ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເພີ່ມຂຶ້ນຈາກທິດຜ່ານມາ 1 ພັນກວ່າຄົນ

49

ຜູ້ຕິດເຊື້ອໄຂ້ຍຸງລາຍມີທ່າອ່ຽງຫຼຸດລົງເລັກໜ້ອຍ ໃນຮອບ 1 ອາທິດ ( 3 – 11 ກັນຍາ ) ໂດຍຕົວເລກມີຜູ້ຕິດເຊື້ອໃໝ່ 1.331 ກໍລະນີ ທຽບໃສ່ອາທິດທີ 3 ກັນຍາ ມີຜູ້ຕິດເຊື້ອໃໝ່ 1.913 ກໍລະນີ ແລະ ອາທິດທີ 26 ສິງຫາ ເຊິ່ງມີຕົວເລກຜູ້ຕິດເຊື້ອໃໝ່ ຫຼາຍເຖິງ 2.090 ກໍລະນີ.

ອີງຕາມການລາຍງານປະຈໍາວັນທີ 11 ກັນຍາ 2019 ຂອງສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍທັງໝົດ 29.998 ກໍລະນີ ເສຍຊີວິດ 62 ກໍລະນີ. ໃນນັ້ນ, ນະຄອນຫຼວງວຽງຈັນ ມີຈໍານວນ 7.301 ກໍລະນີ ເສຍຊີວິດ 17 ກໍລະນີ, ສະຫວັນນະເຂດ 5.424 ກໍລະນີ ເສຍຊີວິດ 20 ກໍລະນີ, ແຂວງສາລະວັນ, ຈໍາປາສັກ ແລະ ແຂວງອື່ນໆຕາມລໍາດັບ ເຊິ່ງໃນອາທິດນີ້ແຂວງຜົ້ງສາລີ ມີຜູ້ເສຍຊີວິດ 1 ກໍລະນີ ແລະ ມີຜູ້ຕິດເຊື້ອ 11 ກໍລະນີ.

ອີງຕາມການລາຍງານຂອງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ປະຈໍາວັນທີ 11 ກັນຍາ 2019 ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເພີ່ມຈາກອາທິດຜ່ານມາ 432 ກໍລະນີ ເປັນຕົວເລກການເພີ່ມຂຶ້ນສູງກວ່າທຸກແຂວງ ທົ່ວປະເທດ. ໃນນັ້ນ, ເມືອງໄຊາທານີ 2.198 ກໍລະນີ ເສຍຊີວິດ 5 ກໍລະນີ, ເມືອງໄຊເສດຖາ 1.491 ກໍລະນີ ເສຍຊີວິດ 4 ກໍລະນີ ແລະ ເມືອງອື່ນໆຕາມລໍາດັບ. ໃນນັ້ນ, ເມືອງສັງທອງ ມີຜູ້ຕິດເຊື້ອໜ້ອຍກວ່າທຸກເມືອງໃນນະ ຄອນຫຼວງວຽງຈັນ ມີຈໍານວນ 266 ກໍລະນີ ເສຍຊີວິດ 1 ກໍລະນີ.