຢ່າງໃດ, ໜຸ່ມອາສາຄົນນີ້ ບໍ່ໄດ້ລົດລະຄວາມພະຍາຍາມໃນການສົ່ງຄວາມຮູ້ແກ່ນັກຮຽນ ເພາະມັກຮັກໃນອາຊີບຄູ ໝຸ່ມອາສາຄົນນີ້ ຈຶ່ງພະຍາຍາມຮຽນຮູ້ ສິດສອນ ເຊິ່ງຕະຫຼອດໄລຍະຜ່ານມາ ໄດ້ສ້າງສັນຜົນງານໃຫ້ສັງຄົມໄດ້ຮັບຮູ້ ແລະ ເປັນທີ່ປະຈັກຕາ ສະແດງອອກໃນການສ້າງນັກຮຽນໃຫ້ເປັນນັກຮຽນເກັ່ງໄດ້ເປັນຕົ້ນແມ່ນ ການແຂ່ງຂັນສິລະປະກໍ່ສາມາດຍາດທີ 1 ຂອງເມືອງໄດ້ສຳເລັດ ຄອງຕຳແໜ່ງ 3 ປີຊ້ອນ ແລະ ສ້າງນັກຮຽນເກັ່ງຂັ້ນກຸ່ມໄດ້ 2 ວິຊາຫຼັກ.

 

 

ສິ່ງເຫຼົ່ານັ້ນ ສື່ໃຫ້ເຫັນເຖິງຄວາມພາກພຽນພະຍາຍາມ, ອົດທົນ, ມຸ້ງໝັ້ນດ້ວຍແຮງສັດທາເຊື່ອໝັ້ນໃນອາຊີບທີ່ຕົນເອງມັກຮັກ ແລະ ຍັງກາຍເປັນການສ້າງແຮງບັນດານໃຈໃຫ້ຕົນເອງອົດທົນຕໍ່ສູ້ຕໍ່ເຖິງແມ່ນຈະເປັນພຽງອາສາສະໝັກກໍ່ຕາມ.

 

 

ທ້າວໄຂ່ແກ້ວ ແກ້ວດົງດີ ໄດ້ໃຫ້ສຳພາດກັບທີມຂ່າວພວກເຮົາວ່າ: ຊີວິດການເປັນຄູອາສາຢູ່ຕ່າງແຂວງຕ້ອງມີຄວາມອົດທົນທີ່ສຸດ ເພາະສະຖານທີ່ໄປສອນແມ່ນຢູ່ຫ່າງໄກສອກຫຼີກ ໂດຍສະເພາະໂຮງຮຽນປະຖົມສົມບູນຜັງຮາມ ເມືອງເລົ່າງາມ ແຂວງສາລະວັນນີ້ ຫ່າງຈາກຕົວເມືອງປະມານ 35 ກິໂລແມັດ, ເມື່ອຄາວເຖິງຍາມຝົນຕ້ອງໄດ້ຍ່າງເຂົ້າໄປປະມານ 10 ກິໂລແມັດ ເພາະລົດເຂົ້າບໍ່ໄດ້ ໂຮງຮຽນແຫ່ງນີ້ມີຄູທັງໝົດ 3 ຄົນ ແລະ ມີ 1 ຄົນທີ່ເປັນອາສາ.

 

ສໍາລັບຄູອາສາ ແມ່ນບ້ານເປັນຄົນຈັດສັນໃຫ້ທີ່ພັກພາອາໄສໃຫ້ ແລະທາງບ້ານກໍ່ໄດ້ລະດົມກັນເກັບເຂົ້າຈາກປະຊາຊົນຄອບຄົວລະ 10 ກິໂລເຂົ້າເປືອກໃຫ້, ສ່ວນອາຫານການກິນແມ່ນຫາກິນຕາມທຳມະຊາດ ຫາເກັບຜັກຫັກໜໍ່ ຫຼື ບາງມື້ກໍ່ມີອາຫານປະເພດສຳເລັດຮູບທີ່ພໍ່ແມ່ຊື້ໃຫ້.

ປັດຈຸບັນ, ທາງໂຮງຮຽນຍັງຂາດອຸປະກອນການຮຽນ ແລະ ອື່ນໆຢູ່ ສະນັ້ນຫາກອົງການຈັດຕັ້ງ, ສະມາຄົມໃດມີກຳລັງ ມີໃຈສັດທາຢາກຊ່ວຍເຫຼືອ ຢາກຂໍເປັນຊຸດນັກຮຽນ, ອຸປະກອນການຮຽນໃຫ້ນ້ອງໆໄດ້ໃຊ້ໃນການສຶກສາຮໍ່າຮຽນແນ່!!! ໜຸ່ມຄູອາສາຝາກຖີ້ມທ້າຍ.