ເກີນຄາດ ເພັດພັນແທ້ ນ໊ອກຄູ່ແຂ່ງຕົ້ນຍົກ 2 ມວຍຄູ່ເອກ ນະຄອນຫຼວງ ກໍກຽດແດນຈຳປາ

38

ເພັດພັນແທ້ ປກສ ສາມາດເອົາຊະນະນ໊ອກ ຊູຊາດ ສິດຈານເພັງ ໄປຢ່າງໄວວາໃນຕົ້ນຍົກທີ 2 ຂອງການແຂ່ງຂັນມວຍລາຍການ ນະຄອນຫຼວງ ກໍກຽດແດນຈຳປາ ປະຈຳປີ 2019 ເພື່ອເລືອກເຟັ້ນນັກຊົກຜູ້ທີ່ມີພອນສະຫວັນດີເດັ່ນກ້າວສູ່ທີມນະຄອນຫຼວງວຽງຈັນ ກຽມເຂົ້າຮ່ວມລ່າຫຼຽນຄຳ    ຊຽງຂວາງ ເກມ 2020 ມວຍຄູ່ເອກ ເມື່ອທ້າຍອາທິດທີ່ຜ່ານມາ ທີ່ສະໂມສອນກີລາໃນຮົ່ມບຶງຂະຫຍອງ.

ໃນຕອນຄໍ່າຂອງວັນເສົາທີ 15 ກັນຍາ 2019 ຈັດຂຶ້ນເປັນອາທິດທີ 6 ທີ່ສະໂມສອນກີລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ ໂດຍມີການຂຶ້ນຊົກເພື່ອສ້າງຄວາມສະໜຸກສະໜານມ່ວນຊື່ນໃຫ້ແຟນພັນແທ້ມວຍລາວ ກໍຄືຊາວຕ່າງປະເທດໄດ້ຊົມ ແລະ ເຊຍກັນ 6 ຄູ່ ຕາມປົກກະຕິຊົກກັນທັງໝົດຄູ່ລະ 5 ຍົກ ເຊິ່ງມວຍຄູ່ເອກຂຶ້ນຊົກເປັນຄູ່ທີ 4 ເປັນການພົບກັນລະຫວ່າງ ເພັດພັນແທ້ ປກສ ພົບກັບ ຊູຊາດ ສິດຈານເພັງ ໃນຮຸ່ນ 53 ກິໂລກຣາມ ໂດຍທັງຄູ່ເປັນນັກມວຍລາວທີ່ເຄີຍຜ່ານເວທີ ແລະ ຄວ້າແຊັມໃນລາຍການທີ່ປະເທດໄທ ມາແລ້ວ.

ປາກົດວ່າ: ເລີ່ມຍົກທໍາອິດທັງສອງເລີ່ມອອກໝັດຄົບເຄື່ອງຕັ້ງແຕ່ຕົ້ນ ພ້ອມດ້ວຍສຽງຈາກກອງເຊຍແບບບໍ່ຂາດສາຍຈົນຈົບຍົກທໍາອິດ, ເຂົ້າສູ່ຍົກທີ 2 ເປັນ ເພັດພັນແທ້ ທີ່ເດີນໜ້າເຂົ້າໃສ່ໃນຕົ້ນຍົກ, ສ່ວນ ຊູຊາດ ຖອຍເຂົ້າມຸມ ກ່ອນທີ່ ເພັດພັນແທ້ ຈະອອກອາວຸດຄົບເຄື່ອງເຕະເຂົ້າໜ້າທ້ອງ ຕາມດ້ວຍໝັດ ແລະ ປິດທ້າຍດ້ວຍສອກເຂົ້າໜ້າຂອງຄູ່ແຂ່ງລົ້ມລົງກັບພື້ນ ກໍາມະການຢຸດຕິການຊົກກ່ອນຊູມືໃຫ້ກັບ ເພັດພັນແທ້ ເອົາຊະນະໄປ.

ສ່ວນການແຂ່ງຂັນຄູ່ອື່ນໆ ມີດັ່ງນີ້: ຄູ່ທໍາອິດ ລີໂອ ເພັດນະຄອນ ຊະນະຄະແນນ ອົງອ້າຍ ສໍສິງຄໍາ ໃນຮຸ່ນ 55 ກິໂລ, ຄູ່ 2 ເພັດເມືອງເຟືອງ ປກສ ຊະນະນ໊ອກ ຕລາດແຂກ ສິດຈານເພັງ ໃນຮຸ່ນ 54 ກິໂລ, ຄູ່ 3 ເຢັນນ້ອຍ ສະໂມສອນ ຄໍາເສັງ ຊະນະນ໊ອກ ຍົກຂາດ ສິດຈານເພັງ ໃນຮຸ່ນ 57 ກິໂລ, ຄູ່ທີ 5 ແສງໄຊ ເພັດນະຄອນ ຊະນະນ໊ອກ ສິນໄຊ ສະມາຄົມເຜົ່າມົ້ງ ທ່າດິນແດງ ແລະ ຄູ່ 6 ເໜືອພະຍັກ ຂວັນໃຈສີໂຄດ ຊະນະນ໊ອກ ສະໜາມໄຊ ມົງຄຸນເພັດ ໃນຮຸ່ນ 65 ກິໂລ.

( ຄໍາສອນ )