ເມືອງລອງ ປະກາດແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານຫຼາຍຕຳແໜ່ງ

116

ພິທີປະກາດແຕ່ງຕັ້ງ ແລະ ຍົກຍ້າຍຮັກສາການຊົ່ວຄາວຂອງປະທານກວດກາພັກ – ລັດ, ປະທານສະຫະພັນກໍາມະບານເມືອງ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງລອງ ໄດ້ຈັດຂຶ້ນໃນວັນທີ 9 ເດືອນກັນຍາ ປີ 2019 ນີ້​ ຢູ່ທີ່ສະໂມສອນຂອງເມືອງລອງ ແຂວງ ຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຈັນ ສຸດທິປັນຍາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລອງ, ມີຫົວໜ້າ – ຮອງຫ້ອງການ, ຫົວໜ້າໜ່ວຍງານ – ຮອງໜ່ວຍງານເຂົ້າຮ່ວມ.

ທ່ານ ສີແກ້ວ ແສນພັນຄໍາ ກໍາມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງລອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງສະຫະພັນກໍາມະບານແຂວງ ເລກທີ 347/ກບຂ ລົງວັນທີ 23 ສິງຫາ 2019 ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານຂອງສະຫະພັນກໍາມະບານເມືອງເພີ່ມຕື່ມ ເຊິ່ງໄດ້ຮັບຮອງ ທ່ານ ຫຼຽນໄຊ ໄຊສະຫງວນ ຫົວໜ້າໜ່ວຍງານບໍລິຫານເຄຫາຜັງເມືອງ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເປັນຄະນະບໍລິຫານງານຂອງສະຫະພັນກໍາມະບານເມືອງລອງ.

ຂໍ້ຕົກລົງຂອງເຈົ້າເມືອງ ເລກທີ 30/ຈມ ແລະ 301/ຈມ ລົງວັນທີ 4 ກັນຍາ 2019 ວ່າດ້ວຍການຍົກຍ້າຍບ່ອນປະຈໍາການຂອງພະນັກງານ – ລັດຖະກອນ. ໃນນີ້, ໄດ້ຍົກຍ້າຍ ທ່ານ ສຸລາສິດ ດວງມະໂນ ຮອງຫົວໜ້າຫ້ອງວ່າການເມືອງລອງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງລອງ ແລະ ທ່ານ ພຸດສະດົງອິນຍາວົງ ຮອງປະທານກວດກາພັກ – ລັດເມືອງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການສະຫະພັນກໍາມະບານເມືອງ.

ຂໍ້ຕົກລົງ ເລກທີ 297/ຈມ ແລະ ສະບັບເລກທີ 298 ລົງວັນທີ 4 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງ ຮັກສາການ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງລອງ ເຊິ່ງໄດ້ແຕ່ງຕັ້ງ ທ່ານ ສຸລາສິດ ດວງມະໂນ ຮອງຫົວໜ້າຫ້ອງວ່າການເມືອງໄປຮັກສາການແທນຊົ່ວຄາວ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແລະ ທ່ານ ພຸດສະດົງ ອິນຍາວົງ ຮອງປະທານກວດກາພັກ – ລັດເມືອງ ໄປຮັກສາການແທນຊົ່ວຄາວ ປະທານສະຫະພັນກໍາມະບານເມືອງລອງ

. ຂໍ້ຕົກລົງຂອງເຈົ້າເມືອງ ເລກທີ 299/ຈມ ລົງວັນທີ 4 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງຮັກສາການປະທານຄະນະກວດກາພັກ – ລັດ ເຊິ່ງໄດ້ແຕ່ງຕັ້ງ ທ່ານ ຄໍາສົມ ໂດນຫຼວງພະຈັນ ຮອງປະທານກວດກາພັກ – ລັດເມືອງ ຂຶ້ນຮັກສາການແທນຊົ່ວຄາວ ປະທານກວດກາພັກ – ລັດເມືອງ.

ໃນໂອກາດດັ່ງກ່າວ ທ່ານ ບຸນຈັນ ສຸດທິປັນຍາ ເຈົ້າເມືອງລອງ ກໍໄດ້ໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້, ຈົ່ງເອົາໃຈໃສ່ໃນການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ເອົາໃຈໃສ່ໃນການເຕົ້າໂຮມ ຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການປະຕິບັດວຽກງານ ແລະ ເຮັດສໍາເລັດໜ້າທີ່ຕາມການມອບໝາຍ.

ຂ່າວ: ບຸນສີ ໄຊຍະລາດ