ຈະມີ 100 ກວ່າຮ້ານເຂົ້າຮ່ວມງານມະຫະກໍາວິທະຍາສາດ ແລະ ເຕັກໂນໂລຊີ

78

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ໄດ້ຖະແຫຼງຂ່າວກຽມຈັດງານມະຫະກໍາວິທະຍາສາດ ແລະ ເຕັກໂນໂລຊີ ປະຈໍາປີ 2019 ໃນລະຫວ່າງວັນທີ 11 – 16 ຕຸລາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ ເພີ່ມທະວີການນໍາໃຊ້ເຕັກໂນໂລຊີທັນສະໄໝ ເພື່ອບັນລຸເປົ້າໝາຍການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ” ຄາດວ່າຈະມີບໍລິສັດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວາງສະແດງປະມານ 100 ກວ່າຮ້ານ. ຄຽງຄູ່ກັນນັ້ນ, ຍັງມີກອງປະຊຸມສໍາມະນາອື່ນໆປິ່ນອ້ອມຕະຫຼອດການຈັດງານ.

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຈັດງານດັ່ງກ່າວວ່າ: ເພື່ອກະກຽມການສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ແລະ ວັນປະກາດເອກະລາດ ວັນທີ 12 ຕຸລາ ກະຊວງ ກວຕ ຈະໄດ້ຈັດງານມະຫະກໍາວິທະຍາສາດ ແລະ ເຕັກໂນໂລຊີ ໃນລະຫວ່າງວັນທີ 11 – 16 ຕຸລາ 2019 ທີ່ຫໍປະຊຸມແຫ່ງຊາດ.

ຈຸດປະສົງເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດ 6 ແຜນງານຂອງຍຸດທະສາດ ວ່າດ້ວຍການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນຈຸດສຸມບຸລິມະສິດຂອງເປົ້າໝາຍແຜນພັດທະນາຂອງລັດຖະບານ ເປັນຕົ້ນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ແກ້ໄຂຄວາມທຸກຍາກໃຫ້ປາກົດຜົນເປັນຈິງ ລວມທັງເພື່ອສົ່ງເສີມການຖ່າຍທອດ ແລະ ການນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີທີ່ກ້າວໜ້າໃນຍຸກອຸດສາຫະກໍາ 4.0 ເຂົ້າຮັບໃຊ້ໂດຍກົງຢູ່ຮາກຖານການຜະລິດ ແລະ ການບໍລິການ ເພື່ອຍົກສະມັດຖະພາບ ແລະ ຄຸນນະພາບຂອງຜະລິດຕະພັນເພື່ອເປັນສິນຄ້າ ພາຍໃຕ້ຄຳຂວັນ “ ເພີ່ມທະວີການນໍາໃຊ້ເຕັກໂນໂລຊີທັນສະໄໝ ເພື່ອບັນລຸເປົ້າໝາຍການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ”

ທ່ານອະທິບາຍຕື່ມວ່າ: ພາຍໃນງານຈະມີຫຼາຍກິດຈະກໍາ ເປັນຕົ້ນແມ່ນງານສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ, ການປະກວດແນວຄວາມຄິດສ້າງສັນຈາກໄວໜຸ່ມ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ກອງປະຊຸມສຳມະນາກ່ຽວກັບການຮ່ວມມືພັດທະນາອຸດສາຫະກຳເຕັກໂນໂລຊີລະດັບສູງ ລາວ – ຈີນ ຄັ້ງທີ I, ກອງປະຊຸມວຽກງານວິທະຍາສາດ ແລະ ເຕັກໂນໂລຊີທົ່ວປະເທດ ຄັ້ງທີ III, ກອງປະຊຸມກ່ຽວກັບການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີໃນຍຸກ 4.0, ງານວາງສະແດງຜົນງານການຄົ້ນຄວ້າ ແລະ ຜະລິດຕະພັນເຕັກໂນໂລຊີທີ່ທັນສະໄໝ.

ສໍາລັບງານວາງສະແດງຄາດວ່າຈະມີຜູ້ປະກອບການທັງພາຍໃນ, ຈາກບັນດາມະຫາວິທະຍາໄລ, ສະຖາບັນຄົ້ນ ຄວ້າ, ຂະແໜງການກ່ຽວຂ້ອງ; ສ່ວນຕ່າງປະເທດກໍຈະມີ ສປ ຈີນ ແລະ ໄທ ເຂົ້າຮ່ວມທັງໝົດ 100 ກວ່າຮ້ານ ເຊິ່ງຈະມີເຕັກໂນໂລຊີທີ່ທັນສະໄໝ ເປັນຕົ້ນແມ່ນເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີຂໍ້ມູນ – ຂ່າວສານ, ການນຳໃຊ້ເຕັກໂນໂລຊີດິຈິຕອລ, Big data, Internet of thing ( IOT ) ແລະ ປັນຍາປະດິດ ( AI ).

ພິເສດໄປກວ່ານັ້ນ, ສະເພາະກອງປະຊຸມສຳມະນາກ່ຽວກັບການຮ່ວມມືພັດທະນາອຸດສາຫະກຳເຕັກໂນໂລຊີລະດັບສູງ ລາວ – ຈີນ ຄັ້ງທີ I ເຊິ່ງເປັນການຮ່ວມມືລະຫວ່າງ ກະຊວງ ກວຕ ກັບຫ້ອງການຜູ້ຕາງໜ້າສະພາສົ່ງເສີມການຄ້າສາກົນ ສປ ຈີນ, ຂະແໜງອຸດສາຫະກໍາກໍ່ສ້າງປະຈຳລາວ; ບໍລິສັດ ທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ( IHC ), ບໍລິສັດ ພັດທະນາວິທະຍາສາດເຕັກນິກປັກກິ່ງ, ຜູ້ປະກອບການທຸລະກິດ ແລະ ບັນດາບໍລິສັດຕ່າງໆ ຖືວ່າເປັນເຫດການປະຫວັດສາດສໍາຄັນຂອງການຮ່ວມມື ກ່ຽວກັບການພັດທະນາເຂດເຕັກໂນໂລຊີຄັ້ງທໍາອິດຢູ່ ສປປ ລາວ ໂດຍໄດ້ເລືອກເຟັ້ນເອົາເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ ແລະ ເໝາະສົມ ເພື່ອດຶງດູດການລົງທຶນເຂົ້າໃນການພັດທະນາເຂດເຕັກໂນໂລຊີລະດັບສູງຢູ່ໃນລາວ “ ທ່ານ ບໍ່ວຽງຄຳ ກ່າວ ”.

[ ຂ່າວ – ຮູບ: ສົມສະຫວິນ ]