ຢູ່ຍາວ! ເດ ເຄອາ ຈະເຊັນສັນຍາໃໝ່ກັບ ແມນຢູ 5 ປີ ຮັບຄາຈ້າງສູງທີ່ສຸດໃນທີມ

281

ສື່ຈາກອັງກິດລົງຂ່າວ ດາວິດ ເດ ເຄອາ ຜູ້ຮັກສາປະຕູມືໜຶ່ງທີມຊາດສະເປນ ຕົກລົງທີ່ຈະເຊັນສັນຍາສະບັບໃໝ່ກັບ ແມນເຊັສເຕີ ຢູໄນເຕັດ ເປັນທີ່ຮຽບຮ້ອຍແລ້ວ ໂດຍນັກເຕະຈະໄດ້ຮັບຄ່າຕອບແທນມະຫາສານຫຼັງຫັກພາສີແລ້ວ ເຖິງ 13,3 ລ້ານປອນ (ປະມານ 146,5 ຕື້ກີບ) ຕໍ່ລະດູ.

ເດລີ ເຣັກຄອດ ສື່ທີ່ມີຊື່ສຽງຂອງອັງກິດ ລາຍງານວ່າ ດາບິດ ເດ ເຄອາ (David de Gea) ຜູ້ຮັກສາປະຕູມືໜຶ່ງຂອງທີມ ຕັດສິນໃຈຈະຕໍ່ສັນຍາກັບ ແມນເຊັສເຕີ ຢູໄນເຕັດ ແລ້ວ ໂດຍນັກເຕະຊາວສະເປນນິສ ຈະເຊັນສັນຍາຍາວ 5 ປີ ພ້ອມທັງກາຍເປັນນັກເຕະທີ່ໄດ້ຮັບຄ່າຈ້າງຫຼາຍທີ່ສຸດໃນທີມອີກດ້ວຍ.

ในภาพอาจจะมี 1 คน

ຜູ້ຮັກສາປະຕູມື ຂອງແມນເຊັສເຕີ ຢູໄນເຕັດ ຕົກເປັນຂ່າວສະຖານະການກ່ຽວກັບອະນາຄົດກັບຕົ້ນສັງກັດມາດົນ ເມື່ອຕົວນັກເຕະບໍ່ຍອມຕໍ່ສັນຍາສະບັບໃໝ່ ທີ່ຈະສິ້ນສຸດລົງ ຫຼັງສິ້ນສຸດລະດູການນີ້ ຈຶ່ງເຮັດໃຫ້ ເດ ເຄອາ ສາມາດເຊັນສັນຍາລ່ວງໜ້າກັບສະໂມສອນໃດກໍ່ໄດ້ແບບໍ່ມີຄ່າຕົວ ໃນໄລຍະຕະຫຼາດຊື້-ຂາຍນັກເຕະ ທີ່ຈະມາເຖິງໃນເດືອນມັງກອນ 2020 ນີ້.

ຫຼາຍຝ່າຍຕ່າງກໍ່ກັງວົນຫຼາຍຕໍ່ເລື່ອງນີ້ ແຕ່ລາຍງານຫຼ້າສຸດຈາກ ເດລີ ເຣັກຄອດ ລະບຸວ່າ ເອ ເຄອາ ໄດ້ຕົກລົງທີ່ຈະຝາກອະນາຄົດຢູ່ໃນຖິ່ນໂອລ໌ດ ແທຣັຟຟອດ ເປັນໄລຍະ 5 ປີ ແລະ ຈະໄດ້ຮັບຄ່າເມື່ອຍຫຼັງຈາກຫັກພາສີ ມູນຄ່າມາຫາສານເພິງ 13,3 ລ້ານປອນ (ປະມານ ປະມານ 146,5 ຕື້ກີບ) ຕໍ່ລະດູ ຊຶ່ງໝາຍຄວາມວ່າ ເດ ເຄອາ ຈະໄດ້ຮັບຄ່າຈ້າງສູງສຸດຂອງສະໂມສອນແຊງໜ້າ ປອລ ປັອກບາ ທັນທີ.

ທັງນີ້ ຂ່າວດັ່ງກ່າວເຮັດໃຫ້ອະນາຄົດຂອງ ເອ ເຄອາ ກັບ ແມນເຊັສເຕີ ຢູໄນເຕັດ ຊັດເຈນຂຶ້ນ ເມື່ອກ່ອນໜ້ານີ້ ມີລາຍງານວ່າຫຼາຍສະໂມສອນ ຕ້ອງການທີ່ຈະເຊັນສັນຍາກັນ ເດ ເຄອາ ເຊັ່ນ: ເຣອັລ ມາດຣິດ, ປາຣີສ ແຊັງແຊັກແມັງ ແລະ ຢູເວັນຕູສ.