ນ້ອງເບຍ ຝຶກຊ້ອມໜັກຫວັງພິສູດຕົວເອງ ໃນຊີເກມຄັ້ງທໍາອິດ

47

ຖືວ່າເປັນຄວາມທ້າທາຍອີກຢ່າງສໍາລັບ ຄໍາພູວັນ ຄໍາສະທອນ ຫຼື ເບຍ ຈູເນຍ ນັກມວຍສາກົນຈອມລຸຍຂອງ ສປປ ລາວ ເຖິງຈະມີປະສົບການໃນເວທີລະດັບອາຊີ ແລະ ອາຊຽນມາຫຼາຍແລ້ວ, ແຕ່ໃນຊີເກມ ຍັງບໍ່ເຄີຍຂຶ້ນຊົກຈັກຄັ້ງ. ຢ່າງໃດກໍຕາມ, ປັດຈຸບັນ ນ້ອງເບຍ ຝຶກຊ້ອມຢ່າງໜັກເພື່ອຫວັງພິສູດຕົວເອງໃນຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນທ້າຍປີນີ້.

ນ້ອງເບຍ ເລົ່າຕໍ່ທີມຂ່າວໜັງສືພິມ ເສດຖະກິດ – ການຄ້າ ວ່າ: ເຖິງວ່ານ້ອງຈະເຄີຍຜ່ານເວທີລະດັບອາຊຽນ ແລະ ອາຊີມາຫຼາຍແລ້ວ ບໍ່ວ່າຈະເປັນການຂ້າມໄປຊົກໃນ ເອຊຽນເກມ 2018 ດ້ວຍການເອົາຊະນະ ເນປານ ໃນຮອບທໍາອິດ, ກ່ອນທີ່ຮອບ 2 ຈະເສຍໃຫ້ນັກກີລາຈາກ ອຸດສະເບກິດສະຖານ ແລະ ຫຼ້າສຸດເມື່ອເດືອນກໍລະກົດທີ່ຜ່ານມາ ສາມາດທະລຸເຂົ້າຮອບ 8 ຄົນສຸດທ້າຍ ໃນລາຍການມວຍສາກົນຊີງແຊັມອາຊີ 2019, ແຕ່ໃນຊີເກມນ້ອງບໍ່ເຄີຍໄດ້ເຂົ້າຮ່ວມມາກ່ອນ.

“ ຢ່າງໃດກໍຕາມ, ໃນຊີເກມທ້າຍປີນີ້ນ້ອງມີຊື່ໄປຮ່ວມແຂ່ງຂັນເປັນທີ່ຮຽບຮ້ອຍ ໂດຍນ້ອງຈະລົງແຂ່ງຂັນຮຸ່ນ 49 ກິໂລກຣາມ ເຊິ່ງນ້ອງໄດ້ເລີ່ມເຂົ້າສູນຝຶກຊ້ອມທີມຊາດທີ່ສູນຝຶກສີເກີດ ຕັ້ງແຕ່ວັນທີ 2 ກັນຍາ 2019 ໂດຍຝຶກຊ້ອມຕັ້ງແຕ່ວັນຈັນ – ວັນເສົາໃນຕອນແລງ ແລະ ນ້ອງມີນັດໄປແຂ່ງຂັນທົດສອບລາຍການທີ່ ສປ ຈີນ ໃນວັນທີ 23 ຕຸລາ 2019 ກ່ອນລຸຍຊີເກມ ”, ນ້ອງເບຍ ກ່າວ.

ນ້ອງເບຍ ກ່າວອີກວ່າ: ອຸປະສັກໃນການຝຶກຊ້ອມຂອງນ້ອງປັດຈຸບັນແມ່ນຍັງມີອາການບາດເຈັບໜ້ອຍໜຶ່ງ, ແຕ່ກໍບໍ່ມີບັນຫາໃນການຝຶກຊ້ອມ, ສ່ວນການສຶກສາຄູ່ແຂ່ງໃນຊີເກມແມ່ນຕ້ອງເບິ່ງໄປແຕ່ລະໄຟທ໌ໃນຊີເກມທີ່ຜ່ານມາ ເພາະບໍ່ເຄີຍຮ່ວມລາຍການນີ້ ແລະ ຕ້ອງໃຫ້ຄູຝຶກສຶກສາເພື່ອແກ້ທາງມວຍ ເຊິ່ງເປົ້າໝາຍໃນຊີເກມທ້າຍປີນີ້ນ້ອງຫວັງຢາກໄດ້ຫຼຽນໃດຫຼຽນໜຶ່ງ ແລະ ຈະເຮັດໃຫ້ດີທີ່ສຸດ, ສ່ວນອຸປະສັກອີກຢ່າງໜຶ່ງຄືເປັນຄັ້ງທໍາອິດໃນການຂຶ້ນຊົກລາຍການນີ້, ແຕ່ເຊື່ອວ່າປະສົບການທີ່ຜ່ານມາຈະຊ່ວຍນ້ອງໄດ້ຫຼາຍແນ່ນອນ.

ສໍາລັບ ນ້ອງເບຍ ເກີດເມື່ອວັນທີ 18 ມິຖຸນາ 1998 ທີ່ແຂວງຫຼວງພະບາງ ສູງ 158 ຊັງຕີແມັດ ແລະ ນໍ້າໜັກ 49 ກິໂລກຣາມ ເປັນນັກມວຍລາວທີ່ມີການຊົກດຸດັນແບບຈອມລຸຍ ແລະ ອອກໝັດໄດ້ວ່ອງໄວໜັກ.

ສ່ວນຜົນງານທີ່ຜ່ານມາ ນ້ອງເບຍ ເລີ່ມຈາກໄດ້ຫຼຽນທອງໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ເມື່ອປີ 2014. ຫຼັງຈາກນັ້ນ, ກໍໄປຫາປະສົບການໃນລະດັບພາກພື້ນ ແລະ ສາກົນ ໂດຍສະເພາະໃນເອຊຽນເກມ 2018 ສ້າງປະຫວັດສາດຊະນະນັກມວຍຈາກ ເນປານ ທີ່ຮູບຮ່າງໃຫຍ່ ກວ່າໃນຮອບ 16 ຄົນສຸດທ້າຍ ແລະ ເສຍໃຫ້ນັກມວຍຈາກ ອຸດສະເບກິດສະຖານ ໃນຮອບ 8 ຄົນສຸດທ້າຍ.

ສ່ວນຜົນງານຫຼ້າສຸດຂອງ ນ້ອງເບຍ ໃນລາຍການມວຍສາກົນຊີງແຊັມອາຊີ 2019 ລາຍການ Thailand Open International Boxing Tournament 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນເດືອນກໍລະກົດ 2019 ໄຟທ໌ທໍາອິດສາມາດຊະນະນັກມວຍ ມາເລເຊຍ ຜ່ານເຂົ້າຮອບ 16 ຄົນສຸດທ້າຍ ສາມາດເອົາຊະນະ ສີລັງກາ ຜ່ານເຂົ້າຮອບ 8 ຄົນສຸດທ້າຍ ກ່ອນຈະຕົກຮອບໃນທີ່ສຸດເຮັດໃຫ້ໃນຊີເກມ 2019 ນ້ອງເບຍ ເປັນອີກຄວາມຫວັງຂອງທັບນັກກີລາລາວ.

( ຮູບຈາກ: Asian Boxing Confederation )