ກຽມປ່ອຍເງິນ 100 ລ້ານໂດລາສົ່ງເສີມ SMEs ລາວ

331

ຮ່ວງເງິນກູ້ຢືມ 300 ລ້ານໂດລາ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ ໂຄງການຮ່ວມມືລາວ-ຈີນ ເຊິ່ງໄດ້ເຊັນກັນຫວ່າງຕົ້ນເດືອນກໍລະກົດ 2019 ຜ່ານມາເຫັນວ່າໄດ້ຮັບຄວາມສົນໃຈພໍສົມຄວນຈາກນັກທຸລະກິດແຕ່ເຫຼືອຕະຫຼອດໃຕ້ ມາຮອດມື້ນີ້ໄດ້ຄືບໜ້າແລ້ວເບຶື້ອງຕົ້ນຈະປ່ອຍອອກ 100 ລ້ານໂດລາກ່ອນເປັນງວດທຳອິດ.

 

ໂດຍວັນທີ 13 ກັນຍາ 2019 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງກົມບໍລິການທະນາຄານ ທຫລ ກັບ 10 ທະນາຄານ ທີ່ມີເງື່ອນໄຂຄົບຖ້ວນທີ່ເຂົ້າຮ່ວມໂຄງການເງິນກູ້ຈາກທະນາຄານພັດທະນາແຫ່ງຊາດຈີນ (CDB) ບ້ວງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SMEs).

 

ໃນການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ໂດຍແມ່ນທ່ານ ຄຳແກ້ວ ວີສີສົມບັດ ວ່າການຫົວໜ້າກົມບໍລິການທະນາຄານ ແລະຕາງໜ້າບັນດາທະນາຄານທຸລະກິດ ມີຄະນະອຳນວຍການຈາກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານ ພັດທະນາລາວ, ທະນາຄານ ສົ່ງເສີມກະສິກຳ, ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ, ທະນາຄານ ຮ່ວມພັດທະນາ, ທະນາຄານ ລາວ-ຈີນ ຈຳກັດ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ, ທະນາຄານ ເອັສທີ ຈຳກັດ, ທະນາຄານຫຸ້ນສ່ວນການຄ້າທະຫານ ສາຂາລາວ ແລະ ທະນາຄານ ໄຊງ່ອນເທືອງຕິນລາວ ຈຳກັດ. ໂດຍການໃຫ້ກຽດເຂົ້າເປັນສັກຂີພິຍານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ,.

 

 

 

ການເຂົ້າຮ່ວມໂຄງການເງິນກູ້ຈາກ CDB ບ້ວງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມ SMEs ກໍ່ເພື່ອເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງລັດຖະບານ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃຫ້ເຕີບໃຫຍ່ເຂັ້ມແຂງ ດ້ວຍການສົ່ງເສີມການການພັດທະນາ SMEs ທີ່ຂະແໜງການທະນາຄານ ໄດ້ຮັບມອບໝາຍຈາກລັດຖະບານໃນການຮັບເອົາເງິນກູ້ຈາກ CDB.

 

 

ເງື່ອນໄຂຂອງບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການດັ່ງກ່າວມີດັ່ງນີ້
– ອັດຕາສ່ວນໜີ້ ຕ້ອງຮັບທວງຍາກຕໍ່ສິນເຊື່ອທັງໝົດ ຕ້ອງຕ່ຳກ່ວາ 5%; – ອັດຕາສ່ວນພຽງພໍຂອງທຶນ ຕ້ອງສູງກ່ວາ 8%
– ຜົນຕອບແທນຕໍ່ທຶນ ຕ້ອງບໍ່ຕ່ຳກວາ 10%.

 

ສຳລັບເງິນກູ້ບ້ວງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມ SMEs ໃນ ສປປ ລາວ ນັ້ນ ໄດ້ແບ່ງອອກເປັນ 3 ງວດ, ງວດລະ 100 ລ້ານໂດລາສະຫະລັດ.

 

ໂຄງການເງິນກູ້ຢືມ ເພື່ອວິສາຫະກິດຂະໜາດນ້ອຍ ແລະກາງດັ່ງກ່າວ ແມ່ນໄດ້ມີການປຶກສາຫາລທມາແຕ່ຕົ້ນປີ 2017 ແລ້ວກ່ອນຈະຮອດມື້ກູ້ຢືມໃນງວດທີ1 ໃນວັນທີ 9 ກໍລະກົດ 2019 ຈຳນວນ 100 ລ້ານໂດລາສະຫະລັດ, ໄລຍະກູ້ຢືມ 5 ປີ; ໃນນັ້ນ, ປອດໜີ້ຕົ້ນທຶນ 3 ປີ ດ້ວຍເງື່ອນໄຂທີ່ ທຫລ ບໍລິຫານ ແລະ ຄຸ້ມຄອງໃນຮູບແບບປ່ອຍຜ່ານທະນາຄານທຸລະກິດ ທີ່ມີຄວາມເຂັ້ມແຂງ ແລະທະນາຄານທຸລະກິດລັດ ຈຳນວນໜຶ່ງຕາມການໝາຍຂອງ ທຫລ ເພື່ອປ່ອຍກູ້ຕໍ່ໃຫ້ SMEs ໃນ ສປປ ລາວ.

ພິທີເຊັນສັນຍາກູ້ຢືມເມື່ອເດືອນກໍລະກົດ

 

ກ່ອນໜ້ານີ້ໄດ້ມີນັກທຸລະກິດທີ່ຕິດຕາມເພຈຂ່າວເສດຖະກິດ-ການຄ້າຫຼາຍທ່ານສອບຖາມມາ ເຊິ່ງພວກເຮົາກໍ່ບໍ່ສາມາດຕອບໄດ້ຢ່າງຊັດເຈນກ່ຽວກັບແຫຼ່ງທຶນ ແຕ່ຕອນນີ້ຮູ້ລາຍຊື່ທະນາຄານແລ້ວ ທ່ານສາມາດສອບຖາມທະນາຄານທີ່ມີສ່ວນຮ່ວມໃນໂຄງການນີ້ສາຂາທີ່ໃກ້ບ້ານ ເພື່ອໃຫ້ໄດ້ຄຳຕອບທີ່ແນ່ນອນ ເຊິ່ງເຊື່ອວ່າອີກບໍ່ດົນຈະມີການປ່ອຍອອກເງິນຮ່ວງນີ້ໄປໃຫ້ກຸ່ມ SMEs ໄດ້ນຳເອົາທຶນເຫຼົ່ານີ້ໄປຕໍ່ຍອດທຸລະກິດຢ່າງແນ່ນອນ.